ການຊ່ວຍເຫຼືອ LibreOffice 26.2
ເປີດໄຟລ໌ໃນເຄື່ອງ ຫຼື ໄຟລ໌ທາງໄກ. ສາມາດເປີດຫຼາຍໄຟລ໌ພ້ອມກັນໄດ້.
ໄດອາລັອກໄຟລ໌ - ເຊັ່ນ , ແລະ ອື່ນໆ - ມີໃຫ້ໃຊ້ໃນສອງຮູບແບບ:
ເປັນໄດອາລັອກເລືອກໄຟລ໌ມາດຕະຖານຂອງລະບົບປະຕິບັດການຂອງທ່ານ.
ເປັນໄດອາລັອກເລືອກໄຟລ໌ທີ່ມາພ້ອມກັບ LibreOffice.
ໃຊ້ - - ເພື່ອປ່ຽນຈາກແບບໜຶ່ງໄປຫາອີກແບບໜຶ່ງ.
ຖ້າໄຟລ໌ທີ່ທ່ານຕ້ອງການເປີດມີຮູບແບບ, ກົດເກນພິເສດ ຈະຖືກນຳໃຊ້.
ເລືອກໂຟນເດີທີ່ທ່ານຕ້ອງການຈາກລາຍການ ຫຼື ພິມຊື່ເສັ້ນທາງ. ສາມາດໃຊ້ຟັງຊັນ ຕື່ມຂໍ້ມູນອັດຕະໂນມັດ ເພື່ອໃຫ້ພິມໄດ້ງ່າຍຂຶ້ນ.
ເຊື່ອມຕໍ່ກັບເຊີບເວີໂດຍໃຊ້ໄດອາລັອກ ການບໍລິການໄຟລ໌.
ເລືອກໂຟນເດີຫຼັກຈາກເສັ້ນທາງໂຟນເດີດ້ວຍ .
ເພີ່ມໂຟນເດີຍ່ອຍໃສ່ໂຟນເດີປັດຈຸບັນດ້ວຍ .
ເພີ່ມໂຟນເດີປັດຈຸບັນໃສ່ສະຖານທີ່ທີ່ມັກໂດຍໃຊ້ . ລົບສະຖານທີ່ທີ່ເລືອກອອກຈາກລາຍການດ້ວຍ .
ສະແດງໄຟລ໌ ແລະ ໂຟນເດີໃນໂຟນເດີທີ່ທ່ານຢູ່. ຄລິກທີ່ສ່ວນຫົວຖັນເພື່ອຈັດຮຽງຊື່ໄຟລ໌, ປະເພດ, ຂະໜາດ ຫຼື ວັນທີ ຕາມລໍາດັບຈາກໜ້ອຍໄປຫາຫຼາຍ ຫຼື ຫຼາຍໄປຫາໜ້ອຍ.
ເພື່ອເປີດເອກະສານຫຼາຍກວ່າໜຶ່ງອັນພ້ອມກັນ, ໂດຍແຕ່ລະອັນຢູ່ໃນໜ້າຕ່າງຂອງຕົນເອງ, ໃຫ້ກົດ ຄ້າງໄວ້ໃນຂະນະທີ່ທ່ານຄລິກໄຟລ໌, ແລ້ວຄລິກ .
ໄດອາລັອກໄຟລ໌ຂອງລະບົບທີ່ທັນສະໄໝມີຄຸນສົມບັດຫຼາຍຢ່າງສໍາລັບການຈັດການໄຟລ໌. ສ່ວນໃຫຍ່ອະນຸຍາດໃຫ້ທ່ານປ່ຽນຊື່, ລຶບ, ສ້າງໄຟລ໌, ຈັດຮຽງລາຍການໄຟລ໌, ສະແດງໄຟລ໌ ແລະ ໂຟນເດີໃນຮູບແບບໄອຄອນ, ແຜນຜັງຕົ້ນໄມ້ ຫຼື ລາຍການ ແລະ ອື່ນໆອີກຫຼາຍຢ່າງ. ໃຊ້ປຸ່ມຂວາຂອງເມົາສ໌ເພື່ອເບິ່ງລາຍການຄໍາສັ່ງສໍາລັບໄຟລ໌ທີ່ເລືອກໃນພື້ນທີ່ສະແດງ.
ປ້ອນຊື່ໄຟລ໌ ຫຼື ເສັ້ນທາງສຳລັບໄຟລ໌.
ຄຸນສົມບັດຕໍ່ໄປນີ້ມີໃຫ້ໃຊ້ໃນໄດອາລັອກ:
ເລືອກປະເພດໄຟລ໌ທີ່ທ່ານຕ້ອງການເປີດ, ຫຼື ເລືອກ ໄຟລ໌ທັງໝົດ (*) ເພື່ອສະແດງລາຍການໄຟລ໌ທັງໝົດໃນໂຟນເດີ.
ຖ້າມີຫຼາຍເວີຊັນຂອງໄຟລ໌ທີ່ເລືອກ, ໃຫ້ເລືອກເວີຊັນທີ່ທ່ານຕ້ອງການເປີດ. ທ່ານສາມາດບັນທຶກ ແລະ ຈັດລະບຽບເອກະສານຫຼາຍເວີຊັນໄດ້ໂດຍການເລືອກ ໄຟລ໌ - ເວີຊັນ. ເວີຊັນຂອງເອກະສານຈະຖືກເປີດໃນໂໝດອ່ານຢ່າງດຽວ.
ເປີດໄຟລ໌ໃນໂໝດອ່ານຢ່າງດຽວ.
ເປີດເອກະສານທີ່ເລືອກ.
ເມື່ອທ່ານເປີດເອກະສານທີ່ສ້າງຂຶ້ນຈາກແມ່ແບບ, LibreOffice ຈະກວດເບິ່ງວ່າແມ່ແບບມີການປ່ຽນແປງຫຼືບໍ່ ນັບຕັ້ງແຕ່ເປີດເອກະສານຄັ້ງຫຼ້າສຸດ. ຖ້າແມ່ແບບມີການປ່ຽນແປງ, ໄດອາລັອກຈະປາກົດຂຶ້ນເພື່ອໃຫ້ທ່ານເລືອກວ່າຈະນຳໃຊ້ຮູບແບບໃດກັບເອກະສານ.
ເພື່ອນຳໃຊ້ຮູບແບບໃໝ່ຈາກແມ່ແບບໃສ່ເອກະສານ, ໃຫ້ຄລິກ .
ເພື່ອຮັກສາຮູບແບບທີ່ໃຊຢູ່ໃນເອກະສານປັດຈຸບັນ, ໃຫ້ຄລິກ .
LibreOffice ຈະຮັບຮູ້ແມ່ແບບທີ່ຢູ່ໃນໄດເລກທໍຣີໃດໜຶ່ງທີ່ກຳນົດໄວ້ສຳລັບ ແມ່ແບບ ໃນ .
ຖ້າເອກະສານຖືກສ້າງຂຶ້ນໂດຍໃຊ້ແມ່ແບບທີ່ຫາບໍ່ເຫັນ, ໄດອາລັອກຈະປາກົດຂຶ້ນເພື່ອຖາມວ່າທ່ານຕ້ອງການດຳເນີນການແນວໃດໃນຄັ້ງຕໍ່ໄປທີ່ເປີດເອກະສານ.
ເພື່ອຕັດການເຊື່ອມຕໍ່ລະຫວ່າງເອກະສານ ແລະ ແມ່ແບບທີ່ຫາຍໄປ, ໃຫ້ຄລິກ , ບໍ່ດັ່ງນັ້ນ LibreOffice ຈະຊອກຫາແມ່ແບບໃນຄັ້ງຕໍ່ໄປທີ່ທ່ານເປີດເອກະສານ.
ເມື່ອທ່ານໃຊ້ ແລະ ເລືອກຕົວກອງແມ່ແບບເພື່ອບັນທຶກແມ່ແບບໃນໄດເລກທໍຣີທີ່ ບໍ່ໄດ້ ລະບຸໄວ້ໃນເສັ້ນທາງ ແມ່ແບບ, ເອກະສານທີ່ອີງຕາມແມ່ແບບນັ້ນຈະ ບໍ່ຖືກ ກວດສອບ.