ລາຍເຊັນດີຈີຕອນ

ເພີ່ມ ແລະ ເອົາລາຍເຊັນດີຈີຕອນອອກຈາກເອກະສານຂອງທ່ານ. ທ່ານຍັງສາມາດໃຊ້ກ່ອງໂຕ້ຕອບເພື່ອເບິ່ງໃບຢັ້ງຢືນໄດ້.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ໄຟລ໌ - ລາຍເຊັນດິຈິຕອນ - ລາຍເຊັນດິຈິຕອນ.

ເລືອກແຖບ ໄຟລ໌ - ຄຸນສົມບັດ - ທົ່ວໄປ, ຄລິກປຸ່ມ ລາຍເຊັນດິຈິຕອນ.

ເລືອກ ເຄື່ອງມື - ມາໂຄຣ - ລາຍເຊັນດິຈິຕອນ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ໄຟລ໌ - ລາຍເຊັນດິຈິຕອນ.

ຈາກແຖບເຄື່ອງມື:

ໄອຄອນ ລາຍເຊັນດິຈິຕອນ

ລາຍເຊັນດິຈິຕອນ

ຈາກແຖບສະຖານະ:

ຄລິກທີ່ຟິວ ລາຍເຊັນ ເທິງແຖບ ສະຖານະ.


ກ່ຽວກັບລາຍເຊັນດິຈິຕອນ

ທ່ານຕ້ອງບັນທຶກໄຟລ໌ກ່ອນທີ່ທ່ານຈະສາມາດໃຊ້ລາຍເຊັນດີຈີຕອນກັບໄຟລ໌ໄດ້.

ທ່ານຕ້ອງບັນທຶກໄຟລ໌ໃນຮູບແບບ OpenDocument ຫຼື OOXML ຫຼື ສົ່ງອອກເປັນ PDF ກ່ອນທີ່ທ່ານຈະສາມາດໃຊ້ລາຍເຊັນດີຈີຕອນ X509 ກັບໄຟລ໌ໄດ້. ທ່ານຕ້ອງບັນທຶກໄຟລ໌ໃນຮູບແບບ OpenDocument ແລະ ຕິດຕັ້ງ GnuPG ໃນລະບົບຂອງທ່ານກ່ອນທີ່ທ່ານຈະສາມາດໃຊ້ລາຍເຊັນດີຈີຕອນ OpenPGP ກັບໄຟລ໌ໄດ້.

ລາຍເຊັນຈະເປັນລາຍເຊັນ XAdES ສຳລັບ ODF ແລະ OOXML, ແລະ ລາຍເຊັນ PAdES ສຳລັບ PDF.

ລາຍການ

ລາຍການລາຍເຊັນດີຈີຕອນສຳລັບເອກະສານປັດຈຸບັນ.

ໄອຄອນລົງລາຍເຊັນແລ້ວໄອຄອນ ບົ່ງບອກເຖິງລາຍເຊັນດີຈີຕອນທີ່ຖືກຕ້ອງ, ໃນຂະນະທີ່ໄອຄອນເຄື່ອງໝາຍທ້ວງໄອຄອນ ບົ່ງບອກເຖິງລາຍເຊັນດີຈີຕອນທີ່ບໍ່ຖືກຕ້ອງ.

ເບິ່ງຕື່ມຢູ່ ລາຍເຊັນດີຈີຕອນ.

ເບິ່ງໃບຢັ້ງຢືນ

ເປີດກ່ອງໂຕ້ຕອບ ເບິ່ງໃບຢັ້ງຢືນ.

ລົງລາຍເຊັນເອກະສານ

ເປີດກ່ອງໂຕ້ຕອບ ເລືອກໃບຢັ້ງຢືນ.

ເອົາອອກ

ເອົາລາຍເຊັນທີ່ເລືອກອອກຈາກລາຍການ. ເອົາລາຍເຊັນທັງໝົດທີ່ຕາມມາອອກນຳ, ໃນກໍລະນີຂອງ PDF.

ຕົວຈັດການໃບຢັ້ງຢືນ GPG

ເປີດຕົວຈັດການໃບຢັ້ງຢືນທີ່ຕິດຕັ້ງຢູ່ໃນລະບົບຂອງທ່ານ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!