ການນຳໃຊ້ Microsoft Office ແລະ LibreOffice

LibreOffice ສາມາດເປີດ ແລະ ບັນທຶກເອກະສານໃນຮູບແບບໄຟລ໌ Microsoft Office ໄດ້, ລວມທັງຮູບແບບ Microsoft Office Open XML.

ການເປີດໄຟລ໌ Microsoft Office

  1. ເລືອກ ໄຟລ໌ - ເປີດ. ແລ້ວເລືອກໄຟລ໌ Microsoft Office ໃນປ່ອງຢ້ຽມເປີດໄຟລ໌ຂອງ LibreOffice.

ໄຟລ໌ MS Office...

...ຈະເປີດໃນໂມດູນຂອງ LibreOffice

Microsoft Word, *.doc, *.docx

LibreOffice Writer

Microsoft Excel, *.xls, *.xlsx

LibreOffice Calc

Microsoft PowerPoint, *.ppt, *.pps, *.pptx

LibreOffice Impress


ການບັນທຶກເປັນໄຟລ໌ Microsoft Office

  1. ເລືອກ ໄຟລ໌ - ບັນທຶກເປັນ.

  2. ໃນຊ່ອງ ປະເພດໄຟລ໌, ໃຫ້ເລືອກຮູບແບບໄຟລ໌ Microsoft Office.

ການຕັ້ງຄ່າໃຫ້ບັນທຶກເອກະສານເປັນຮູບແບບ Microsoft Office ໂດຍເລີ່ມຕົ້ນ

  1. ເລືອກ - ໂຫຼດ/ບັນທຶກ - ທົ່ວໄປ.

  2. ໃນສ່ວນ ຮູບແບບໄຟລ໌ເລີ່ມຕົ້ນ ແລະ ການຕັ້ງຄ່າ ODF, ທຳອິດໃຫ້ເລືອກປະເພດເອກະສານ, ແລ້ວເລືອກປະເພດໄຟລ໌ສຳລັບການບັນທຶກ.

ຈາກນີ້ໄປ, ຖ້າເຈົ້າບັນທຶກເອກະສານ, ປະເພດໄຟລ໌ ຈະຖືກຕັ້ງຕາມທີ່ເຈົ້າເລືອກໄວ້. ແນ່ນອນວ່າ ເຈົ້າຍັງສາມາດເລືອກປະເພດໄຟລ໌ອື່ນໄດ້ໃນປ່ອງຢ້ຽມບັນທຶກໄຟລ໌.

ການແປງໄຟລ໌ Microsoft Office ຫຼາຍໆໄຟລ໌ໃຫ້ເປັນຮູບແບບ OpenDocument

ຕົວຊ່ວຍແປງເອກະສານ (Document Converter Wizard) ຈະສຳເນົາ ແລະ ແປງໄຟລ໌ Microsoft Office ທັງໝົດໃນໂຟນເດີໃຫ້ເປັນເອກະສານ LibreOffice ໃນຮູບແບບ OpenDocument. ເຈົ້າສາມາດກຳນົດໂຟນເດີຕົ້ນທາງ ແລະ ໂຟນເດີທີ່ຈະບັນທຶກໄຟລ໌ທີ່ແປງແລ້ວໄດ້.

  1. ເລືອກ ໄຟລ໌ - ຕົວຊ່ວຍ - ຕົວແປງເອກະສານ ເພື່ອເລີ່ມຕົ້ນ.

ມາໂຄຣໃນ Microsoft Office ແລະ LibreOffice

ໂດຍມີຂໍ້ຍົກເວັ້ນບາງຢ່າງ, Microsoft Office ແລະ LibreOffice ບໍ່ສາມາດລັນໂຄ້ດມາໂຄຣອັນດຽວກັນໄດ້. Microsoft Office ໃຊ້ໂຄ້ດ VBA, ສ່ວນ LibreOffice ໃຊ້ໂຄ້ດ Basic ທີ່ອີງໃສ່ API ຂອງ LibreOffice. ເຖິງແມ່ນວ່າພາສາໂປຣແກຣມຈະຄືກັນ, ແຕ່ວັດຖຸ (objects) ແລະ ວິທີການ (methods) ແມ່ນແຕກຕ່າງກັນ.

ໄອຄອນ ບັນທຶກ

LibreOffice ເວີຊັນຫຼ້າສຸດສາມາດລັນບາງ Excel Visual Basic scripts ໄດ້ ຖ້າເຈົ້າເປີດໃຊ້ງານທີ່ - ໂຫຼດ/ບັນທຶກ - ຄຸນສົມບັດ VBA.


ຖ້າເຈົ້າໃຊ້າມໂຄຣໃນແອັບພລິເຄຊັນໜຶ່ງ ແລະ ຕ້ອງການໃຊ້ງານແບບດຽວກັນໃນອີກແອັບພລິເຄຊັນໜຶ່ງ, ເຈົ້າຕ້ອງແກ້ໄຂມາໂຄຣນັ້ນ. LibreOffice ສາມາດໂຫຼດມາໂຄຣຈາກໄຟລ໌ Microsoft Office ໄດ້ ແລະ ເຈົ້າສາມາດເບິ່ງ ຫຼື ແກ້ໄຂໂຄ້ດໄດ້ໃນຕົວແກ້ໄຂ Basic IDE ຂອງ LibreOffice.

ເຈົ້າສາມາດເລືອກທີ່ຈະຮັກສາໄວ້ ຫຼື ລຶບມາໂຄຣ VBA ໄດ້

ເມື່ອເປີດເອກະສານ Microsoft Office ທີ່ມີໂຄ້ດມາໂຄຣ VBA, ຖ້າເຈົ້າແກ້ໄຂສະເພາະເນື້ອໃນທົ່ວໄປ (ຂໍ້ຄວາມ, ຫ້ອງຂໍ້ມູນ, ກຣາຟິກ) ໂດຍບໍ່ແກ້ໄຂມາໂຄຣ, ແລ້ວບັນທຶກເປັນໄຟລ໌ Microsoft Office ຄືເກົ່າ, ມາໂຄຣ VBA ນັ້ນຈະຍັງສາມາດໃຊ້ງານໄດ້ຕາມປົກກະຕິເມື່ອເປີດໃນ Microsoft Office.

ເຈົ້າສາມາດເລືອກລຶບມາໂຄຣ VBA ອອກຈາກໄຟລ໌ Microsoft Office ໄດ້ໃນຂະນະທີ່ໂຫຼດ ຫຼື ບັນທຶກ.

  1. ເລືອກ - ໂຫຼດ/ບັນທຶກ - ຄຸນສົມບັດ VBA ເພື່ອຕັ້ງຄ່າການຈັດການມາໂຄຣ VBA ຂອງ LibreOffice.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!