ການຊ່ວຍເຫຼືອ LibreOffice 26.2
ສົ່ງຄືນມື້ຂອງຄ່າວັນທີທີ່ກຳນົດໃຫ້. ມື້ຈະຖືກສົ່ງຄືນເປັນເລກຖ້ວນລະຫວ່າງ 1 ຫາ 31. ທ່ານຍັງສາມາດປ້ອນຄ່າວັນທີ/ເວລາ ທີ່ເປັນຄ່າລົບໄດ້ນຳ.
DAY(ຕົວເລກ)
ຕົວເລກ ແມ່ນຕົວເລກວັນທີພາຍໃນ.
DAY() ສົ່ງຄືນພາກສ່ວນເລກຖ້ວນຂອງມື້.
=DAY(1) ສົ່ງຄືນ 31 (ເນື່ອງຈາກ LibreOffice ເລີ່ມນັບຈາກສູນໃນວັນທີ 30 ທັນວາ 1899)
=DAY(NOW()) ສົ່ງຄືນມື້ປະຈຸບັນ.
=DAY(C4) ສົ່ງຄືນ 5 ຖ້າທ່ານປ້ອນ 1901-08-05 ໃນຫ້ອງ C4 (ຄ່າວັນທີອາດຈະຖືກຈັດຮູບແບບຕ່າງອອກໄປຫຼັງຈາກທີ່ທ່ານກົດ Enter).