ພະລາມິເຕີບັນທັດຄຳສັ່ງສຳລັບການສົ່ງອອກ PDF

ຕົວຕອງ PDF ຮອງຮັບຊຸດຕົວເລືອກທີ່ປະກອບດ້ວຍຄຸນສົມບັດ PDF ສຳລັບການສົ່ງອອກ.

ຕົວຢ່າງ:

Windows Command Prompt CMD

ເຄື່ອງໝາຍຄຳເວົ້າ (") ໃນຂໍ້ຄວາມພະລາມິເຕີຕ້ອງໃຊ້ເຄື່ອງໝາຍ escape (\") ກຳກັບ.

ເພື່ອສົ່ງອອກໜ້າ 2 ຫາ 5 ຂອງເອກະສານ Writer:

"C:\Program Files\LibreOffice\program\soffice" --convert-to pdf:writer_pdf_Export:{\"PageRange\":{\"type\":\"string\",\"value\":\"2-5\"}} --outdir C:\Users\myuser\Documents C:\Users\myuser\Documents\myfile.odt

ເພື່ອເພີ່ມລາຍນ້ຳແບບລຽງຊ້ອນ (tiled watermark):

"C:\Program Files\LibreOffice\program\soffice" --convert-to pdf:draw_pdf_Export:{\"TiledWatermark\":{\"type\":\"string\",\"value\":\"draft\"}} C:\Users\myuser\Documents\test.odg

ເພື່ອເຂົ້າລະຫັດໄຟລ໌:

"C:\Program Files\LibreOffice\program\soffice" --convert-to pdf:draw_pdf_Export:{\"EncryptFile\":{\"type\":\"boolean\",\"value\":\"true\"},\"DocumentOpenPassword\":{\"type\":\"string\",\"value\":\"secret\"}} test.odg

ເພື່ອຕັ້ງເວີຊັນເປັນ 1.5 (ແທນທີ່ຄ່າເລີ່ມຕົ້ນ 1.7):

"C:\Program Files\LibreOffice\program\soffice" --convert-to pdf:draw_pdf_Export:{\"SelectPdfVersion\":{\"type\":\"long\",\"value\":\"15\"}} test.odg

Windows PowerShell

ຂໍ້ຄວາມພະລາມິເຕີຕ້ອງຖືກຄຸມດ້ວຍເຄື່ອງໝາຍຄຳເວົ້າດ່ຽວ (') ເພື່ອໃຫ້ສາມາດໃຊ້ເຄື່ອງໝາຍຄຳເວົ້າຄູ່ (") ພາຍໃນໄດ້.

ເພື່ອສົ່ງອອກໜ້າ 2 ຫາ 5 ຂອງເອກະສານ Writer:

& 'C:\Program Files\LibreOffice\program\soffice' --convert-to 'pdf:writer_pdf_Export:{"PageRange":{"type":"string","value":"2-5"}}' --outdir C:\Users\myuser\Documents C:\Users\myuser\Documents\myfile.odt

ເພື່ອເພີ່ມລາຍນ້ຳແບບລຽງຊ້ອນ (tiled watermark):

& 'C:\Program Files\LibreOffice\program\soffice' --convert-to 'pdf:draw_pdf_Export:{"TiledWatermark":{"type":"string","value":"draft"}}' test.odg

ເພື່ອເຂົ້າລະຫັດໄຟລ໌:

& 'C:\Program Files\LibreOffice\program\soffice' --convert-to 'pdf:draw_pdf_Export:{"EncryptFile":{"type":"boolean","value":"true"},"DocumentOpenPassword":{"type":"string","value":"secret"}}' test.odg

ເພື່ອຕັ້ງເວີຊັນເປັນ 1.5 (ແທນທີ່ຄ່າເລີ່ມຕົ້ນ 1.7):

& 'C:\Program Files\LibreOffice\program\soffice' --convert-to 'pdf:draw_pdf_Export:{"SelectPdfVersion":{"type":"long","value":"15"}}' test.odg

Linux (BASH) ແລະ MacOS (ZSH)

ເພື່ອສົ່ງອອກໜ້າ 2 ຫາ 5 ຂອງເອກະສານ Writer:

soffice --convert-to 'pdf:writer_pdf_Export:{"PageRange":{"type":"string","value":"2-5"}}' --outdir /home/myuser myfile.odt

ເພື່ອເພີ່ມລາຍນ້ຳແບບລຽງຊ້ອນ (tiled watermark):

soffice --convert-to 'pdf:draw_pdf_Export:{"TiledWatermark":{"type":"string","value":"draft"}}' test.odg

ເພື່ອເຂົ້າລະຫັດໄຟລ໌:

soffice --convert-to 'pdf:draw_pdf_Export:{"EncryptFile":{"type":"boolean","value":"true"},"DocumentOpenPassword":{"type":"string","value":"secret"}}' test.odg

ເພື່ອຕັ້ງເວີຊັນເປັນ 1.5 (ແທນທີ່ຄ່າເລີ່ມຕົ້ນ 1.7):

soffice --convert-to 'pdf:draw_pdf_Export:{"SelectPdfVersion":{"type":"long","value":"15"}}' test.odg

ດັດຊະນີ

ຄຸນສົມບັດທົ່ວໄປ

ມຸມເບິ່ງເລີ່ມຕົ້ນ

ສ່ວນຕິດຕໍ່ຜູ້ໃຊ້

ການເຊື່ອມໂຍງ

ຄວາມປອດໄພ

ລາຍເຊັນດິຈິຕອນ

ຄຸນສົມບັດທົ່ວໄປ

ທົ່ວໄປ

ຊື່

ຄຳອະທິບາຍ

ປະເພດ

ຄ່າເລີ່ມຕົ້ນ

PageRange

ຖ້າຕັ້ງຄຸນສົມບັດນີ້, ມັນຈະລະບຸຊ່ວງຂອງໜ້າທີ່ຈະສົ່ງອອກ.

ເພື່ອສົ່ງອອກທຸກໜ້າ, ໃຫ້ປະຄຸນສົມບັດນີ້ໄວ້ (ບໍ່ຕ້ອງຕັ້ງຄ່າ).

ເພື່ອສົ່ງອອກສະເພາະສ່ວນທີ່ເລືອກ, ໃຫ້ຕັ້ງສະເພາະຄຸນສົມບັດ Selection.

string

ວ່າງ (ສົ່ງອອກທຸກໜ້າ)

Selection

ຄ່າ any ທີ່ກົງກັບສ່ວນທີ່ເລືອກໃນເອກະສານ.

Any

UseLosslessCompression

ລະບຸວ່າຈະສົ່ງອອກຮູບພາບເປັນແບບບໍ່ສູນເສຍຄຸນນະພາບ (PNG) ຫຼື ແບບບີບອັດ (JPEG).

boolean

false

Quality

ລະບຸຄຸນນະພາບຂອງ JPG. ຄ່າຍິ່ງສູງ ຄຸນນະພາບຍິ່ງດີ ແຕ່ໄຟລ໌ຈະໃຫຍ່ຂຶ້ນ.

ຄ່າຕ່ຳສຸດ: 1. ຄ່າຍິ່ງຕ່ຳ ຄຸນນະພາບຮູບຍິ່ງຫຼຸດລົງ ແລະ ໄຟລ໌ຈະນ້ອຍລົງ.

ຄ່າສູງສຸດ: 100. ຄ່າຍິ່ງສູງ ຄຸນນະພາບຮູບຍິ່ງດີ ແລະ ໄຟລ໌ຈະໃຫຍ່ຂຶ້ນ.

long

90

ReduceImageResolution

ລະບຸວ່າຈະຫຼຸດຄວາມລະອຽດຂອງຮູບພາບລົງຕາມທີ່ກຳນົດໃນ MaxImageResolution ຫຼື ບໍ່.

boolean

false

MaxImageResolution

ຖ້າຕັ້ງ ReduceImageResolution ເປັນ true, ຮູບທັງໝົດຈະຖືກຫຼຸດຄວາມລະອຽດ (DPI) ຕາມຄ່າທີ່ກຳນົດ.

long

300

SelectPdfVersion

ລະບຸເວີຊັນຂອງ PDF. ຄ່າທີ່ເປັນໄປໄດ້ຄື:

0: PDF 1.7 (ຄ່າເລີ່ມຕົ້ນ).

1: PDF/A-1b

2: PDF/A-2b

3: PDF/A-3b

15: PDF 1.5

16: PDF 1.6

17: PDF 1.7

long

0

PDFUACompliance

ສ້າງໄຟລ໌ PDF ທີ່ເຂົ້າເຖິງໄດ້ (Accessible PDF) ຕາມມາດຕະຖານ PDF/UA (ISO 14289).

boolean

false

UseTaggedPDF

ກຳນົດວ່າຈະສ້າງ PDF ໂດຍໃຊ້ແທັກພິເສດສຳລັບການເຂົ້າເຖິງ (Accessibility tags) ຫຼື ບໍ່.

boolean

false

ExportFormFields

ກຳນົດວ່າຈະສົ່ງອອກຟິວແບບຟອມເປັນວິດເຈັດ ຫຼື ສົ່ງອອກສະເພາະຮູບແບບການພິມທີ່ຄົງທີ່.

boolean

true

FormsType

ກຳນົດຮູບແບບການສົ່ງຂໍ້ມູນຂອງແບບຟອມ PDF. ຄ່າທີ່ເປັນໄປໄດ້ຄື:

0: ກຳນົດໃຫ້ໃຊ້ຮູບແບບຟອມ FDF.

1: ກຳນົດໃຫ້ໃຊ້ຮູບແບບຟອມ PDF.

2: ກຳນົດໃຫ້ໃຊ້ຮູບແບບຟອມ HTML.

3: ກຳນົດໃຫ້ໃຊ້ຮູບແບບຟອມ XML.

long

0

AllowDuplicateFieldNames

ກຳນົດວ່າອະນຸຍາດໃຫ້ຟິວແບບຟອມຫຼາຍອັນທີ່ສົ່ງອອກມີຊື່ຟິວດຽວກັນໄດ້ຫຼືບໍ່.

boolean

false

ExportBookmarks

ກຳນົດວ່າຈະສົ່ງອອກບຸກມາກໄປເປັນ PDF ຫຼືບໍ່.

boolean

true

ExportPlaceholders

ສົ່ງອອກສະເພາະເຄື່ອງໝາຍທີ່ເບິ່ງເຫັນຂອງຟິວຕົວແທນເທົ່ານັ້ນ. ຕົວແທນທີ່ສົ່ງອອກຈະບໍ່ມີຜົນຫຍັງ.

boolean

false

ExportNotes

ກຳນົດວ່າຈະສົ່ງອອກບັນທຶກຊ່ວຍຈຳໄປເປັນ PDF ຫຼືບໍ່.

boolean

false

ExportNotesPages

ກຳນົດວ່າຈະສົ່ງອອກໜ້າບັນທຶກຊ່ວຍຈຳໄປເປັນ PDF ຫຼືບໍ່. (ໜ້າບັນທຶກຊ່ວຍຈຳມີໃຫ້ໃຊ້ສະເພາະໃນເອກະສານ Impress ເທົ່ານັ້ນ).

boolean

false

ExportOnlyNotesPages

ຖ້າຄຸນສົມບັດ ExportNotesPages ຖືກຕັ້ງເປັນ true, ຈະກຳນົດໃຫ້ສົ່ງອອກສະເພາະໜ້າບັນທຶກຊ່ວຍຈຳໄປເປັນ PDF.

boolean

false

ExportNotesInMargin

ກຳນົດວ່າຈະສົ່ງອອກບັນທຶກຊ່ວຍຈຳຢູ່ຂອບເຈ້ຍໄປເປັນ PDF ຫຼືບໍ່.

boolean

false

ExportHiddenSlides

ສຳລັບ LibreOffice Impress, ໃຫ້ສົ່ງອອກສະໄລ້ທີ່ບໍ່ໄດ້ລວມຢູ່ໃນການສະແດງສະໄລ້.

boolean

false

IsSkipEmptyPages

ກຳນົດໃຫ້ຍົກເລີກການແຊກໜ້າຫວ່າງໂດຍອັດຕະໂນມັດ. ຕົວເລືອກນີ້ຈະໃຊ້ໄດ້ສະເພາະຕອນບັນທຶກເອກະສານ Writer ເທົ່ານັ້ນ.

boolean

false

EmbedStandardFonts

ກຳນົດວ່າຈະຝັງຟອນ PDF ມາດຕະຖານທັງ 14 ຟອນ ຫຼື ບໍ່.

boolean

false

IsAddStream

ກຳນົດໃຫ້ແຊກສະຕຣີມ (stream) ລົງໃນໄຟລ໌ PDF ເຊິ່ງປະກອບມີເອກະສານຕົ້ນສະບັບເພື່ອຈຸດປະສົງໃນການເກັບມ້ຽນ.

boolean

false

Watermark

ກຳນົດຂໍ້ຄວາມສຳລັບລາຍນ້ຳ (watermark) ທີ່ຈະສະແດງຢູ່ໃນທຸກໆໜ້າຂອງໄຟລ໌ PDF ທີ່ສົ່ງອອກ.

string

(empty)

WatermarkColor

ກຳນົດສີຂອງຂໍ້ຄວາມລາຍນ້ຳ

long

8388223 (light green)

WatermarkFontHeight

ກຳນົດຄວາມສູງຂອງຟອນຂໍ້ຄວາມລາຍນ້ຳ.

long

WatermarkRotateAngle

ກຳນົດມຸມອຽງຂອງຂໍ້ຄວາມລາຍນ້ຳ.

long

WatermarkFontName

ກຳນົດຊື່ຟອນຂອງຂໍ້ຄວາມລາຍນ້ຳ.

string

Helvetica

TiledWatermark

ກຳນົດຂໍ້ຄວາມລາຍນ້ຳແບບລຽງຊ້ອນ (tiled).

string

UseReferenceXObject

ເມື່ອເປີດໃຊ້ຕົວເລືອກນີ້, ຈະໃຊ້ເຄື່ອງໝາຍ XObject ອ້າງອີງ: ນີ້ແມ່ນການເຮັດວຽກທີ່ງ່າຍດາຍ, ແຕ່ໂປຣແກຣມເບິ່ງ PDF ຕ້ອງຮອງຮັບເຄື່ອງໝາຍນີ້ເພື່ອສະແດງຮູບພາບເວັກເຕີ. ຖ້າບໍ່ດັ່ງນັ້ນ ຈະສະແດງເປັນຮູບພາບບິດແມັບ (bitmap) ແທນ.

boolean

false

IsRedactMode

boolean

false

SinglePageSheets

ບໍ່ສົນໃຈຂະໜາດເຈ້ຍຂອງແຕ່ລະແຜ່ນ, ຊ່ວງການພິມ ແລະ ສະຖານະການສະແດງ/ເຊື່ອງ ແລະ ວາງທຸກໆແຜ່ນ (ລວມທັງແຜ່ນທີ່ເຊື່ອງໄວ້) ລົງໃນໜ້າດຽວພໍດີ.

boolean

false


ມຸມເບິ່ງເລີ່ມຕົ້ນ

ມຸມເບິ່ງເລີ່ມຕົ້ນ

ຊື່

ຄຳອະທິບາຍ

ປະເພດ

ຄ່າເລີ່ມຕົ້ນ

InitialView

ກຳນົດວິທີການສະແດງເອກະສານ PDF ເມື່ອເປີດຂຶ້ນ. ຄ່າທີ່ເປັນໄປໄດ້ຄື:

0: ເລືອກໂໝດການເບິ່ງແບບມາດຕະຖານ, ໂດຍບໍ່ມີທັງເຄົ້າຮ່າງ ຫຼື ຮູບຕົວຢ່າງ.

1: ເປີດເອກະສານພ້ອມກັບແຖບເຄົ້າຮ່າງ

2: ເປີດເອກະສານພ້ອມກັບແຖບຮູບຕົວຢ່າງ

long

0

InitialPage

ກຳນົດໜ້າທີ່ຈະໃຫ້ເອກະສານ PDF ເປີດຂຶ້ນໃນໂປຣແກຣມເບິ່ງ.

long

1

Magnification

ກຳນົດການກະທຳທີ່ຈະເຮັດເມື່ອເປີດເອກະສານ PDF. ຄ່າທີ່ເປັນໄປໄດ້ຄື:

0: ເປີດດ້ວຍອັດຕາການຂະຫຍາຍມາດຕະຖານ.

1: ເປີດໂດຍຂະຫຍາຍໃຫ້ພໍດີກັບໜ້າທັງໝົດພາຍໃນປ່ອງຢ້ຽມ.

2: ເປີດໂດຍຂະຫຍາຍໃຫ້ພໍດີກັບຄວາມກວ້າງຂອງໜ້າພາຍໃນປ່ອງຢ້ຽມ.

3: ເປີດໂດຍຂະຫຍາຍໃຫ້ພໍດີກັບຄວາມກວ້າງທັງໝົດຂອງຂອບເຂດເນື້ອຫາພາຍໃນປ່ອງຢ້ຽມ (ຕັດສ່ວນຂອບເຈ້ຍອອກ).

4: ເປີດດ້ວຍລະດັບການຂະຫຍາຍທີ່ກຳນົດໄວ້ໃນຄຸນສົມບັດການຂະຫຍາຍ (Zoom).

long

0

Zoom

ກຳນົດລະດັບການຂະຫຍາຍທີ່ຈະໃຫ້ເອກະສານ PDF ເປີດຂຶ້ນ. ໃຊ້ໄດ້ສະເພາະເມື່ອ Magnification ຖືກຕັ້ງເປັນ "4" ເທົ່ານັ້ນ.

long

100

PageLayout

ກຳນົດການວາງຜັງໜ້າທີ່ຈະໃຊ້ເມື່ອເປີດເອກະສານ. ຄ່າທີ່ເປັນໄປໄດ້ຄື:

0: ສະແດງໜ້າຕາມການຕັ້ງຄ່າຂອງໂປຣແກຣມອ່ານ.

1: ສະແດງເທື່ອລະໜ້າ.

2: ສະແດງໜ້າເປັນຖັນດຽວ.

3: ສະແດງໜ້າເປັນສອງຖັນ ໂດຍໃຫ້ໜ້າຄີກຢູ່ເບື້ອງຂວາ, ຖ້າຕ້ອງການໃຫ້ໜ້າຄີກຢູ່ເບື້ອງຊ້າຍ ຕ້ອງໃຊ້ຄຸນສົມບັດ FirstPageOnLeft ຄວບຄູ່ກັນ.

long

0

FirstPageOnLeft

ໃຊ້ຮ່ວມກັບຄ່າ 3 ຂອງຄຸນສົມບັດ PageLayout ທາງເທິງ, ຕັ້ງເປັນ true ຖ້າຕ້ອງການໃຫ້ໜ້າທຳອິດ (ໜ້າຄີກ) ຢູ່ເບື້ອງຊ້າຍຂອງໜ້າຈໍ.

boolean

false


ສ່ວນຕິດຕໍ່ຜູ້ໃຊ້

ສ່ວນຕິດຕໍ່ຜູ້ໃຊ້

ຊື່

ຄຳອະທິບາຍ

ປະເພດ

ຄ່າເລີ່ມຕົ້ນ

ResizeWindowToInitialPage

ກຳນົດໃຫ້ປ່ອງຢ້ຽມເບິ່ງ PDF ເປີດຂຶ້ນໂດຍສະແດງໃຫ້ເຫັນໜ້າທຳອິດທັງໝົດເມື່ອເປີດເອກະສານ.

boolean

false

CenterWindow

ກຳນົດໃຫ້ປ່ອງຢ້ຽມເບິ່ງ PDF ຢູ່ກາງໜ້າຈໍເມື່ອເປີດເອກະສານ PDF.

boolean

false

OpenInFullScreenMode

ກຳນົດໃຫ້ປ່ອງຢ້ຽມເບິ່ງ PDF ເປີດຂຶ້ນແບບເຕັມໜ້າຈໍ ແລະ ຢູ່ເທິງສຸດຂອງທຸກໆປ່ອງຢ້ຽມ.

boolean

false

DisplayPDFDocumentTitle

ກຳນົດໃຫ້ສະແດງຊື່ເລື່ອງຂອງເອກະສານ (ຖ້າມີຢູ່ໃນຄຸນສົມບັດເອກະສານ) ຢູ່ແຖບຊື່ຂອງປ່ອງຢ້ຽມເບິ່ງ PDF.

boolean

true

HideViewerMenubar

ກຳນົດວ່າຈະເຊື່ອງແຖບເມນູຂອງໂປຣແກຣມເບິ່ງ PDF ຫຼືບໍ່ ໃນຂະນະທີ່ເອກະສານກຳລັງເຮັດວຽກຢູ່.

boolean

false

HideViewerToolbar

ກຳນົດວ່າຈະເຊື່ອງແຖບເຄື່ອງມືຂອງໂປຣແກຣມເບິ່ງ PDF ຫຼືບໍ່ ໃນຂະນະທີ່ເອກະສານກຳລັງເຮັດວຽກຢູ່.

boolean

false

HideViewerWindowControls

ກຳນົດວ່າຈະເຊື່ອງປຸ່ມຄວບຄຸມຂອງໂປຣແກຣມເບິ່ງ PDF ຫຼືບໍ່ ໃນຂະນະທີ່ເອກະສານກຳລັງເຮັດວຽກຢູ່.

boolean

false

UseTransitionEffects

ກຳນົດໃຫ້ສົ່ງອອກຜົນກະທົບການປ່ຽນສະໄລ້ (slide transitions) ໄປເປັນ PDF. ຕົວເລືອກນີ້ໃຊ້ໄດ້ສະເພາະຕອນບັນທຶກເອກະສານ Impress ເທົ່ານັ້ນ.

boolean

true

OpenBookmarkLevels

ກຳນົດວ່າຈະໃຫ້ເປີດບຸກມາກຈັກລະດັບໃນໂປຣແກຣມອ່ານເມື່ອເປີດ PDF. ຄ່າທີ່ເປັນໄປໄດ້ຄື:

-1: ເປີດບຸກມາກທຸກລະດັບ

1–10: ລະບຸລະດັບຂອງບຸກມາກ (ແຕ່ 1 ຫາ 10)

long

-1


ການເຊື່ອມໂຍງ

ລິ້ງ

ຊື່

ຄຳອະທິບາຍ

ປະເພດ

ຄ່າເລີ່ມຕົ້ນ

ExportBookmarksToPDFDestination

ກຳນົດໃຫ້ສົ່ງອອກບຸກມາກທີ່ມີຢູ່ໃນໄຟລ໌ LibreOffice ຕົ້ນທາງ ໄປເປັນບ່ອນໝາຍປາຍທາງທີ່ມີຊື່ (Named Destination) ໃນໄຟລ໌ PDF.

boolean

false

ConvertOOoTargetToPDFTarget

ກຳນົດໃຫ້ເອກະສານປາຍທາງທີ່ມີນາມສະກຸນ .od[tpgs] ປ່ຽນນາມສະກຸນເປັນ .pdf ເມື່ອມີການສົ່ງອອກລິ້ງໄປເປັນ PDF. ສ່ວນເອກະສານຕົ້ນທາງຈະບໍ່ມີການປ່ຽນແປງ.

boolean

false

ExportLinksRelativeFsys

ກຳນົດໃຫ້ໄຮເປີລິ້ງທີ່ກ່ຽວຂ້ອງກັບລະບົບໄຟລ໌ (ໂປຣໂຕຄໍ file://) ທີ່ມີຢູ່ໃນເອກະສານ ຖືກສົ່ງອອກໂດຍອ້າງອີງຕາມຕຳແໜ່ງຂອງເອກະສານຕົ້ນທາງ.

boolean

false

PDFViewSelection

ກຳນົດວິທີການເບິ່ງ PDF ທີ່ສົ່ງອອກຂອງຜູ້ໃຊ້. ຄ່າທີ່ເປັນໄປໄດ້ຄື:

0: ກຳນົດໃຫ້ສົ່ງອອກ PDF ໂດຍໃຫ້ລິ້ງພາຍນອກທັງໝົດຖືກຈັດການເປັນ URI. ນີ້ແມ່ນຄ່າມາດຕະຖານ.

1: ກຳນົດໃຫ້ສົ່ງອອກ PDF ເພື່ອເບິ່ງຜ່ານໂປຣແກຣມອ່ານ PDF ເທົ່ານັ້ນ. ໃຊ້ໄດ້ສະເພາະເມື່ອບໍ່ໄດ້ສົ່ງອອກເປັນ PDF/A-1 (ຕົວຢ່າງ: ບໍ່ໄດ້ຕັ້ງ SelectPdfVersion ເປັນ 1).

2: ກຳນົດໃຫ້ສົ່ງອອກ PDF ເພື່ອເບິ່ງຜ່ານບຣາວເຊີອິນເຕີເນັດ ໂດຍໃຊ້ປລັກອິນ PDF ທີ່ມາກັບບຣາວເຊີ. ບຸກມາກຂອງ URI ຈະຖືກສະແດງໃຫ້ຮອງຮັບກັບບຸກມາກປາຍທາງທີ່ສ້າງຂຶ້ນດ້ວຍຟີເຈີການສົ່ງອອກ PDF ຂອງ LibreOffice (ເບິ່ງ ExportBookmarksToPDFDestination).

long

0


ຄວາມປອດໄພ

ຄວາມປອດໄພ

ຊື່

ຄຳອະທິບາຍ

ປະເພດ

ຄ່າເລີ່ມຕົ້ນ

EncryptFile

ຖ້າເປັນ true, ຈະເລືອກເຂົ້າລະຫັດເອກະສານ PDF ດ້ວຍລະຫັດຜ່ານ. ໄຟລ໌ PDF ຈະເປີດໄດ້ກໍຕໍ່ເມື່ອຜູ້ໃຊ້ປ້ອນລະຫັດຜ່ານທີ່ຖືກຕ້ອງເທົ່ານັ້ນ.

boolean

false

DocumentOpenPassword

ນີ້ແມ່ນລະຫັດຜ່ານທີ່ອະນຸຍາດໃຫ້ຜູ້ໃຊ້ເປີດໄຟລ໌ PDF ເມື່ອ EncryptFile ຖືກຕັ້ງເປັນ true.

string

RestrictPermissions

ຖ້າເປັນ true, ຈະເລືອກຈຳກັດການອະນຸຍາດບາງຢ່າງ. ການອະນຸຍາດສາມາດປ່ຽນແປງໄດ້ກໍຕໍ່ເມື່ອຜູ້ໃຊ້ປ້ອນລະຫັດຜ່ານທີ່ຖືກຕ້ອງເທົ່ານັ້ນ.

boolean

false

PermissionPassword

ນີ້ແມ່ນລະຫັດຜ່ານທີ່ອະນຸຍາດໃຫ້ຜູ້ໃຊ້ເຂົ້າເຖິງການອະນຸຍາດບາງຢ່າງທີ່ຖືກຈຳກັດໄວ້ ຖ້າ RestrictPermissions ຖືກຕັ້ງເປັນ true.

string

PreparedPasswords

PreparedPermissionPassword

string

Printing

ກຳນົດການພິມທີ່ອະນຸຍາດ. ຄ່າທີ່ເປັນໄປໄດ້ຄື:

0: ເອກະສານບໍ່ສາມາດພິມໄດ້.

1: ເອກະສານສາມາດພິມໄດ້ສະເພາະຄວາມລະອຽດຕ່ຳເທົ່ານັ້ນ.

2: ເອກະສານສາມາດພິມໄດ້ດ້ວຍຄວາມລະອຽດສູງສຸດ.

long

2

Changes

ກຳນົດການປ່ຽນແປງທີ່ສາມາດເຮັດໄດ້ກັບເອກະສານ. ຄ່າທີ່ເປັນໄປໄດ້ຄື:

0: ເອກະສານບໍ່ສາມາດປ່ຽນແປງໄດ້.

1: ອະນຸຍາດໃຫ້ແຊກ, ລຶບ ແລະ ໝຸນໜ້າໄດ້.

2: ອະນຸຍາດໃຫ້ປ້ອນຂໍ້ມູນໃນຟິວແບບຟອມໄດ້.

3: ອະນຸຍາດໃຫ້ທັງປ້ອນຂໍ້ມູນໃນຟິວແບບຟອມ ແລະ ການສະແດງຄວາມຄິດເຫັນ.

4: ອະນຸຍາດໃຫ້ປ່ຽນແປງໄດ້ທຸກຢ່າງຕາມຕົວເລືອກກ່ອນໜ້ານີ້, ຍົກເວັ້ນການດຶງຂໍ້ມູນໜ້າ (ຄັດລອກ).

long

4

EnableCopyingOfContent

ກຳນົດໃຫ້ສາມາດດຶງຂໍ້ມູນໜ້າ ແລະ ເເນື້ອຫາເອກະສານໄປໃຊ້ໃນເອກະສານອື່ນໄດ້ (ຄັດລອກ ແລະ ວາງ).

boolean

true

EnableTextAccessForAccessibilityTools

ກຳນົດໃຫ້ສາມາດດຶງຂໍ້ມູນເນື້ອຫາເອກະສານໄປໃຊ້ໃນແອັບພລິເຄຊັນສຳລັບການເຂົ້າເຖິງ (accessibility).

boolean

true


ລາຍເຊັນດິຈິຕອນ

ລາຍເຊັນດີຈີຕອນ

ຊື່

ຄຳອະທິບາຍ

ປະເພດ

ຄ່າເລີ່ມຕົ້ນ

SignPDF

ຖ້າເປັນ true, ໃຫ້ເຊັນຊື່ໃນ PDF.

boolean

false

SignatureLocation

ຂໍ້ມູນເພີ່ມເຕີມກ່ຽວກັບລາຍເຊັນດິຈິຕອນ, ສະຖານທີ່ຂອງຜູ້ເຊັນຊື່.

string

SignatureReason

ຂໍ້ມູນເພີ່ມເຕີມກ່ຽວກັບລາຍເຊັນດິຈິຕອນ, ເຫດຜົນໃນການເຊັນຊື່.

string

SignatureContactInfo

ຂໍ້ມູນເພີ່ມເຕີມກ່ຽວກັບລາຍເຊັນດິຈິຕອນ, ຂໍ້ມູນຕິດຕໍ່ຂອງຜູ້ເຊັນຊື່.

string

SignaturePassword

ລະຫັດຜ່ານໃບຢັ້ງຢືນ

string

SignatureCertificate

SignCertificateSubjectName

string

SignatureTSA

ໃນລະຫວ່າງຂະບວນການເຊັນຊື່ PDF, ຈະມີການໃຊ້ URL ຂອງຜູ້ໃຫ້ບໍລິການປະທັບຕາເວລາ (timestamp authority) ເພື່ອຂໍເອົາການປະທັບຕາເວລາທີ່ເຊັນຊື່ແບບດິຈິຕອນ ແລ້ວຝັງລົງໃນລາຍເຊັນ.

string


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!