ການຊ່ວຍເຫຼືອ LibreOffice 26.2
ພິຈາລະນາຖັນດ່ຽວທີ່ມີຄ່າຕ່າງໆ ເຊິ່ງບາງຄ່າອາດຊ້ຳກັນ. ເພື່ອເອົາຄ່າທີ່ຊ້ຳກັນອອກ ແລະ ໃຫ້ເຫຼືອສະເພາະຄ່າທີ່ບໍ່ຊ້ຳກັນໃນຖັນ:
ເລືອກຂອບເຂດຂອງຄ່າທີ່ຕ້ອງການເອົາຄ່າຊ້ຳອອກ. ຄ່າເຫຼົ່ານັ້ນຕ້ອງຖືກຈັດລຽງຢູ່ໃນຖັນດຽວ.
ໄປທີ່ . ນີ້ຈະເປີດກ່ອງໂຕ້ຕອບ ຕົວການກັ່ນຕອງມາດຕະຖານ.
ໃນ ຊື່ຟີວ ໃຫ້ແນ່ໃຈວ່າຖັນທີ່ເລືອກນັ້ນແມ່ນຖັນທີ່ເກັບຄ່າໄວ້. ຖ້າເລືອກຖັນດຽວ, ຟີວນີ້ຈະຖືກຕັ້ງຄ່າໂດຍອັດຕະໂນມັດ.
ໃນ ເງື່ອນໄຂ ໃຫ້ເລືອກຕົວເລືອກ = (ເຄື່ອງໝາຍເທົ່າກັບ), ເຊິ່ງແມ່ນຕົວເລືອກເລີ່ມຕົ້ນ.
ໃນ ຄ່າ ໃຫ້ເລືອກຕົວເລືອກ ບໍ່ວ່າງ.
ຄລິກ ຕົວເລືອກ ແລະ ເລືອກ ບໍ່ເອົາຄ່າຊ້ຳ. ຖ້າຄ່າທຳອິດແມ່ນສ່ວນຫົວຖັນ ໃຫ້ໝາຍເອົາ ຂອບເຂດມີປ້າຍຊື່ຖັນ.
ໝາຍເອົາ ຄັດລອກຜົນລັດ ແລະ ໃຊ້ກ່ອງປ້ອນຂໍ້ມູນດ້ານລຸ່ມນັ້ນເພື່ອລະບຸທີ່ຢູ່ຫ້ອງທີ່ຈະວາງຄ່າທີ່ບໍ່ຊ້ຳກັນ.
ຄລິກ ຕົກລົງ. ຄ່າທີ່ບໍ່ຊ້ຳກັນໃນຂອບເຂດຈະຖືກປ້ອນເຂົ້າໂດຍເລີ່ມຈາກຫ້ອງທີ່ເລືອກໃນຂັ້ນຕອນກ່ອນໜ້ານີ້.
ຕົວເລືອກ ບໍ່ເອົາຄ່າຊ້ຳ ຈະຈຳແນກຕົວອັກສອນນ້ອຍ-ໃຫຍ່. ດັ່ງນັ້ນ, ຄ່າ "A" ແລະ "a" ຈະຖືກຖືວ່າເປັນຄ່າທີ່ແຕກຕ່າງກັນ.