ອິນເຕີເນັດ

ໃຊ້ໜ້າ ອິນເຕີເນັດ ຂອງ ກ່ອງໂຕ້ຕອບໄຮເປີລິ້ງ ເພື່ອແກ້ໄຂໄຮເປີລິ້ງທີ່ມີ "http://".

ເພື່ອເຂົ້າເຖິງຄຳສັ່ງນີ້...

ຄລິກໄອຄອນ ໄຮເປີລິງ ຢູ່ເທິງແຖບ ມາດຕະຖານ, ຄລິກ ອິນເຕີເນັດ.

ເລືອກ ແຊກ - ໄຮເປີລິງ.


ຮູບພາບກ່ອງຂໍ້ຄວາມໄຮເປີລີ້ງອິນເຕີເນັດ

ການຕັ້ງຄ່າໄຮເປີລິ້ງ

ເວັບ

ສ້າງໄຮເປີລິ້ງ "http://".

URL

ປ້ອນ URL ສຳລັບໄຟລ໌ທີ່ທ່ານຕ້ອງການເປີດເມື່ອຄລິກໄຮເປີລິ້ງ. ຖ້າທ່ານບໍ່ລະບຸກອບເປົ້າໝາຍ, ໄຟລ໌ຈະເປີດໃນເອກະສານ ຫຼື ກອບປັດຈຸບັນ.

ການຕັ້ງຄ່າເພີ່ມເຕີມ

ກອບ

ປ້ອນຊື່ຂອງກອບທີ່ທ່ານຕ້ອງການໃຫ້ໄຟລ໌ທີ່ເຊື່ອມຕໍ່ເປີດຂຶ້ນ, ຫຼື ເລືອກກອບທີ່ກຳນົດໄວ້ລ່ວງໜ້າຈາກລາຍການ. ຖ້າທ່ານປ່ອຍໃຫ້ຫ້ອງນີ້ວ່າງໄວ້, ໄຟລ໌ທີ່ເຊື່ອມຕໍ່ຈະເປີດໃນໜ້າຕ່າງບຣາວເຊີປັດຈຸບັນ.

ຟອມ

ລະບຸວ່າຈະແຊກໄຮເປີລິ້ງເປັນຂໍ້ຄວາມ ຫຼື ເປັນປຸ່ມ.

ເຫດການ

ເປີດກ່ອງໂຕ້ຕອບ ກຳນົດມາໂຄຣ, ເຊິ່ງທ່ານສາມາດກຳນົດລະຫັດໂປຣແກຣມໃຫ້ກັບເຫດການ ເຊັ່ນ "ເມົາສ໌ຢູ່ເໜືອວັດຖຸ" ຫຼື "ຕົວເປີດໄຮເປີລິ້ງ".

ຂໍ້ຄວາມ

ລະບຸຂໍ້ຄວາມທີ່ສະແດງ ຫຼື ຄຳອະທິບາຍປຸ່ມສຳລັບໄຮເປີລິ້ງ.

ຊື່

ປ້ອນຊື່ສຳລັບໄຮເປີລິ້ງ. LibreOffice ຈະແຊກແທັກ NAME ໃນໄຮເປີລິ້ງ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!