ການຊ່ວຍເຫຼືອ LibreOffice 26.2
ກຳນົດການຕັ້ງຄ່າການພິມພາຍໃນເອກະສານການແຕ້ມ ຫຼື ການນຳສະເໜີ.
ກຳນົດອົງປະກອບເພີ່ມເຕີມທີ່ຈະໃຫ້ພິມຢູ່ຂອບເຈ້ຍ.
ກຳນົດວ່າຈະໃຫ້ພິມຊື່ໜ້າຫຼືບໍ່.
ກຳນົດວ່າຈະໃຫ້ພິມວັນທີປັດຈຸບັນຫຼືບໍ່.
ກຳນົດວ່າຈະໃຫ້ພິມເວລາປັດຈຸບັນຫຼືບໍ່.
ກຳນົດວ່າຈະໃຫ້ພິມໜ້າທີ່ຖືກເຊື່ອງໄວ້ຈາກການນຳສະເໜີໃນປັດຈຸບັນຫຼືບໍ່.
ເບິ່ງເພີ່ມເຕີມທີ່ ການພິມແບບຂາວດຳ.
ກຳນົດວ່າທ່ານຕ້ອງການພິມເປັນສີຕົ້ນສະບັບ.
ກຳນົດວ່າທ່ານຕ້ອງການພິມສີໃຫ້ເປັນລະດັບສີເທົາ.
ກຳນົດວ່າທ່ານຕ້ອງການພິມເອກະສານເປັນສີຂາວ ແລະ ສີດຳ.
ກຳນົດຕົວເລືອກເພີ່ມເຕີມສຳລັບການພິມໜ້າ.
ກຳນົດວ່າທ່ານບໍ່ຕ້ອງການປັບຂະໜາດໜ້າເພີ່ມເຕີມໃນເວລາພິມ.
ກຳນົດວ່າຈະໃຫ້ຫຼຸດຂະໜາດວັດຖຸທີ່ຢູ່ນອກຂອບຂອງເຄື່ອງພິມປັດຈຸບັນຫຼືບໍ່ ເພື່ອໃຫ້ພວກມັນພໍດີກັບເຈ້ຍໃນເຄື່ອງພິມ.
ກຳນົດໃຫ້ພິມໜ້າໃນຮູບແບບລຽງແຜ່ນ. ຖ້າໜ້າ ຫຼື ສະໄລ້ມີຂະໜາດນ້ອຍກວ່າເຈ້ຍ, ຫຼາຍໆໜ້າ ຫຼື ສະໄລ້ຈະຖືກພິມລວມກັນໃນເຈ້ຍແຜ່ນດຽວ.
ເລືອກຕົວເລືອກ ແຜ່ນພັບ ເພື່ອພິມເອກະສານໃນຮູບແບບແຜ່ນພັບ. ທ່ານຍັງສາມາດຕັດສິນໃຈໄດ້ວ່າຈະພິມດ້ານໜ້າ, ດ້ານຫຼັງ ຫຼື ທັງສອງດ້ານຂອງແຜ່ນພັບ.
ເລືອກ ດ້ານໜ້າ ເພື່ອພິມດ້ານໜ້າຂອງແຜ່ນພັບ.
ເລືອກ ດ້ານຫຼັງ ເພື່ອພິມດ້ານຫຼັງຂອງແຜ່ນພັບ.
ກຳນົດວ່າຖາດເຈ້ຍທີ່ຈະໃຊ້ແມ່ນຖາດທີ່ຖືກກຳນົດໄວ້ໃນການຕັ້ງຄ່າເຄື່ອງພິມ.