ການຊ່ວຍເຫຼືອ LibreOffice 26.2
ສົ່ງຄືນຂໍ້ຄວາມທີ່ຜ່ານການເຂົ້າລະຫັດ URL (URL-encoded).
ໃຊ້ຟັງຊັນນີ້ເພື່ອປ່ຽນຂໍ້ຄວາມທີ່ມີຕົວອັກສອນພິເສດ (ຕົວຢ່າງ: ຕົວອັກສອນທີ່ມີເຄື່ອງໝາຍສຽງ, ຕົວອັກສອນທີ່ບໍ່ແມ່ນ ASCII ຫຼື ຄຳສັບພາສາອາຊີ) ໃຫ້ເປັນຂໍ້ຄວາມສັນຍະລັກຕາມມາດຕະຖານ URL.
ENCODEURL(ຂໍ້ຄວາມ)
ຂໍ້ຄວາມ: ຂໍ້ຄວາມທີ່ຈະເຂົ້າລະຫັດໃຫ້ເປັນລຳດັບສັນຍະລັກມາດຕະຖານ URL.
ຖ້າຫ້ອງ A1 ມີຂໍ້ຄວາມພາສາຣັດເຊຍ "автомобиль", =ENCODEURL(A1) ຈະສົ່ງຄືນ %D0%B0%D0%B2%D1%82%D0%BE%D0%BC%D0%BE%D0%B1%D0%B8%D0%BB%D1%8C (ຄຳວ່າ "автомобиль" ແປວ່າ ລົດ).
ຖ້າຫ້ອງ B1 ມີຂໍ້ຄວາມ "車", =ENCODEURL(B1) ຈະສົ່ງຄືນ %E8%BB%8A ("車" ແປວ່າ ລົດ ໃນພາສາຍີ່ປຸ່ນ).
COM.MICROSOFT.ENCODEURL