ການຊ່ວຍເຫຼືອ LibreOffice 26.2
ແຖບ ໂຕອັກສອນ ຊ່ວຍໃຫ້ເຂົ້າເຖິງການຕັ້ງຄ່າຕ່າງໆ ເພື່ອປ່ຽນຮູບແບບຂອງໂຕອັກສອນດ່ຽວ ຫຼື ທັງໝົດຄຳສັບ ແລະ ວະລີ.
ຊ່ວຍໃຫ້ທ່ານສາມາດເລືອກຊື່ຟອນຈາກລາຍຊື່ ຫຼື ປ້ອນຊື່ຟອນໂດຍກົງໄດ້.
ປ້ອນ ຫຼື ເເລືອກຂະໜາດຟອນທີ່ທ່ານຕ້ອງການນຳໃຊ້. ສໍາລັບຟອນທີ່ປັບຂະໜາດໄດ້, ທ່ານຍັງສາມາດປ້ອນຄ່າທົດສະນິຍົມໄດ້.
ຫາກທ່ານກຳລັງສ້າງສະໄຕລ໌ທີ່ອີງໃສ່ສະໄຕລ໌ອື່ນ, ທ່ານສາມາດປ້ອນຄ່າເປັນເປີເຊັນ ຫຼື ຄ່າເປັນພອຍ (point) ໄດ້ (ຕົວຢ່າງ: -2pt ຫຼື +5pt).
ໄອຄອນເທິງແຖບຈັດຮູບແບບ:
ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວໜາ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວໜາ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວໜາຢູ່ແລ້ວ, ຮູບແບບຕົວໜາຈະຖືກຍົກເລີກ.
ເຮັດໃຫ້ຂໍ້ຄວາມທີ່ເລືອກເປັນຕົວອຽງ. ຫາກເຄີເຊີຢູ່ໃນຄຳສັບ, ທັງຄຳສັບນັ້ນຈະກາຍເປັນຕົວອຽງ. ຫາກຂໍ້ຄວາມທີ່ເລືອກ ຫຼື ຄຳສັບນັ້ນເປັນຕົວອຽງຢູ່ແລ້ວ, ຮູບແບບຕົວອຽງຈະຖືກຍົກເລີກ.
ຕັ້ງຄ່າສີຟອນຂອງຫ້ອງປັດຈຸບັນ ຫຼື ຫ້ອງທີ່ເລືອກ.
ຕັ້ງຄ່າສີສໍາລັບຂໍ້ຄວາມທີ່ເລືອກ. ຄລິກເພື່ອວາງສີຟອນປັດຈຸບັນໃຫ້ກັບອັກສອນທີ່ເລືອກ ຫຼື ຄຳທີ່ມີເຄີເຊີຢູ່.
ກຳນົດໄລຍະຫ່າງລະຫວ່າງຕົວອັກສອນຂອງຂໍ້ຄວາມທີ່ເລືອກ. ປ້ອນຄ່າທີ່ທ່ານຕ້ອງການຂະຫຍາຍ ຫຼື ບີບຂໍ້ຄວາມໃນປຸ່ມປັບຄ່າ.
ເພື່ອເພີ່ມໄລຍະຫ່າງ, ໃຫ້ຕັ້ງຄ່າເປັນບວກ; ເພື່ອຫຼຸດໄລຍະຫ່າງ, ໃຫ້ຕັ້ງຄ່າເປັນລົບ.
ແຊກຂີດຕໍ່ທີ່ເບິ່ງບໍ່ເຫັນພາຍໃນຄຳສັບ ເຊິ່ງຈະປາກົດຂຶ້ນ ແລະ ສ້າງການຂຶ້ນແຖວໃໝ່ເມື່ອມັນກາຍເປັນຕົວອັກສອນສຸດທ້າຍໃນແຖວ.
ແຊກເຄື່ອງໝາຍຕັດຄຳແບບອ່ອນ
