ການຊ່ວຍເຫຼືອ LibreOffice 26.2
ເມື່ອທ່ານສ້າງຕົວຕອງ XML ສຳລັບ LibreOffice, ທ່ານຕ້ອງອອກແບບ XSLT stylesheet ທີ່ສາມາດແປງໄປມາຈາກຮູບແບບໄຟລ໌ OpenDocument XML ໄດ້.
ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບຮູບແບບ OpenDocument XML, ໃຫ້ໄປທີ່ https://www.openoffice.org/xml/.
ຖ້າທ່ານຕ້ອງການ, ທ່ານສາມາດຮວມ ແມ່ແບບ ເຂົ້າກັບຕົວຕອງຂອງທ່ານ ເພື່ອນຳໃຊ້ສະໄຕລ໌ຂອງ LibreOffice ໃຫ້ກັບເອກະສານ XML ທີ່ທ່ານນຳເຂົ້າ.
ສ້າງ XSLT transformation stylesheet ທີ່ເຊື່ອມໂຍງອົງປະກອບຂອງຮູບແບບ XML ພາຍນອກກັບອົງປະກອບຂອງຮູບແບບໄຟລ໌ OpenDocument XML ໄປ ແລະ ກັບ.
ສ້າງແມ່ແບບທີ່ກຳນົດສະໄຕລ໌ຂອງ LibreOffice ໃຫ້ກັບອົງປະກອບໃນຮູບແບບ XML ພາຍນອກ ເມື່ອທ່ານນຳເຂົ້າໄຟລ໌ໃນຮູບແບບນີ້ເຂົ້າໃນ LibreOffice.
ໃນ LibreOffice Writer, ໃຫ້ສ້າງເອກະສານຂໍ້ຄວາມ, ແລະ ເເລືອກ .
ຄລິກ ໃໝ່.
ໃນກ່ອງຂໍ້ຄວາມ ຕົວຕອງ XML, ໃຫ້ຄລິກແຖບ ທົ່ວໄປ, ແລະ ກຳນົດຄຸນສົມບັດຂອງຕົວຕອງ.
ໃນກ່ອງ ຊື່ຕົວຕອງ, ໃຫ້ປ້ອນຊື່ສຳລັບຕົວຕອງ XML.
ຊື່ນີ້ຈະຖືກສະແດງຢູ່ໃນກ່ອງຂໍ້ຄວາມ ການຕັ້ງຄ່າຕົວຕອງ XML.
ໃນກ່ອງ ແອັບພລິເຄຊັນ, ໃຫ້ເລືອກແອັບພລິເຄຊັນ LibreOffice ທີ່ຕົວຕອງນີ້ຈະໃຊ້.
ໃນກ່ອງ ຊື່ຂອງປະເພດໄຟລ໌, ໃຫ້ປ້ອນປະເພດໄຟລ໌ທີ່ຕົວຕອງນີ້ຈະໃຊ້.
ຊື່ນີ້ຈະຖືກສະແດງຢູ່ໃນລາຍຊື່ປະເພດໄຟລ໌ໃນກ່ອງຂໍ້ຄວາມ ເປີດ, ສົ່ງອອກ, ແລະ ບັນທຶກເປັນ.
ໃນກ່ອງ ສ່ວນຂະຫຍາຍໄຟລ໌, ໃຫ້ປ້ອນສ່ວນຂະຫຍາຍສຳລັບໄຟລ໌ທີ່ສົ່ງອອກ.
ເພື່ອແຍກໄຟລ໌ອອກຈາກໄຟລ໌ XML ອື່ນໆ, ໃຫ້ປ້ອນສ່ວນຂະຫຍາຍອື່ນທີ່ບໍ່ແມ່ນ *.xml.
ໃນໜ້າແຖບ ການແປງ, ໃຫ້ກຳນົດຄຸນສົມບັດການແປງສຳລັບຕົວຕອງ.
(ທາງເລືອກ) ໃນກ່ອງ DocType, ໃຫ້ປ້ອນຕົວລະບຸປະເພດເອກະສານສຳລັບຮູບແບບໄຟລ໌ພາຍນອກ.
ຕົວລະບຸນີ້ນຳໃຊ້ເພື່ອລະບຸປະເພດໄຟລ໌ຕອນນຳເຂົ້າ.
ໃນກ່ອງ XSLT ສຳລັບການສົ່ງອອກ, ໃຫ້ປ້ອນເສັ້ນທາງ ແລະ ຊື່ໄຟລ໌ຂອງ XSLT stylesheet ທີ່ກຳນົດການແປງຈາກຮູບແບບ OpenDocument ໄປຫາຮູບແບບພາຍນອກ.
ໃນກ່ອງ XSLT ສຳລັບການນຳເຂົ້າ, ໃຫ້ປ້ອນເສັ້ນທາງ ແລະ ຊື່ໄຟລ໌ຂອງ XSLT stylesheet ທີ່ກຳນົດການແປງຈາກຮູບແບບພາຍນອກໄປຫາຮູບແບບ OpenDocument.
(ທາງເລືອກ) ໃນກ່ອງ ແມ່ແບບສຳລັບການນຳເຂົ້າ, ໃຫ້ປ້ອນເສັ້ນທາງ ແລະ ຊື່ຂອງແມ່ແບບທີ່ກຳນົດສະໄຕລ໌ຂອງ LibreOffice ທີ່ຈະໃຊ້ໃນໄຟລ໌ທີ່ນຳເຂົ້າ.
ໄຟລ໌ທີ່ລະບຸໄວ້ໃນໜ້າແຖບ ການແປງ ຈະຖືກສຳເນົາໄປຍັງໄດເຣັກທໍຣີຜູ້ໃຊ້ LibreOffice ຢູ່ໃນເຄື່ອງ.
ຄລິກ ຕົກລົງ.
ທ່ານສາມາດດຳເນີນການທົດສອບຂັ້ນພື້ນຖານກ່ຽວກັບຕົວຕອງ XML ທີ່ກຳນົດເອງໃນ LibreOffice.
ເອກະສານຈະບໍ່ຖືກປ່ຽນແປງໂດຍການທົດສອບເຫຼົ່ານີ້.
ສ້າງ ຫຼື ເປີດເອກະສານຂໍ້ຄວາມ.
ເລືອກ .
ໃນລາຍຊື່ຕົວຕອງ, ໃຫ້ເລືອກຕົວຕອງທີ່ທ່ານຕ້ອງການທົດສອບ, ແລະ ຄລິກ ທົດສອບ XSLTs.
ເພື່ອທົດສອບຕົວຕອງ ສົ່ງອອກ, ໃຫ້ເຮັດສິ່ງໃດໜຶ່ງຕໍ່ໄປນີ້ໃນພື້ນທີ່ ສົ່ງອອກ ຂອງກ່ອງຂໍ້ຄວາມ:
ຄລິກ ຄົ້ນຫາ, ເລືອກເອກະສານ LibreOffice ທີ່ທ່ານຕ້ອງການທົດສອບ, ແລະ ຄລິກ ເປີດ.
ເພື່ອທົດສອບເອກະສານປັດຈຸບັນ, ໃຫ້ຄລິກ ເອກະສານປັດຈຸບັນ.
ເພື່ອທົດສອບຕົວຕອງ ນຳເຂົ້າ, ໃຫ້ຄລິກ ຄົ້ນຫາ ໃນພື້ນທີ່ ນຳເຂົ້າ ຂອງກ່ອງຂໍ້ຄວາມ, ເລືອກເອກະສານ, ແລະ ຄລິກ ເປີດ.