ລະຫັດຂໍ້ຜິດພາດໃນ LibreOffice Calc

ຕາຕະລາງຕໍ່ໄປນີ້ແມ່ນພາບລວມຂອງຂໍ້ຄວາມຂໍ້ຜິດພາດສຳລັບ LibreOffice Calc. ຖ້າເກີດຂໍ້ຜິດພາດໃນເຊວທີ່ມີເຄີເຊີຢູ່, ຂໍ້ຄວາມຂໍ້ຜິດພາດຈະຖືກສະແດງຢູ່ເທິງ ແຖບສະຖານະ.

ລະຫັດຂໍ້ຜິດພາດ

ຂໍ້ຄວາມ

ຄຳອະທິບາຍ

###

ບໍ່ມີ

ເຊວມີຄວາມກວ້າງບໍ່ພຽງພໍທີ່ຈະສະແດງເນື້ອໃນ.

#FMT

ບໍ່ມີ

ຄ່ານີ້ຢູ່ນອກຂີດຈຳກັດທີ່ຖືກຕ້ອງສຳລັບຮູບແບບນີ້

#N/A

Not Available

ບໍ່ມີຜົນລັບສຳລັບສຳນວນສູດ.

501

ຕົວອັກສອນບໍ່ຖືກຕ້ອງ

ຕົວອັກສອນໃນສູດບໍ່ຖືກຕ້ອງ.

502

ອາຄິວເມນບໍ່ຖືກຕ້ອງ

ອາຄິວເມນຂອງຟັງຊັນບໍ່ຖືກຕ້ອງ. ຕົວຢ່າງ: ຄ່າລົບສຳລັບຟັງຊັນ SQRT(), ສຳລັບກໍລະນີນີ້ນະລຸນາໃຊ້ IMSQRT().

503
#NUM!

Invalid floating point operation

ຜົນການຄິດໄລ່ເຮັດໃຫ້ເກີດຄ່າເກີນຂີດຈຳກັດທີ່ກຳນົດໄວ້.

504

Parameter list error

ພາລາມິເຕີຂອງຟັງຊັນບໍ່ຖືກຕ້ອງ, ຕົວຢ່າງ: ໃຊ້ຂໍ້ຄວາມແທນທີ່ຕົວເລກ.

507, 508

Error: Pair missing

ຕົກວົງເລັບ, ຕົວຢ່າງ: ມີວົງເລັບປິດ ແຕ່ບໍ່ມີວົງເລັບເປີດ

509

Missing operator

ຕົກຕົວດຳເນີນການ, ຕົວຢ່າງ: "=2(3+4) * ", ເຊິ່ງຕົວດຳເນີນການລະຫວ່າງ "2" ແລະ "(" ຕົກໄປ.

510

Missing variable

ຕົກຕົວແປ, ຕົວຢ່າງ: ເມື່ອມີຕົວດຳເນີນການສອງຕົວຢູ່ຕິດກັນ "=1+*2".

511

Missing variable

ຟັງຊັນຕ້ອງການຕົວແປຫຼາຍກວ່າທີ່ລະບຸໄວ້, ຕົວຢ່າງ: AND() ແລະ OR().

512

ສູດເກີນຂີດຈຳກັດ

ຄອມໄພເລີ (Compiler): ຈຳນວນລວມຂອງໂທເຄັນພາຍໃນ (ໝາຍເຖິງ ຕົວດຳເນີນການ, ຕົວແປ, ວົງເລັບ) ໃນສູດເກີນ 8192.

513

ຂໍ້ຄວາມ (string) ເກີນຂີດຈຳກັດ

ຄອມໄພເລີ (Compiler): ຕົວລະບຸໃນສູດມີຂະໜາດເກີນ 1024 ຕົວອັກສອນ (UTF-16 code points). ອິນເຕີເພຣັດເຕີ (Interpreter): ຜົນລັບຂອງການປະຕິບັດການຂໍ້ຄວາມຈະມີຂະໜາດເກີນ 256M ຕົວອັກສອນ (UTF-16 code points ຫຼື 512MiB).

514

ຄ່າເກີນຂີດຈຳກັດພາຍໃນ

ເກີດການເຮັດວຽກເກີນຂີດຈຳກັດຂອງສະແຕັກ (stack) ໃນການຄິດໄລ່ພາຍໃນ.

515

ຂໍ້ຜິດພາດໄວຍາກອນພາຍໃນ

ຂໍ້ຜິດພາດທີ່ບໍ່ຮູ້ຈັກ.

516

ຂໍ້ຜິດພາດໄວຍາກອນພາຍໃນ

ຄາດວ່າຈະມີເມທຣິກ (Matrix) ໃນການຄິດໄລ່, ແຕ່ບໍ່ມີໃຫ້ໃຊ້.

517

ຂໍ້ຜິດພາດໄວຍາກອນພາຍໃນ

ບໍ່ຮູ້ຈັກລະຫັດ, ຕົວຢ່າງ: ເອກະສານທີ່ມີຟັງຊັນໃໝ່ກວ່າ ຖືກເປີດໃນເວີຊັນເກົ່າທີ່ບໍ່ມີຟັງຊັນນັ້ນ.

518

ຂໍ້ຜິດພາດໄວຍາກອນພາຍໃນ

ບໍ່ມີຕົວແປໃຫ້ໃຊ້

519
#VALUE!

ບໍ່ມີຄ່າ (ແທນທີ່ຈະເປັນ Err:519, ເຊວຈະສະແດງ #VALUE!)

ສູດໃຫ້ຄ່າທີ່ບໍ່ກົງກັບການກຳນົດ; ຫຼື ເຊວທີ່ອ້າງອີງໃນສູດມີຂໍ້ຄວາມແທນທີ່ຈະເປັນຕົວເລກ.

520

Internal syntax error

ຄອມໄພເລີສ້າງລະຫັດຄອມໄພເລີທີ່ບໍ່ຮູ້ຈັກ.

521
#NULL!

No code or no intersection.

ບໍ່ມີລະຫັດ ຫຼື ບໍ່ມີຜົນລັບ.

522

ການອ້າງອີງແບບວົງມົນ

ສູດອ້າງອີງໃສ່ຕົວມັນເອງໂດຍທາງກົງ ຫຼື ທາງອ້ອມ ແລະ ຕົວເລືອກ ການເຮັດຊ້ຳ (Iterations) ບໍ່ໄດ້ຖືກຕັ້ງຄ່າໄວ້ພາຍໃຕ້ - LibreOffice Calc - ຄິດໄລ່.

523

The calculation procedure does not converge

ຟັງຊັນບໍ່ສາມາດຫາຄ່າເປົ້າໝາຍໄດ້, ຫຼື ການອ້າງອີງແບບເຮັດຊ້ຳ ບໍ່ເຖິງການປ່ຽນແປງຂັ້ນຕ່ຳພາຍໃນຈຳນວນຂັ້ນຕອນສູງສຸດທີ່ຕັ້ງໄວ້.

524
#REF!

ການອ້າງອີງບໍ່ຖືກຕ້ອງ (ແທນທີ່ຈະເປັນ Err:524, ເຊວຈະສະແດງ #REF!)

ຄອມໄພເລີ (Compiler): ບໍ່ສາມາດແກ້ໄຂຊື່ຄຳອະທິບາຍຖັນ ຫຼື ແຖວໄດ້. ອິນເຕີເພຣັດເຕີ (Interpreter): ໃນສູດ, ຖັນ, ແຖວ, ຫຼື ແຜ່ນງານທີ່ມີເຊວອ້າງອີງນັ້ນຕົກໄປ.

525
#NAME?

Invalid names

ບໍ່ສາມາດປະເມີນຕົວລະບຸໄດ້, ຕົວຢ່າງ: ບໍ່ມີການອ້າງອີງທີ່ຖືກຕ້ອງ, ບໍ່ມີຊື່ຟັງຊັນທີ່ຖືກຕ້ອງ, ບໍ່ມີປ້າຍຊື່ຖັນ/ແຖວ, ບໍ່ມີມາໂຄຣ, ຕົວຂັ້ນທົດສະນິຍົມບໍ່ຖືກຕ້ອງ, ບໍ່ພົບສ່ວນເສີມ (add-in).

527

ຄ່າເກີນຂີດຈຳກັດພາຍໃນ

ອິນເຕີເພຣັດເຕີ (Interpreter): ການອ້າງອີງ, ເຊັ່ນ ເຊວອ້າງອີງຫາເຊວ, ມີການຊ້ອນກັນຫຼາຍເກີນໄປ.

530

ບໍ່ມີສ່ວນເສີມ (AddIn)

ອິນເຕີເພຣັດເຕີ (Interpreter): ບໍ່ພົບສ່ວນເສີມ.

531

ບໍ່ມີມາໂຄຣ

ອິນເຕີເພຣັດເຕີ (Interpreter): ບໍ່ພົບມາໂຄຣ.

532
#DIV/0!

ການຫານດ້ວຍສູນ

ຕົວດຳເນີນການຫານ / ຖ້າຕົວຫານແມ່ນ 0
ບາງຟັງຊັນອື່ນໆກໍສົ່ງຄືນຂໍ້ຜິດພາດນີ້, ຕົວຢ່າງ:
VARP ທີ່ມີອາຄິວເມນໜ້ອຍກວ່າ 1
STDEVP ທີ່ມີອາຄິວເມນໜ້ອຍກວ່າ 1
VAR ທີ່ມີອາຄິວເມນໜ້ອຍກວ່າ 2
STDEV ທີ່ມີອາຄິວເມນໜ້ອຍກວ່າ 2
STANDARDIZE ທີ່ມີ stdev=0
NORMDIST ທີ່ມີ stdev=0

533

ບໍ່ຮອງຮັບອາເຣຊ້ອນກັນ

ຕົວຢ່າງ: ={1;{2}}

538

ຂໍ້ຜິດພາດ: ຂະໜາດຂອງອາເຣ ຫຼື ເມທຣິກ

ເກີນຂີດຈຳກັດສູງສຸດສຳລັບການຈັດລຽງ (ສູງສຸດແມ່ນສອງເທົ່າຂອງຈຳນວນແຖວສູງສຸດ, ດັ່ງນັ້ນສຳລັບ 1048576 ແຖວ ຈະແມ່ນ 2097152 ລາຍການ). Err:538 ດຽວກັນນີ້ຍັງຖືກໃຊ້ເມື່ອບໍ່ສາມາດຈັດສັນເມທຣິກຊົ່ວຄາວໄດ້ເນື່ອງຈາກຄວາມຕ້ອງການດ້ານຂະໜາດຂອງມັນ.

539

ບໍ່ຮອງຮັບເນື້ອໃນອາເຣແບບອິນລາຍ (inline array)

ຕົວຢ່າງ: ={1+2}

540

ເນື້ອໃນພາຍນອກຖືກປິດການໃຊ້ງານ

ພົບຟັງຊັນທີ່ຕ້ອງການການໂຫຼດ (ຄືນ) ຂອງແຫຼ່ງຂໍ້ມູນພາຍນອກ ແລະ ຜູ້ໃຊ້ຍັງບໍ່ທັນໄດ້ຢືນຢັນການໂຫຼດຂໍ້ມູນພາຍນອກຄືນໃໝ່.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!