ກຳນົດລັກສະນະຍໍ້ໜ້າ

ກຳນົດລັກສະນະໃຫ້ກັບຍໍ້ໜ້າປັດຈຸບັນ, ຍໍ້ໜ້າທີ່ເລືອກ ຫຼື ວັດຖຸທີ່ເລືອກ.

ໃນການຕັ້ງຄ່າວັດຖຸທີ່ເລືອກໃຫ້ກັບຄືນສູ່ລັກສະນະຍໍ້ໜ້າມາດຕະຖານ, ໃຫ້ເລືອກ ລ້າງຮູບແບບ. ເລືອກ ລັກສະນະເພີ່ມເຕີມ ເພື່ອເປີດ ແຖບລັກສະນະ ໃນແຖບຂ້າງ.

ການກົດປຸ່ມ ລູກສອນລົງ ທາງເບື້ອງຂວາຂອງຊື່ລັກສະນະຈະສະແດງເມນູປ໊ອບອັບທີ່ຊ່ວຍໃຫ້ທ່ານອັບເດດລັກສະນະຈາກສິ່ງທີ່ເລືອກປັດຈຸບັນ ຫຼື ແກ້ໄຂລັກສະນະນັ້ນໄດ້.

ໄອຄອນ ບັນທຶກ

ສຳລັບເອກະສານວ່າງເປົ່າ, ລາຍການແບບດຶງລົງຈະສະແດງລັກສະນະມາດຕະຖານທີ່ຜູ້ໃຊ້ອາດຕ້ອງການເລີ່ມຕົ້ນນຳໃຊ້. ເມື່ອເອກະສານຖືກແກ້ໄຂ ແລະ ມີການໃຊ້ລັກສະນະຕ່າງໆ, ລາຍຊື່ມາດຕະຖານຈະຖືກແທນທີ່ດ້ວຍລັກສະນະທີ່ຖືກນຳໃຊ້ແລ້ວ (ເຊິ່ງເທົ່າກັບສິ່ງທີ່ຕົວຕອງ "ລັກສະນະທີ່ໃຊ້ແລ້ວ" ສະແດງໃນແຖບລັກສະນະຂອງແຖບຂ້າງ).


ກຳນົດລັກສະນະຍໍ້ໜ້າ

ກຳນົດລັກສະນະຍໍ້ໜ້າ

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!