ການຊ່ວຍເຫຼືອ LibreOffice 26.2
ທ່ານສາມາດປ່ຽນຄວາມສູງຂອງແຖວໄດ້ດ້ວຍເມົາ ຫຼື ຜ່ານກ່ອງໂຕ້ຕອບ.
ສິ່ງທີ່ອະທິບາຍຢູ່ນີ້ສຳລັບແຖວ ແລະ ຄວາມສູງຂອງແຖວ ສາມາດນຳໃຊ້ໄດ້ໃນລັກສະນະດຽວກັນກັບຖັນ ແລະ ຄວາມກວ້າງຂອງຖັນ.
ຄລິກທີ່ບໍລິເວນສ່ວນຫົວບ່ອນເສັ້ນຂັ້ນດ້ານລຸ່ມຂອງແຖວປັດຈຸບັນ, ກົດປຸ່ມເມົາຄ້າງໄວ້ແລ້ວລາກຂຶ້ນ ຫຼື ລົງເພື່ອປ່ຽນຄວາມສູງຂອງແຖວ.
ເລືອກຄວາມສູງຂອງແຖວທີ່ເໝາະສົມທີ່ສຸດໂດຍການດັບເບີ້ນຄລິກທີ່ເສັ້ນຂັ້ນດ້ານລຸ່ມຂອງແຖວ.
ຄລິກທີ່ແຖວເພື່ອໃຫ້ແຖວນັ້ນຖືກເລືອກ.
ເປີດເມນູລັດຢູ່ທີ່ສ່ວນຫົວທາງດ້ານຊ້າຍມື.
ທ່ານຈະເຫັນຄຳສັ່ງ ຄວາມສູງຂອງແຖວ ແລະ ຄວາມສູງແຖວທີ່ເໝາະສົມທີ່ສຸດ. ການເລືອກອັນໃດອັນໜຶ່ງຈະເປັນການເປີດກ່ອງໂຕ້ຕອບ.