ທົ່ວໄປ

ເມື່ອທ່ານສ້າງຕາຕະລາງຖານຂໍ້ມູນໃນຖານະຜູ້ເບິ່ງແຍງລະບົບ, ທ່ານສາມາດໃຊ້ແຖບນີ້ເພື່ອ ກຳນົດການເຂົ້າເຖິງຂອງຜູ້ໃຊ້, ແລະ ເພື່ອແກ້ໄຂຂໍ້ມູນ ຫຼື ໂຄງສ້າງຕາຕະລາງ.

ຖ້າທ່ານບໍ່ແມ່ນຜູ້ເບິ່ງແຍງລະບົບ, ທ່ານສາມາດໃຊ້ແຖບ ທົ່ວໄປ ເພື່ອເບິ່ງສິດການເຂົ້າເຖິງຂອງທ່ານສຳລັບຕາຕະລາງທີ່ເລືອກ.

ຊື່ຕາຕະລາງ

ສະແດງຊື່ຂອງຕາຕະລາງຖານຂໍ້ມູນທີ່ເລືອກ.

ປະເພດ

ສະແດງປະເພດຂອງຖານຂໍ້ມູນ.

ທີ່ຕັ້ງ

ສະແດງເສັ້ນທາງ (path) ທີ່ສົມບູນຂອງຕາຕະລາງຖານຂໍ້ມູນ.

ອ່ານຂໍ້ມູນ

ອະນຸຍາດໃຫ້ຜູ້ໃຊ້ອ່ານຂໍ້ມູນໄດ້.

ແຊກຂໍ້ມູນ

ອະນຸຍາດໃຫ້ຜູ້ໃຊ້ແຊກຂໍ້ມູນໃໝ່ໄດ້.

ປ່ຽນແປງຂໍ້ມູນ

ອະນຸຍາດໃຫ້ຜູ້ໃຊ້ປ່ຽນແປງຂໍ້ມູນໄດ້.

ລຶບຂໍ້ມູນ

ອະນຸຍາດໃຫ້ຜູ້ໃຊ້ລຶບຂໍ້ມູນໄດ້.

ປ່ຽນແປງໂຄງສ້າງຕາຕະລາງ

ອະນຸຍາດໃຫ້ຜູ້ໃຊ້ປ່ຽນແປງໂຄງສ້າງຕາຕະລາງໄດ້.

ຄຳກຳນົດ

ອະນຸຍາດໃຫ້ຜູ້ໃຊ້ລຶບໂຄງສ້າງຕາຕະລາງໄດ້.

ແກ້ໄຂການອ້າງອີງ

ອະນຸຍາດໃຫ້ຜູ້ໃຊ້ແກ້ໄຂການອ້າງອີງທີ່ກຳນົດໄວ້, ຕົວຢ່າງເຊັ່ນ, ເພື່ອປ້ອນສາຍພົວພັນໃໝ່ສຳລັບຕາຕະລາງ ຫຼື ເພື່ອລຶບສາຍພົວພັນທີ່ມີຢູ່ແລ້ວ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!