ໃສ່ຢໍ້ໜ້າ

ຢຶດວັດຖຸທີ່ເລືອກໃສ່ກັບຢໍ້ໜ້າປັດຈຸບັນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຮູບແບບ - ຈຸດຢຶດ - ໃສ່ຫຍໍ້ໜ້າ.

ຈາກເມນູບໍລິບົດ:

ເລືອກ ຈຸດຢຶດ - ໃສ່ຫຍໍ້ໜ້າ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ຮູບພາບ - ເມນູຈຸດຢຶດ - ໃສ່ຫຍໍ້ໜ້າ.


ວັດຖຸທີ່ມີການຢຶດນີ້ສາມາດຈັດຕຳແໜ່ງໄດ້ໂດຍທຽບກັບໜ້າ ຫຼື ພື້ນທີ່ຂໍ້ຄວາມຂອງມັນ, ລວມທັງຢໍ້ໜ້າ ຫຼື ພື້ນທີ່ຂໍ້ຄວາມຂອງຢໍ້ໜ້າ.

ໄອຄອນການຢຶດຈະສະແດງຢູ່ຂອບຊ້າຍຂອງໜ້າໃນຕອນເລີ່ມຕົ້ນຂອງຢໍ້ໜ້າ.

ໄອຄອນ ບັນທຶກ

ເມື່ອໃຊ້ຢໍ້ໜ້າເພື່ອຈັດຕຳແໜ່ງ ແລະ ຢໍ້ໜ້ານັ້ນຂະຫຍາຍອອກຫຼາຍກວ່າໜຶ່ງໜ້າ ຫຼື ຄໍລຳ, ຕົວເລືອກການຈັດຕຳແໜ່ງທີ່ອ້າງເຖິງ ພື້ນທີ່ຢໍ້ໜ້າ ຫຼື ພື້ນທີ່ຂໍ້ຄວາມຢໍ້ໜ້າ ຈະຖືກນຳໃຊ້ສະເພາະກັບສ່ວນຂອງຢໍ້ໜ້າໃນໜ້າ ຫຼື ຄໍລຳບ່ອນທີ່ການຢຶດຕັ້ງຢູ່ເທົ່ານັ້ນ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!