ການຊ່ວຍເຫຼືອ LibreOffice 26.2
ເປີດເມນູຍ່ອຍທີ່ທ່ານສາມາດເລືອກຄຳສັ່ງເພື່ອຈັດການຮູບພາບ.
ເພື່ອເຂົ້າເຖິງຄຳສັ່ງນີ້...
ເລືອກ ຈັດຮູບແບບ - ຮູບພາບ
ຕັດ ຫຼື ປັບຂະໜາດຮູບພາບທີ່ເລືອກ. ທ່ານຍັງສາມາດຄືນຄ່າຮູບພາບໃຫ້ເປັນຂະໜາດເດີມໄດ້.
ຄືນຄ່າຂະໜາດຕົ້ນສະບັບຂອງຮູບພາບທີ່ເລືອກ.
ເປີດຮູບພາບທີ່ເລືອກດ້ວຍເຄື່ອງມືພາຍນອກມາດຕະຖານທີ່ໃຊ້ສຳລັບການແກ້ໄຂຮູບພາບໃນລະບົບປະຕິບັດການຂອງທ່ານ.
ເປີດຕົວເລືອກໄຟລ໌ເພື່ອເລືອກຮູບພາບທີ່ຈະມາປ່ຽນແທນຮູບພາບທີ່ເລືອກໄວ້.
ບີບອັດຮູບພາບທີ່ເລືອກເພື່ອຫຼຸດຂະໜາດຂໍ້ມູນ ແລະ ປ່ຽນຂະໜາດຮູບພາບໃນເອກະສານ.
ເປີດໜ້າຈໍ ການສົ່ງອອກຮູບພາບ ເພື່ອສົ່ງອອກຮູບພາບທີ່ເລືອກ.
ເປີດເມນູຍ່ອຍທີ່ມີຕົວກັ່ນຕອງຕ່າງໆ ທີ່ສາມາດໃຊ້ກັບຮູບພາບທີ່ເລືອກໄດ້.
ເປີດແຖບເຄື່ອງມື ສີ ເພື່ອໃຫ້ທ່ານສາມາດແກ້ໄຂຄຸນສົມບັດບາງຢ່າງຂອງວັດຖຸທີ່ເລືອກ.
ຈັດຮູບແບບຂະໜາດ, ຕຳແໜ່ງ, ແລະ ຄຸນສົມບັດອື່ນໆຂອງຮູບພາບທີ່ເລືອກ.
ແຈ້ງເຕືອນຫາກເອກະສານມີຮູບພາບທີ່ມີຄວາມລະອຽດໃຫຍ່ເກີນໄປ ຫຼື ນ້ອຍເກີນໄປ.
ກະລຸນາສະໜັບສະໜູນພວກເຮົາ!