ການຊ່ວຍເຫຼືອ LibreOffice 26.2
XForms ແມ່ນແບບຟອມເວັບປະເພດໃໝ່ທີ່ພັດທະນາໂດຍ World Wide Web Consortium. ຮູບແບບ XForm ຖືກກຳນົດໃນ Extensible Markup Language (XML). ຮູບແບບນີ້ໃຊ້ພາກສ່ວນແຍກຕ່າງຫາກເພື່ອອະທິບາຍວ່າແບບຟອມເຮັດຫຍັງ ແລະ ແບບຟອມມີລັກສະນະແນວໃດ. ທ່ານສາມາດເບິ່ງຂໍ້ກຳນົດສຳລັບ XForms ໄດ້ທີ່: https://www.w3.org/MarkUp/Forms/.
ໃນ LibreOffice, ເອກະສານ XForms ແມ່ນເອກະສານ Writer ປະເພດພິເສດ. ໂໝດການອອກແບບ ສຳລັບເອກະສານ XForm ຈະມີແຖບເຄື່ອງມື ແລະ ຊ່ອງເພີ່ມເຕີມ.
ຫຼັງຈາກທີ່ທ່ານສ້າງ ແລະ ບັນທຶກເອກະສານ XForms ແລ້ວ, ທ່ານສາມາດເປີດເອກະສານ, ຕື່ມຂໍ້ມູນໃນແບບຟອມ, ແລະ ສົ່ງການປ່ຽນແປງໄປຍັງເຊີບເວີໄດ້.
ເລືອກ ໄຟລ໌ - ໃໝ່ - ເອກະສານແບບຟອມ XML.
ປ່ອງຢ້ຽມການອອກແບບ XForms ຈະເປີດຂຶ້ນໃນເອກະສານ Writer ທີ່ຫວ່າງເປົ່າ.
ອອກແບບແບບຟອມຂອງທ່ານ.
ແຊກຕົວຄວບຄຸມ, ເລືອກໂມເດວເລີ່ມຕົ້ນໃນບຣາວເຊີຄຸນສົມບັດ, ແລະ ປ້ອນຄຳສັ່ງ binding.
ໃນ ຕົວນຳທາງຂໍ້ມູນ, ໃຫ້ເພີ່ມອົງປະກອບເຂົ້າໃນ instance.
ໂຫຼດ instance ໃໝ່ຈາກໄຟລ໌ XML ແລະ ເພີ່ມຕົວຄວບຄຸມໃຫ້ກັບອົງປະກອບ ຫຼື ຄຸນລັກສະນະ XML ທີ່ກ່ຽວຂ້ອງ.
ເລືອກ ໄຟລ໌ - ເປີດ ແລະ ເລືອກເອກະສານ XForms. ເອກະສານ XForm ມີສ່ວນຂະຫຍາຍຄືກັນກັບເອກະສານຂໍ້ຄວາມ Writer (*.odt).
ເປີດເອກະສານ XForms ແລະ ໃຊ້ແຖບເຄື່ອງມື ແລະ ປ່ອງຢ້ຽມຕໍ່ໄປນີ້: