ການຊ່ວຍເຫຼືອ LibreOffice 26.2
ສົ່ງຄືນຄ່າຕົວເລກທີ່ຄິດໄລ່ຈາກການປະສົມສາມສີ (ແດງ, ຂຽວ, ຟ້າ) ແລະ ຊ່ອງອັນຟາ (Alpha) ໃນລະບົບສີ RGBA. ຜົນໄດ້ຮັບແມ່ນຂຶ້ນກັບລະບົບສີຂອງຄອມພິວເຕີທ່ານ.
COLOR(Red; Green; Blue [; Alpha])
Red, Green ແລະ Blue – ອາກິວເມັນທີ່ຈຳເປັນ. ຄ່າສຳລັບສ່ວນປະກອບສີແດງ, ຂຽວ ແລະ ຟ້າ. ຄ່າຕ້ອງຢູ່ລະຫວ່າງ 0 ຫາ 255.
Alpha – ທາງເລືອກ. ຄ່າສຳລັບຊ່ອງອັນຟາ. 0 ໝາຍເຖິງໂປ່ງໃສທັງໝົດ ແລະ 255 ໝາຍເຖິງທຶບແສງທັງໝົດ.
COLOR(255;255;255;1) ສົ່ງຄືນ 33554431
COLOR(0;0;255;0) ສົ່ງຄືນ 255
COLOR(0;0;255;255) ສົ່ງຄືນ 4278190335
COLOR(0;0;400;0) ສົ່ງຄືນ Err:502 ຍ້ອນວ່າຄ່າສີຟ້າເກີນ 255.
ORG.LIBREOFFICE.COLOR