ການຊ່ວຍເຫຼືອ LibreOffice 26.2
ໃນ LibreOffice Calc, ມີວິທີ "ໝຸນ" ສະເປຣດຊີດ ເພື່ອໃຫ້ແຖວກາຍເປັນຖັນ ແລະ ຖັນກາຍເປັນແຖວ.
ເລືອກຊ່ວງເຊວທີ່ທ່ານຕ້ອງການສະລັບແຖວ ແລະ ຖັນ.
ເລືອກ ແກ້ໄຂ - ຕັດ.
ຄລິກໃສ່ເຊວທີ່ຈະໃຫ້ເປັນເຊວມຸມຊ້າຍເທິງສຸດຂອງຜົນໄດ້ຮັບ.
ເລືອກ ແກ້ໄຂ - ວາງແບບພິເສດ.
ໃນປ່ອງຢ້ຽມ, ໃຫ້ໝາຍຕິກໃສ່ ວາງທັງໝົດ ແລະ ສະລັບແຖວ ແລະ ຖັນ (Transpose).
ຖ້າທ່ານຄລິກ ຕົກລົງ, ຖັນ ແລະ ແຖວຈະຖືກສະລັບກັນ.