ການແຊກການເຊື່ອມໂຍງ

ທ່ານສາມາດແຊກການເຊື່ອມໂຍງໄດ້ສອງວິທີ: ເປັນຂໍ້ຄວາມ ຫຼື ເປັນປຸ່ມ. ໃນທັງສອງກໍລະນີ, ຂໍ້ຄວາມທີ່ສະແດງໃຫ້ເຫັນສາມາດແຕກຕ່າງຈາກ URL ໄດ້.

ວາງເຄີເຊີຂໍ້ຄວາມໃນເອກະສານບ່ອນທີ່ທ່ານຕ້ອງການແຊກການເຊື່ອມໂຍງ ຫຼື ເລືອກຂໍ້ຄວາມທີ່ທ່ານຕ້ອງການໃສ່ການເຊື່ອມໂຍງ. ເລືອກຄຳສັ່ງ ການເຊື່ອມໂຍງ ຈາກເມນູ ແຊກ. ຫຼື ຄລິກໃສ່ໄອຄອນ ໄອຄອນ ການເຊື່ອມໂຍງ ໃນແຖບເຄື່ອງມື ມາດຕະຖານ. ກ່ອງໂຕ້ຕອບການເຊື່ອມໂຍງ ຈະປະກົດຂຶ້ນ.

ໄອຄອນ ເຄັດລັບ

ການເຊື່ອມໂຍງຍັງສາມາດແຊກໄດ້ໂດຍການລາກ ແລະ ວາງຈາກຕົວນຳທາງ (Navigator). ການເຊື່ອມໂຍງສາມາດອ້າງອີງເຖິງການອ້າງອີງ, ຫົວຂໍ້, ຮູບພາບ, ຕາຕະລາງ, ວັດຖຸ, ໄດເຣັກທໍຣີ ຫຼື ບຸກມາກ.


ໄອຄອນ ເຄັດລັບ

ຖ້າທ່ານຕ້ອງການແຊກການເຊື່ອມໂຍງໃນຂໍ້ຄວາມທີ່ອ້າງອີງເຖິງ ຕາຕະລາງ 1, ໃຫ້ລາກລາຍການ ຕາຕະລາງ 1 ຈາກຕົວນຳທາງແລ້ວວາງລົງໃນຂໍ້ຄວາມ. ເພື່ອເຮັດສິ່ງນີ້, ຈະຕ້ອງເລືອກໂໝດການລາກ ແຊກເປັນການເຊື່ອມໂຍງ ໃນຕົວນຳທາງ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!