ການແກ້ໄຂແກນແຜນພູມ

ເພື່ອແກ້ໄຂແກນຂອງແຜນພູມທີ່ທ່ານໄດ້ແຊກໄວ້:

  1. ດັບເບິນຄລິກທີ່ແຜນພູມ.

    ຂອບສີເທົາຈະປະກົດຂຶ້ນອ້ອມແຜນພູມ ແລະ ແຖບເມນູໃນປັດຈຸບັນຈະມີຄຳສັ່ງສຳລັບການແກ້ໄຂວັດຖຸໃນແຜນພູມ.

  2. ເລືອກ ຮູບແບບ - ແກນ, ແລ້ວເລືອກແກນທີ່ທ່ານຕ້ອງການແກ້ໄຂ. ກ່ອງຂໍ້ຄວາມຈະປະກົດຂຶ້ນ.

  3. ເລືອກຈາກພາກສ່ວນທີ່ມີໃຫ້ ແລະ ປ່ຽນແປງຕາມທີ່ຕ້ອງການ (ຕົວຢ່າງ: ເລືອກແຖບ ມາດຕາສ່ວນ ຖ້າທ່ານຕ້ອງການແກ້ໄຂມາດຕາສ່ວນຂອງແກນ).

  4. ຄລິກ ຕົກລົງ. ໃນເອກະສານຂອງທ່ານ, ໃຫ້ຄລິກຂ້າງນອກແຜນພູມເພື່ອອອກຈາກໂໝດແກ້ໄຂແຜນພູມ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!