ການແປງຂໍ້ຄວາມເປັນຕົວເລກ

ການຕັ້ງຄ່າເລີ່ມຕົ້ນໃນ Calc ຈະແປງຂໍ້ຄວາມພາຍໃນຫ້ອງໃຫ້ເປັນຄ່າຕົວເລກທີ່ກ່ຽວຂ້ອງ ຖ້າສາມາດແປງໄດ້ຢ່າງຈະແຈ້ງ. ຖ້າບໍ່ສາມາດແປງໄດ້, Calc ຈະສົ່ງຄືນຂໍ້ຜິດພາດ #VALUE!.

ສະເພາະຕົວເລກຖ້ວນ ລວມທັງເລກກຳລັງເທົ່ານັ້ນທີ່ຈະຖືກແປງ, ລວມທັງວັນທີ ແລະ ເວລາ ISO 8601 ໃນຮູບແບບຂະຫຍາຍທີ່ມີຕົວຂັ້ນ. ສິ່ງອື່ນໆ, ເຊັ່ນ: ເລກທົດສະນິຍົມ ຫຼື ວັນທີອື່ນທີ່ບໍ່ແມ່ນ ISO 8601, ຈະບໍ່ຖືກແປງ ເພາະຂໍ້ຄວາມຈະຂຶ້ນກັບການຕັ້ງຄ່າທ້ອງຖິ່ນ. ຈະບໍ່ສົນໃຈຍະຫວ່າງທາງໜ້າ ແລະ ທາງຫຼັງ.

ຮູບແບບ ISO 8601 ຕໍ່ໄປນີ້ຈະຖືກແປງ:

ລະຫັດສະຕະວັດ CC ອາດຈະບໍ່ຖືກລະເວັ້ນ. ແທນທີ່ຈະໃຊ້ຕົວຂັ້ນວັນທີ ແລະ ເວລາ T, ອາດຈະໃຊ້ຍະຫວ່າງພຽງໜຶ່ງຕົວແທນໄດ້.

ຖ້າຫາກກຳນົດວັນທີ, ມັນຕ້ອງເປັນວັນທີໃນປະຕິທິນເກຣໂກຣຽນທີ່ຖືກຕ້ອງ. ໃນກໍລະນີນີ້ນີ້, ເວລາ (ຖ້າກຳນົດ) ຕ້ອງຢູ່ໃນລະຫວ່າງ 00:00 ຫາ 23:59:59.99999...

ຖ້າກຳນົດສະເພາະຂໍ້ຄວາມເວລາ, ມັນອາດຈະມີຄ່າຊົ່ວໂມງຫຼາຍກວ່າ 24, ໃນຂະນະທີ່ນາທີ ແລະ ວິນາທີສາມາດມີຄ່າສູງສຸດແມ່ນ 59.

ໄອຄອນ ບັນທຶກ

ການແປງຈະເຮັດສຳລັບຄ່າດ່ຽວເທົ່ານັ້ນ, ບໍ່ແມ່ນພາຍໃນຂອບເຂດ.


ການແປງຈະເຮັດສຳລັບຄ່າດ່ຽວ, ເຊັ່ນໃນ =A1+A2, ຫຼື ="1E2"+1. ອາຄິວເມນຂອບເຂດຫ້ອງຈະບໍ່ໄດ້ຮັບຜົນກະທົບ, ດັ່ງນັ້ນ SUM(A1:A2) ຈະແຕກຕ່າງຈາກ A1+A2 ຖ້າມີຢ່າງໜ້ອຍໜຶ່ງຫ້ອງໃນນັ້ນບັນຈຸຂໍ້ຄວາມທີ່ສາມາດແປງໄດ້.

ຂໍ້ຄວາມພາຍໃນສູດຈະຖືກແປງຄືກັນ, ເຊັ່ນໃນ ="1999-11-22"+42, ເຊິ່ງຈະສົ່ງຄືນວັນທີ 42 ວັນຫຼັງຈາກວັນທີ 22 ພະຈິກ 1999. ການຄິດໄລ່ທີ່ກ່ຽວຂ້ອງກັບວັນທີໃນຮູບແບບທ້ອງຖິ່ນທີ່ເປັນຂໍ້ຄວາມພາຍໃນສູດຈະສົ່ງຄືນຂໍ້ຜິດພາດ. ຕົວຢ່າງ: ຂໍ້ຄວາມວັນທີ "11/22/1999" ຫຼື "22.11.1999" ບໍ່ສາມາດໃຊ້ສຳລັບການແປງອັດຕະໂນມັດໄດ້.

ໄອຄອນ ຄຳເຕືອນ

ເມື່ອໃຊ້ຟັງຊັນທີ່ມີອາຄິວເມັ້ນ (argument) ໜຶ່ງ ຫຼື ຫຼາຍກວ່າເປັນຂໍ້ຄວາມເງື່ອນໄຂການຄົ້ນຫາທີ່ສະແດງເຖິງນິພົດປົກກະຕິ, ມັນຈະພະຍາຍາມແປງຂໍ້ຄວາມເງື່ອນໄຂນັ້ນໃຫ້ເປັນຕົວເລກກ່ອນ. ຕົວຢ່າງ, ".0" ຈະຖືກແປງເປັນ 0.0 ແລະ ອື່ນໆ. ຖ້າສຳເລັດ, ການຈັບຄູ່ຈະບໍ່ແມ່ນການຈັບຄູ່ແບບນິພົດປົກກະຕິ ແຕ່ຈະເປັນການຈັບຄູ່ແບບຕົວເລກ. ແນວໃດກໍຕາມ, ເມື່ອປ່ຽນໄປໃຊ້ທ້ອງຖິ່ນ (locale) ທີ່ຕົວຂັ້ນທົດສະນິຍົມບໍ່ແມ່ນຈຸດ ຈະເຮັດໃຫ້ການແປງນິພົດປົກກະຕິເຮັດວຽກໄດ້. ເພື່ອບັງຄັບໃຫ້ມີການປະເມີນເປັນນິພົດປົກກະຕິແທນການສະແດງຜົນແບບຕົວເລກ, ໃຫ້ໃຊ້ບາງນິພົດທີ່ບໍ່ສາມາດຖືກອ່ານຜິດເປັນຕົວເລກໄດ້ ເຊັ່ນ ".[0]" ຫຼື ".\0" ຫຼື "(?i).0".


ຕົວຢ່າງ

ໃນ A1 ໃຫ້ປ້ອນຂໍ້ຄວາມ '1e2 (ເຊິ່ງຈະຖືກແປງເປັນຕົວເລກ 100 ພາຍໃນ).

ໃນ A2 ໃຫ້ປ້ອນ =A1+1 (ເຊິ່ງຈະໃຫ້ຜົນລັດແມ່ນ 101 ຢ່າງຖືກຕ້ອງ).

ສູດ =SUM(A1:A2), ຈະສົ່ງຄືນ 101 ແທນທີ່ຈະເປັນ 201 ເພາະວ່າການແປງບໍ່ໄດ້ເກີດຂຶ້ນໃນຂອບເຂດ, ແຕ່ເກີດຂຶ້ນສະເພາະກັບຄ່າດ່ຽວເທົ່ານັ້ນ. ໃນທີ່ນີ້, '1e2 ຖືກປະຕິບັດເປັນຂໍ້ຄວາມເຊິ່ງຖືກລະເວັ້ນສຳລັບຟັງຊັນ SUM.

=SUM("1E2";1) ສົ່ງຄືນ #VALUE! ເພາະວ່າ SUM() ແລະ ບາງຟັງຊັນອື່ນໆທີ່ເຮັດຊ້ຳຜ່ານລຳດັບຕົວເລກຈະກວດສອບປະເພດອາຄິວເມນຢ່າງຊັດເຈນ.

ການປ່ຽນແປງການຕັ້ງຄ່າການແປງຂໍ້ຄວາມເປັນຕົວເລກເລີ່ມຕົ້ນ

ການແປງຂໍ້ຄວາມເປັນຕົວເລກສາມາດປັບແຕ່ງໄດ້ໃນຕົວເລືອກ ການຕັ້ງຄ່າການຄິດໄລ່ແບບລະອຽດ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!