ການຊ່ວຍເຫຼືອ LibreOffice 26.2
ລາຍການທັງໝົດທີ່ຜູ້ໃຊ້ກຳນົດເອງຈະຖືກສະແດງຢູ່ໃນກ່ອງໂຕ້ຕອບ ລາຍການຈັດລຽງ. ທ່ານຍັງສາມາດກຳນົດ ແລະ ແກ້ໄຂລາຍການຂອງຕົນເອງໄດ້. ສາມາດໃຊ້ໄດ້ສະເພາະຂໍ້ຄວາມເທົ່ານັ້ນໃນລາຍການຈັດລຽງ, ຫ້າມໃຊ້ຕົວເລກ.
ສະແດງລາຍການທັງໝົດທີ່ມີຢູ່. ລາຍການເຫຼົ່ານີ້ສາມາດເລືອກເພື່ອແກ້ໄຂໄດ້.
ສະແດງເນື້ອໃນຂອງລາຍການທີ່ເລືອກໄວ້ໃນປັດຈຸບັນ. ເນື້ອໃນນີ້ສາມາດແກ້ໄຂໄດ້.
ກຳນົດສະເປຣດຊີດ ແລະ ເຊວທີ່ຈະຄັດລອກ ເພື່ອລວມເຂົ້າໃນຫ້ອງ ລາຍການ. ຄ່າເລີ່ມຕົ້ນແມ່ນຊ່ວງທີ່ເລືອກໄວ້ໃນປັດຈຸບັນໃນສະເປຣດຊີດ.
ຄັດລອກເນື້ອໃນຂອງເຊວໃນຫ້ອງ ຄັດລອກລາຍການຈາກ. ຖ້າທ່ານເລືອກການອ້າງອີງໃສ່ແຖວ ແລະ ຖັນທີ່ກ່ຽວຂ້ອງ, ກ່ອງໂຕ້ຕອບ ຄັດລອກລາຍການ ຈະປະກົດຂຶ້ນຫຼັງຈາກຄລິກປຸ່ມ. ທ່ານສາມາດໃຊ້ກ່ອງໂຕ້ຕອບນີ້ເພື່ອທຳນົດວ່າຈະໃຫ້ປ່ຽນການອ້າງອີງເປັນລາຍການຈັດລຽງຕາມແຖວ ຫຼື ຕາມຖັນ.
ປ້ອນເນື້ອໃນຂອງລາຍການໃໝ່ລົງໃນຫ້ອງ ລາຍການປ້ອນ. ປຸ່ມນີ້ຈະປ່ຽນຈາກ ໃໝ່ ເປັນ ຖິ້ມ, ເຊິ່ງຊ່ວຍໃຫ້ທ່ານສາມາດລຶບລາຍການໃໝ່ນັ້ນອອກໄດ້.
ເພີ່ມລາຍການໃໝ່ລົງໃນຫ້ອງ ລາຍການ. ຖ້າທ່ານຕ້ອງການແກ້ໄຂລາຍການນີ້ໃນຫ້ອງ ລາຍການປ້ອນ, ປຸ່ມນີ້ຈະປ່ຽນຈາກ ເພີ່ມ ເປັນ ປັບປ່ຽນ, ເຊິ່ງຊ່ວຍໃຫ້ທ່ານລວມເອົາລາຍການທີ່ຫາກໍປັບປ່ຽນໃໝ່ເຂົ້າໄປໄດ້.