ສະແດງສູດທັງໝົດໃນຂະໜາດສູງສຸດທີ່ເປັນໄປໄດ້ເພື່ອໃຫ້ລວມເອົາທຸກອົງປະກອບ. ສູດຈະຖືກຫຼຸດລົງ ຫຼື ຂະຫຍາຍອອກເພື່ອໃຫ້ທຸກອົງປະກອບຂອງສູດສາມາດສະແດງຢູ່ໃນພື້ນທີ່ເຮັດວຽກໄດ້. ອັດຕາສ່ວນການຊູມປັດຈຸບັນຈະຖືກສະແດງຢູ່ໃນແຖບສະຖານະ. ຕົວເລືອກການຊູມທີ່ມີຢູ່ສາມາດເຂົ້າເຖິງໄດ້ຜ່ານ ເມນູລັດ. ເມນູລັດໃນພື້ນທີ່ເຮັດວຽກຍັງມີຄຳສັ່ງຊູມ. ຄຳສັ່ງຊູມ ແລະ ໄອຄອນແມ່ນມີໃຫ້ສະເພາະໃນເອກະສານ Math ເທົ່ານັ້ນ, ບໍ່ມີສຳລັບວັດຖຸ Math ທີ່ຝັງໄວ້.
ປັບຂະໜາດການສະແດງຜົນເພື່ອໃຫ້ລວມເອົາວັດຖຸທັງໝົດໃນ ສະໄລ້ໜ້າ.