ການພິມແຖວ ຫຼື ຖັນໃນທຸກໆໜ້າ

ຖ້າທ່ານມີແຜ່ນງານທີ່ໃຫຍ່ຫຼາຍຈົນຕ້ອງພິມອອກມາຫຼາຍໜ້າ, ທ່ານສາມາດຕັ້ງຄ່າແຖວ ຫຼື ຖັນໃຫ້ເຮັດຊ້ຳໃນແຕ່ລະໜ້າທີ່ພິມໄດ້.

ຕົວຢ່າງ: ຖ້າທ່ານຕ້ອງການພິມສອງແຖວເທິງສຸດຂອງແຜ່ນງານ ລວມທັງຖັນທຳອິດ (A) ໃນທຸກໆໜ້າ, ໃຫ້ປະຕິບັດດັ່ງນີ້:

  1. ເລືອກ ຮູບແບບ - ຂອບເຂດການພິມ - ແກ້ໄຂ. ກ່ອງໂຕ້ຕອບ ແກ້ໄຂຂອບເຂດການພິມ ຈະສະແດງຂຶ້ນມາ.

  2. ຄລິກທີ່ໄອຄອນທາງດ້ານຂວາສຸດຂອງສ່ວນ ແຖວທີ່ຈະເຮັດຊ້ຳ.

    ກ່ອງໂຕ້ຕອບຈະຫົດລົງເພື່ອໃຫ້ທ່ານສາມາດເຫັນແຜ່ນງານໄດ້ຫຼາຍຂຶ້ນ.

  3. ເລືອກສອງແຖວທຳອິດ ແລະ ສຳລັບຕົວຢ່າງນີ້, ໃຫ້ຄລິກຫ້ອງ A1 ແລ້ວລາກໄປທີ່ A2.

    ໃນກ່ອງໂຕ້ຕອບທີ່ຫົດລົງ ທ່ານຈະເຫັນ $1:$2. ຕອນນີ້ແຖວ 1 ແລະ 2 ຈະເປັນແຖວທີ່ຈະເຮັດຊ້ຳ.

  4. ຄລິກທີ່ໄອຄອນທາງດ້ານຂວາສຸດຂອງສ່ວນ ແຖວທີ່ຈະເຮັດຊ້ຳ ອີກຄັ້ງ. ກ່ອງໂຕ້ຕອບຈະກັບມາເປັນຂະໜາດປົກກະຕິ.

  5. ຖ້າທ່ານຕ້ອງການໃຫ້ຖັນ A ເປັນຖັນທີ່ຈະເຮັດຊ້ຳຄືກັນ, ໃຫ້ຄລິກທີ່ໄອຄອນທາງດ້ານຂວາສຸດຂອງສ່ວນ ຖັນທີ່ຈະເຮັດຊ້ຳ.

  6. ຄລິກທີ່ຖັນ A (ບໍ່ແມ່ນໃນສ່ວນຫົວຖັນ).

  7. ຄລິກທີ່ໄອຄອນທາງດ້ານຂວາສຸດຂອງສ່ວນ ຖັນທີ່ຈະເຮັດຊ້ຳ ອີກຄັ້ງ.

ໄອຄອນ ບັນທຶກ

ແຖວທີ່ຈະເຮັດຊ້ຳແມ່ນແຖວຈາກແຜ່ນງານ. ທ່ານສາມາດກຳນົດສ່ວນຫົວ ແລະ ສ່ວນທ້າຍທີ່ຈະພິມໃນແຕ່ລະໜ້າໄດ້ຕ່າງຫາກໃນ ຮູບແບບ - ຮູບແບບໜ້າ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!