ການຊ່ວຍເຫຼືອ LibreOffice 26.2
ຍຶດເກາະວັດຖຸທີ່ເລືອກໄວ້ກັບຕົວອັກສອນ. ໃຊ້ເມົາສ໌ລາກຈຸດຍຶດໄປຫາຕົວອັກສອນທີ່ຕ້ອງການ.
ຕົວອັກສອນທີ່ຢູ່ກ່ອນຕຳແໜ່ງຍຶດເກາະໂດຍກົງ ຈະຖືກນຳມາໃຊ້ເພື່ອຈັດວາງຕຳແໜ່ງໃຫ້ສຳພັນກັບເຂດ ຕົວອັກສອນ ແລະ ເສັ້ນອ້າງອີງ ແຖວຂໍ້ຄວາມ.
ເມື່ອໃຊ້ຢໍ້ໜ້າເພື່ອຈັດຕຳແໜ່ງ ແລະ ຢໍ້ໜ້ານັ້ນຂະຫຍາຍອອກຫຼາຍກວ່າໜຶ່ງໜ້າ ຫຼື ຄໍລຳ, ຕົວເລືອກການຈັດຕຳແໜ່ງທີ່ອ້າງເຖິງ ພື້ນທີ່ຢໍ້ໜ້າ ຫຼື ພື້ນທີ່ຂໍ້ຄວາມຢໍ້ໜ້າ ຈະຖືກນຳໃຊ້ສະເພາະກັບສ່ວນຂອງຢໍ້ໜ້າໃນໜ້າ ຫຼື ຄໍລຳບ່ອນທີ່ການຢຶດຕັ້ງຢູ່ເທົ່ານັ້ນ
ເພື່ອຈັດວາງຮູບພາບ, ກອບ ຫຼື ວັດຖຸ OLE ໃຫ້ສຳພັນກັບຕົວອັກສອນທີ່ຍຶດເກາະ, ໃຫ້ຄລິກຂວາໃສ່ວັດຖຸ ແລ້ວເລືອກ ຄຸນສົມບັດ. ຄລິກແຖບ ຕຳແໜ່ງ ແລະ ຂະໜາດ ແລະ ໃນສ່ວນ ຕຳແໜ່ງ, ໃຫ້ເລືອກ ຕົວອັກສອນ ໃນຫ້ອງ ໄປຫາ.
