ຕິດຕາມການປ່ຽນແປງ

ສະແດງລາຍການຄຳສັ່ງທີ່ມີໃຫ້ໃຊ້ສຳລັບການຕິດຕາມການປ່ຽນແປງໃນໄຟລ໌ຂອງທ່ານ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ແກ້ໄຂ - ຕິດຕາມການປ່ຽນແປງ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກແຖບ ກວດທານ.


ບັນທຶກການປ່ຽນແປງ

ຕິດຕາມແຕ່ລະການປ່ຽນແປງທີ່ເກີດຂຶ້ນໃນເອກະສານປະຈຸບັນ ໂດຍລະບຸຊື່ຜູ້ຂຽນ ແລະ ວັນທີ.

ປ້ອງກັນການປ່ຽນແປງ

ປ້ອງກັນບໍ່ໃຫ້ຜູ້ໃຊ້ປິດການນຳໃຊ້ຄຸນສົມບັດບັນທຶກການປ່ຽນແປງ, ຫຼື ຈາກການຍອມຮັບ ຫຼື ປະຕິເສດການປ່ຽນແປງ ເວັ້ນເສຍແຕ່ວ່າຜູ້ໃຊ້ຈະປ້ອນລະຫັດຜ່ານ.

ສະແດງການຕິດຕາມການປ່ຽນແປງ

ສະແດງ ຫຼື ເຊື່ອງການປ່ຽນແປງທີ່ໄດ້ບັນທຶກໄວ້.

Manage

ຍອມຮັບ ຫຼື ປະຕິເສດການປ່ຽນແປງທີ່ໄດ້ບັນທຶກໄວ້.

ຄຳເຫັນ

ປ້ອນຄຳເຫັນສຳລັບການປ່ຽນແປງທີ່ບັນທຶກໄວ້.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!