CONCAT

ເຊື່ອມຕໍ່ສາຍຂໍ້ຄວາມນຶ່ງຂໍ້ຄວາມ ຫຼື ຫຼາຍກວ່ານັ້ນເຂົ້າກັນ

CONCAT ແມ່ນຟັງຊັນທີ່ພັດທະນາຂຶ້ນຈາກ CONCATENATE, ໂດຍທີ່ CONCAT ສາມາດຮັບຊ່ວງ (ranges) ເປັນອາກິວເມັນໄດ້.

ເມື່ອໃຊ້ຊ່ວງ, ເຊວຕ່າງໆຈະຖືກໄລ່ລຽງໄປເທື່ອລະແຖວ (ຈາກເທິງລົງລຸ່ມ) ເພື່ອເຊື່ອມຕໍ່ຂໍ້ຄວາມ.

ໄວຍາກອນ

CONCAT( ຂໍ້ຄວາມ 1 [; ຂໍ້ຄວາມ 2 [; … [; ຂໍ້ຄວາມ 255]]] )

ຂໍ້ຄວາມ 1; ຂໍ້ຄວາມ 2; … ; ຂໍ້ຄວາມ 255 ແມ່ນຂໍ້ຄວາມ, ການອ້າງອີງຫ້ອງ ຫຼື ຊ່ວງຫ້ອງຂອງຂໍ້ຄວາມ.

ຕົວຢ່າງ

=CONCAT("Hello ", A1:C3) ເຊື່ອມຕໍ່ຂໍ້ຄວາມ "Hello" ກັບທຸກໆຂໍ້ຄວາມໃນຊ່ວງ A1:C3.

ຂໍ້ມູນທາງເຕັກນິກ

ໄອຄອນ ເຄັດລັບ

ຟັງຊັນນີ້ມີໃຫ້ໃຊ້ຕັ້ງແຕ່ LibreOffice 5.2.


ຟັງຊັນນີ້ ບໍ່ແມ່ນ ສ່ວນໜຶ່ງຂອງມາດຕະຖານ Open Document Format for Office Applications (OpenDocument) ເວີຊັນ 1.3 ພາກທີ 4: ຮູບແບບສູດທີ່ຄິດໄລ່ຄືນໃໝ່ (OpenFormula). ຊື່ພື້ນທີ່ (name space) ແມ່ນ

COM.MICROSOFT.CONCAT

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!