ຟັງຊັນຖານຂໍ້ມູນ

ພາບລວມ

ສິບສອງຟັງຊັນໃນໝວດໝູ່ຖານຂໍ້ມູນຊ່ວຍໃຫ້ທ່ານວິເຄາະຖານຂໍ້ມູນແບບງ່າຍໆທີ່ຄອບຄຸມພື້ນທີ່ຮູບສີ່ແຈສາກໃນສະເປຣດຊີດເຊິ່ງປະກອບດ້ວຍຖັນ ແລະ ແຖວ, ໂດຍຂໍ້ມູນຈະຖືກຈັດລະບຽບເປັນໜຶ່ງແຖວຕໍ່ໜຶ່ງເຣັກຄອດ (Record). ເຊວຫົວຂໍ້ຂອງແຕ່ລະຖັນຈະສະແດງຊື່ຂອງຖັນ ແລະ ຊື່ນັ້ນມັກຈະສະທ້ອນເຖິງເນື້ອຫາຂອງແຕ່ລະເຊວໃນຖັນນັ້ນ.

ຟັງຊັນໃນໝວດໝູ່ຖານຂໍ້ມູນຈະໃຊ້ສາມອາຄິວເມັນ ດັ່ງນີ້:

  1. Database. ຊ່ວງເຊວຂອງຖານຂໍ້ມູນ.

  2. DatabaseField. ຖັນທີ່ມີຂໍ້ມູນທີ່ຈະຖືກນຳໃຊ້ໃນການຄຳນວນຂອງຟັງຊັນ.

  3. SearchCriteria. ຊ່ວງເຊວຂອງພື້ນທີ່ແຍກຕ່າງຫາກໃນສະເປຣດຊີດທີ່ມີເງື່ອນໄຂການຄົ້ນຫາ.

ອາຄິວເມັນເຫຼົ່ານີ້ຈະຖືກອະທິບາຍລະອຽດຕື່ມຢູ່ດ້ານລຸ່ມ.

ທຸກຟັງຊັນມີແນວຄວາມຄິດການເຮັດວຽກທີ່ຄືກັນ. ຂັ້ນຕອນທຳອິດແມ່ນການໃຊ້ SearchCriteria ທີ່ລະບຸໄວ້ເພື່ອລະບຸຊຸດຍ່ອຍຂອງເຣັກຄອດໃນ Database ທີ່ຈະຖືກນຳໃຊ້ໃນການຄຳນວນ. ຂັ້ນຕອນທີສອງແມ່ນການດຶງຄ່າຂໍ້ມູນ ແລະ ດຳເນີນການຄຳນວນທີ່ກ່ຽວຂ້ອງກັບຟັງຊັນສະເພາະນັ້ນ (ເຊັ່ນ ຄ່າສະເລ່ຍ, ຜົນລວມ, ຜົນຄູນ ແລະ ອື່ນໆ). ຄ່າທີ່ຖືກປະມວນຜົນແມ່ນຄ່າທີ່ຢູ່ໃນຖັນ DatabaseField ຂອງເຣັກຄອດທີ່ຖືກເລືອກ.

ໄອຄອນ ບັນທຶກ

Calc ຈະຖືວ່າວັນທີ ແລະ ຄ່າໂລຈິກ (TRUE ແລະ FALSE) ເປັນຕົວເລກເມື່ອມີການຄຳນວນດ້ວຍຟັງຊັນເຫຼົ່ານີ້.


ອາຄິວເມັນຂອງຟັງຊັນຖານຂໍ້ມູນ

ຄຳນິຍາມອາຄິວເມັນຕໍ່ໄປນີ້ໃຊ້ກັບທຸກຟັງຊັນໃນໝວດໝູ່ຖານຂໍ້ມູນ:

  1. ອາກິວເມັນຖານຂໍ້ມູນ

    Database ລະບຸຊ່ວງຂອງເຊວທີ່ຕາຕະລາງຖານຂໍ້ມູນຄອບຄຸມຢູ່. ແຖວທຳອິດຂອງຊ່ວງຈະປະກອບດ້ວຍຊື່ຟິວ (Field names), ແລະ ແຖວຕໍ່ໆມາແມ່ນເຣັກຄອດທີ່ມີຄ່າຂອງຟິວທີ່ກ່ຽວຂ້ອງ.

    ວິທີໜຶ່ງໃນການກຳນົດຊ່ວງຂອງເຊວແມ່ນການປ້ອນການອ້າງອີງເຊວສຳລັບເຊວມຸມຊ້າຍເທິງ, ຕາມດ້ວຍເຄື່ອງໝາຍຈ້ຳສອງເມັດ (:), ແລະ ຈາກນັ້ນແມ່ນການອ້າງອີງເຊວມຸມຂວາລຸ່ມ. ຕົວຢ່າງອາດຈະແມ່ນ A1:E10.

    ອາຄິວເມັນ Database ຍັງສາມາດລະບຸໄດ້ໂດຍການໃຊ້ຊື່ຂອງຊ່ວງທີ່ຕັ້ງຊື່ໄວ້ ຫຼື ຊ່ວງຖານຂໍ້ມູນ. ການໃຊ້ຊື່ທີ່ມີຄວາມໝາຍເພື່ອບົ່ງບອກຊ່ວງເຊວຈະຊ່ວຍໃຫ້ສູດອ່ານງ່າຍຂຶ້ນ ແລະ ງ່າຍຕໍ່ການບຳລຸງຮັກສາເອກະສານ. ຖ້າຊື່ບໍ່ກົງກັບຊື່ຂອງຊ່ວງທີ່ກຳນົດໄວ້, Calc ຈະລາຍງານຂໍ້ຜິດພາດ #NAME?.

    ຂໍ້ຜິດພາດອື່ນໆທີ່ອາດຈະຖືກລາຍງານອັນເນື່ອງມາຈາກອາຄິວເມັນ Database ທີ່ບໍ່ຖືກຕ້ອງແມ່ນ #VALUE! ແລະ Err:504 (ຂໍ້ຜິດພາດໃນລາຍການພາຣາມິເຕີ).

  2. ອາກິວເມນ ຟິວຖານຂໍ້ມູນ

    DatabaseField ລະບຸຖັນທີ່ຟັງຊັນຈະນຳໃຊ້ໃນການຄຳນວນ ຫຼັງຈາກທີ່ໄດ້ນຳໃຊ້ເງື່ອນໄຂການຄົ້ນຫາ ແລະ ເລືອກແຖວຂໍ້ມູນແລ້ວ. ມັນບໍ່ກ່ຽວຂ້ອງກັບເງື່ອນໄຂການຄົ້ນຫາ.

    ລະບຸອາຄິວເມັນ DatabaseField ດ້ວຍວິທີໃດໜຶ່ງດັ່ງຕໍ່ໄປນີ້:

    • ໂດຍການປ້ອນການອ້າງອີງໃສ່ເຊວຫົວຂໍ້ພາຍໃນພື້ນທີ່ Database. ຫຼືອີກທາງເລືອກໜຶ່ງ, ຖ້າເຊວນັ້ນໄດ້ຖືກຕັ້ງຊື່ທີ່ມີຄວາມໝາຍເປັນຊ່ວງທີ່ຕັ້ງຊື່ ຫຼື ຊ່ວງຖານຂໍ້ມູນ, ໃຫ້ປ້ອນຊື່ນັ້ນ. ຖ້າຊື່ບໍ່ກົງກັບຊື່ຂອງຊ່ວງທີ່ກຳນົດໄວ້, Calc ຈະລາຍງານຂໍ້ຜິດພາດ #NAME?. ຖ້າຊື່ນັ້ນຖືກຕ້ອງແຕ່ບໍ່ໄດ້ກົງກັບເຊວດຽວເທົ່ານັ້ນ, Calc ຈະລາຍງານ Err:504 (ຂໍ້ຜິດພາດໃນລາຍການພາຣາມິເຕີ).

    • ໂດຍການປ້ອນຕົວເລກເພື່ອລະບຸຖັນພາຍໃນພື້ນທີ່ Database, ເລີ່ມຕົ້ນດ້ວຍ 1. ຕົວຢ່າງ, ຖ້າ Database ຄອບຄຸມຊ່ວງເຊວ D6:H123, ໃຫ້ປ້ອນ 3 ເພື່ອລະບຸເຊວຫົວຂໍ້ທີ່ F6. Calc ຕ້ອງການຄ່າເລກຖ້ວນທີ່ຢູ່ລະຫວ່າງ 1 ແລະ ຈຳນວນຖັນທີ່ກຳນົດໄວ້ພາຍໃນ Database ແລະ ຈະບໍ່ສົນໃຈຕົວເລກຫຼັງຈຸດທົດສະນິຍົມ. ຖ້າຄ່ານ້ອຍກວ່າ 1, Calc ຈະລາຍງານ Err:504 (ຂໍ້ຜິດພາດໃນລາຍການພາຣາມິເຕີ). ຖ້າຄ່າຫຼາຍກວ່າຈຳນວນຖັນໃນ Database, Calc ຈະລາຍງານຂໍ້ຜິດພາດ #VALUE!.

    • ໂດຍການປ້ອນຊື່ຫົວຂໍ້ຖັນໂດຍກົງຈາກແຖວທຳອິດຂອງຊ່ວງ Database, ໂດຍໃສ່ເຄື່ອງໝາຍຄຳເວົ້າຄອບຊື່ຫົວຂໍ້ນັ້ນ. ຕົວຢ່າງ: “Distance to School”. ຖ້າຂໍ້ຄວາມບໍ່ກົງກັບຫົວຂໍ້ຖັນໃດໜຶ່ງໃນພື້ນທີ່ Database, Calc ຈະລາຍງານ Err:504 (ຂໍ້ຜິດພາດໃນລາຍການພາຣາມິເຕີ). ທ່ານຍັງສາມາດອ້າງອີງໃສ່ເຊວໃດໜຶ່ງ (ທີ່ບໍ່ໄດ້ຢູ່ໃນພື້ນທີ່ Database ແລະ SearchCriteria) ທີ່ມີຂໍ້ຄວາມທີ່ຕ້ອງການ.

    ອາຄິວເມັນ DatabaseField ເປັນຕົວເລືອກ (ບໍ່ບັງຄັບ) ສຳລັບຟັງຊັນ DCOUNT ແລະ DCOUNTA ແຕ່ຈຳເປັນຕ້ອງມີສຳລັບຟັງຊັນຖານຂໍ້ມູນອີກສິບຟັງຊັນທີ່ເຫຼືອ.

  3. ອາກິວເມັນ ເງື່ອນໄຂຄົ້ນຫາ

    SearchCriteria ລະບຸຊ່ວງຂອງເຊວທີ່ມີເງື່ອນໄຂການຄົ້ນຫາ. ເຊັ່ນດຽວກັນກັບ Database, ແຖວທຳອິດຂອງມັນກໍ່ແມ່ນຊື່ຟິວ, ແລະ ແຖວຕໍ່ໆມາແມ່ນເງື່ອນໄຂສຳລັບຟິວທີ່ກ່ຽວຂ້ອງ. ພື້ນທີ່ Database ແລະ SearchCriteria ບໍ່ຈຳເປັນຕ້ອງຢູ່ຕິດກັນ ຫຼື ຢູ່ແຜ່ນງານດຽວກັນກໍ່ໄດ້.

    ການອ້າງອີງເຖິງຫ້ອງວ່າງຈະຖືກຕີຄວາມໝາຍເປັນຄ່າຕົວເລກ 0.

    ນິພົດທີ່ກົງກັນສາມາດເປັນ:

    • ຕົວເລກ ຫຼື ຄ່າທາງຕັກກະສາດ. ເນື້ອໃນຫ້ອງທີ່ກົງກັນຈະເທົ່າກັບຕົວເລກ ຫຼື ຄ່າທາງຕັກກະສາດນັ້ນ.

    • ຄ່າທີ່ເລີ່ມຕົ້ນດ້ວຍຕົວປຽບທຽບ (<, <=, =, >, >=, <>).

      ສຳລັບ =, ຖ້າຄ່າວ່າງ ມັນຈະກົງກັບຫ້ອງທີ່ວ່າງ.

      ສຳລັບ <>, ຖ້າຄ່າວ່າງ ມັນຈະກົງກັບຫ້ອງທີ່ບໍ່ວ່າງ.

      ສຳລັບ <>, ຖ້າຄ່າບໍ່ວ່າງ ມັນຈະກົງກັບເນື້ອໃນຫ້ອງໃດກໍໄດ້ຍົກເວັ້ນຄ່ານັ້ນ, ລວມທັງຫ້ອງວ່າງນຳ.

      ໝາຍເຫດ: "=0" ບໍ່ກົງກັບຫ້ອງວ່າງ.

      ສຳລັບ = ແລະ <>, ຖ້າຄ່າບໍ່ວ່າງ ແລະ ບໍ່ສາມາດຕີຄວາມໝາຍເປັນປະເພດຕົວເລກໄດ້ ແລະ ມີການເລືອກຄຸນສົມບັດ ເງື່ອນໄຂການຄົ້ນຫາ = ແລະ <> ຕ້ອງໃຊ້ກັບທັງໝົດຫ້ອງ, ການປຽບທຽບຈະເຮັດກັບເນື້ອໃນທັງໝົດຂອງຫ້ອງ. ຖ້າບໍ່ໄດ້ເລືອກ, ການປຽບທຽບຈະເຮັດກັບສ່ວນໃດສ່ວນໜຶ່ງຂອງຊ່ອງຂໍ້ມູນທີ່ກົງກັບເງື່ອນໄຂ.

    • ຄ່າຂໍ້ຄວາມອື່ນໆ. ຖ້າຄຸນສົມບັດ ເງື່ອນໄຂການຄົ້ນຫາ = ແລະ <> ຕ້ອງໃຊ້ກັບທັງໝົດຫ້ອງ ເປັນຈິງ, ການປຽບທຽບຈະເຮັດກັບເນື້ອໃນທັງໝົດຂອງຫ້ອງ. ຖ້າເປັນເທັດ, ການປຽບທຽບຈະເຮັດກັບສ່ວນໃດສ່ວນໜຶ່ງຂອງຊ່ອງຂໍ້ມູນທີ່ກົງກັບເງື່ອນໄຂ. ນິພົດສາມາດປະກອບດ້ວຍຂໍ້ຄວາມ, ຕົວເລກ, ນິພົດປົກກະຕິ (Regular expressions) ຫຼື ຕົວແທນ (Wildcards) (ຖ້າເປີດໃຊ້ໃນຕົວເລືອກການຄຳນວນ).

    ວິທີໜຶ່ງໃນການກຳນົດຊ່ວງຂອງເຊວແມ່ນການປ້ອນການອ້າງອີງເຊວສຳລັບເຊວມຸມຊ້າຍເທິງ, ຕາມດ້ວຍເຄື່ອງໝາຍຈ້ຳສອງເມັດ (:), ແລະ ຈາກນັ້ນແມ່ນການອ້າງອີງເຊວມຸມຂວາລຸ່ມ. ຕົວຢ່າງ: A13:B14. ຊ່ວງເຊວຍັງສາມາດລະບຸໄດ້ໂດຍການໃຊ້ຊື່ຂອງຊ່ວງທີ່ຕັ້ງຊື່ໄວ້ ຫຼື ຊ່ວງຖານຂໍ້ມູນ. ຖ້າຊື່ບໍ່ກົງກັບຊື່ຂອງຊ່ວງທີ່ກຳນົດໄວ້, Calc ຈະລາຍງານຂໍ້ຜິດພາດ #NAME?.

    Err:504 (ຂໍ້ຜິດພາດໃນລາຍການພາຣາມິເຕີ) ອາດຈະຖືກລາຍງານອັນເນື່ອງມາຈາກອາຄິວເມັນ SearchCriteria ທີ່ບໍ່ຖືກຕ້ອງ.

    ເນື້ອຫາຂອງພື້ນທີ່ SearchCriteria ຈະຖືກອະທິບາຍລະອຽດຕື່ມໃນພາກຕໍ່ໄປ.

ການກຳນົດເງື່ອນໄຂການຄົ້ນຫາ

ຈຳນວນຖັນໃນພື້ນທີ່ SearchCriteria ບໍ່ຈຳເປັນຕ້ອງເທົ່າກັບຄວາມກວ້າງຂອງພື້ນທີ່ Database. ທຸກຫົວຂໍ້ທີ່ປະກົດໃນແຖວທຳອິດຂອງ SearchCriteria ຕ້ອງຄືກັນກັບຫົວຂໍ້ໃນແຖວທຳອິດຂອງ Database. ເຖິງຢ່າງໃດກໍ່ຕາມ, ບໍ່ຈຳເປັນຕ້ອງໃຫ້ທຸກຫົວຂໍ້ໃນ Database ປະກົດໃນແຖວທຳອິດຂອງ SearchCriteria, ໃນຂະນະທີ່ຫົວຂໍ້ໜຶ່ງໃນ Database ສາມາດປະກົດໄດ້ຫຼາຍຄັ້ງໃນແຖວທຳອິດຂອງ SearchCriteria.

ເງື່ອນໄຂການຄົ້ນຫາຈະຖືກປ້ອນເຂົ້າໃນເຊວຂອງແຖວທີສອງ ແລະ ແຖວຕໍ່ໆມາຂອງພື້ນທີ່ SearchCriteria, ເຊິ່ງຢູ່ກ້ອງແຖວທີ່ເປັນຫົວຂໍ້. ເຊວວ່າງພາຍໃນພື້ນທີ່ SearchCriteria ຈະຖືກລະເວັ້ນ.

ສ້າງເງື່ອນໄຂໃນເຊວຂອງພື້ນທີ່ SearchCriteria ໂດຍໃຊ້ຕົວດຳເນີນການປຽບທຽບ <, <=, =, <>, >=, ແລະ >. ຖ້າເຊວບໍ່ວ່າງແຕ່ບໍ່ໄດ້ເລີ່ມຕົ້ນດ້ວຍຕົວດຳເນີນການປຽບທຽບ, ຈະຖືວ່າເປັນເຄື່ອງໝາຍ =.

ຖ້າທ່ານຂຽນຫຼາຍເງື່ອນໄຂໃນແຖວດຽວກັນ, ເງື່ອນໄຂເຫຼົ່ານັ້ນຈະຖືກເຊື່ອມຕໍ່ດ້ວຍ AND (ແລະ). ຖ້າທ່ານຂຽນຫຼາຍເງື່ອນໄຂໃນແຖວທີ່ຕ່າງກັນ, ເງື່ອນໄຂເຫຼົ່ານັ້ນຈະຖືກເຊື່ອມຕໍ່ດ້ວຍ OR (ຫຼື).

ສາມາດສ້າງເງື່ອນໄຂໂດຍໃຊ້ ວາຍຄາດ (Wildcards) ໄດ້, ໂດຍຕ້ອງເປີດການໃຊ້ງານວາຍຄາດຜ່ານຕົວເລືອກ ເປີດການໃຊ້ງານວາຍຄາດໃນສູດ ໃນກ່ອງໂຕ້ຕອບ - LibreOffice Calc - ຄຳນວນ. ເມື່ອຄວາມສາມາດໃນການເຮັດວຽກຮ່ວມກັບ Microsoft Excel ມີຄວາມສຳຄັນສຳລັບສະເປຣດຊີດຂອງທ່ານ, ຄວນເປີດໃຊ້ຕົວເລືອກນີ້.

ທ່ານສາມາດສ້າງເງື່ອນໄຂທີ່ມີປະສິດທິພາບຫຼາຍຂຶ້ນໂດຍໃຊ້ ເຣັກກູລາ ເອັກເພຣດຊັນ (Regular expressions), ໂດຍຕ້ອງເປີດການໃຊ້ງານເຣັກກູລາ ເອັກເພຣດຊັນຜ່ານຕົວເລືອກ ເປີດການໃຊ້ງານເຣັກກູລາ ເອັກເພຣດຊັນໃນສູດ ໃນກ່ອງໂຕ້ຕອບ - LibreOffice Calc - ຄຳນວນ.

ໄອຄອນ ຄຳເຕືອນ

ເມື່ອໃຊ້ຟັງຊັນທີ່ມີອາຄິວເມັ້ນ (argument) ໜຶ່ງ ຫຼື ຫຼາຍກວ່າເປັນຂໍ້ຄວາມເງື່ອນໄຂການຄົ້ນຫາທີ່ສະແດງເຖິງນິພົດປົກກະຕິ, ມັນຈະພະຍາຍາມແປງຂໍ້ຄວາມເງື່ອນໄຂນັ້ນໃຫ້ເປັນຕົວເລກກ່ອນ. ຕົວຢ່າງ, ".0" ຈະຖືກແປງເປັນ 0.0 ແລະ ອື່ນໆ. ຖ້າສຳເລັດ, ການຈັບຄູ່ຈະບໍ່ແມ່ນການຈັບຄູ່ແບບນິພົດປົກກະຕິ ແຕ່ຈະເປັນການຈັບຄູ່ແບບຕົວເລກ. ແນວໃດກໍຕາມ, ເມື່ອປ່ຽນໄປໃຊ້ທ້ອງຖິ່ນ (locale) ທີ່ຕົວຂັ້ນທົດສະນິຍົມບໍ່ແມ່ນຈຸດ ຈະເຮັດໃຫ້ການແປງນິພົດປົກກະຕິເຮັດວຽກໄດ້. ເພື່ອບັງຄັບໃຫ້ມີການປະເມີນເປັນນິພົດປົກກະຕິແທນການສະແດງຜົນແບບຕົວເລກ, ໃຫ້ໃຊ້ບາງນິພົດທີ່ບໍ່ສາມາດຖືກອ່ານຜິດເປັນຕົວເລກໄດ້ ເຊັ່ນ ".[0]" ຫຼື ".\0" ຫຼື "(?i).0".


ການຕັ້ງຄ່າອີກອັນໜຶ່ງທີ່ມີຜົນຕໍ່ການຈັດການເງື່ອນໄຂການຄົ້ນຫາແມ່ນຕົວເລືອກ ເງື່ອນໄຂການຄົ້ນຫາ = ແລະ <> ຕ້ອງໃຊ້ກັບທັງໝົດເຊວ ໃນກ່ອງໂຕ້ຕອບ - LibreOffice Calc - ຄຳນວນ. ຕົວເລືອກນີ້ຄວບຄຸມວ່າເງື່ອນໄຂການຄົ້ນຫາທີ່ທ່ານຕັ້ງໄວ້ສຳລັບຟັງຊັນຖານຂໍ້ມູນຈະຕ້ອງກົງກັບຂໍ້ມູນທັງໝົດໃນເຊວຢ່າງແນ່ນອນຫຼືບໍ່. ເມື່ອຄວາມສາມາດໃນການເຮັດວຽກຮ່ວມກັບ Microsoft Excel ມີຄວາມສຳຄັນສຳລັບສະເປຣດຊີດຂອງທ່ານ, ຄວນເປີດໃຊ້ຕົວເລືອກນີ້.

ຕົວຢ່າງການນຳໃຊ້ຟັງຊັນຖານຂໍ້ມູນ

ຕາຕະລາງຕໍ່ໄປນີ້ແມ່ນຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຊ້ເພື່ອສາທິດວິທີການໃຊ້ຟັງຊັນໃນໝວດໝູ່ຖານຂໍ້ມູນ. ຊ່ວງເຊວ A1:E10 ປະກອບດ້ວຍຂໍ້ມູນສົມມຸດກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (Joe). ຂໍ້ມູນຕໍ່ໄປນີ້ແມ່ນໃຫ້ໄວ້ສຳລັບແຂກແຕ່ລະຄົນ - ຊື່, ຫ້ອງຮຽນ, ອາຍຸ (ປີ), ໄລຍະທາງໄປໂຮງຮຽນ (ແມັດ), ແລະ ນ້ຳໜັກ (ກິໂລກຣາມ).

A

B

C

D

E

1

ຊື່

ຫ້ອງຮຽນ

ອາຍຸ

ໄລຍະທາງ

ນ້ຳໜັກ

2

ແອນດີ້ (Andy)

3

9

150

40

3

ເບັດຕີ້ (Betty)

4

10

1000

42

4

ຊາລ (Charles)

3

10

300

51

5

ດານີເອນ (Daniel)

5

11

1200

48

6

ອີວາ (Eva)

2

8

650

33

7

ແຟຣງ (Frank)

2

7

300

42

8

ເກຣຕ້າ (Greta)

1

7

200

36

9

ແຮຣີ່ (Harry)

3

9

1200

44

10

ໄອຣີນ (Irene)

2

8

1000

42

11


ຫົກຕົວຢ່າງຕໍ່ໄປນີ້ໃຊ້ຕາຕະລາງຖານຂໍ້ມູນຂ້າງເທິງ, ປະສົມປະສານກັບພື້ນທີ່ເງື່ອນໄຂການຄົ້ນຫາທີ່ແຕກຕ່າງກັນ.

ຕົວຢ່າງ ທີ 1

A

B

C

D

E

12

ຊື່

ຫ້ອງຮຽນ

ອາຍຸ

ໄລຍະທາງ

ນ້ຳໜັກ

13

>600

14


ດັ່ງໃນຕົວຢ່າງງ່າຍໆນີ້, ບາງຄັ້ງມັນກໍ່ເປັນການດີ (ແຕ່ບໍ່ຈຳເປັນ) ທີ່ຈະວາງພື້ນທີ່ເງື່ອນໄຂການຄົ້ນຫາໄວ້ກ້ອງຕາຕະລາງຖານຂໍ້ມູນໂດຍກົງ, ໂດຍໃຫ້ຖັນຂອງທັງສອງພື້ນທີ່ກົງກັນໃນແນວຕັ້ງ. ຂໍ້ມູນວ່າງໃນພື້ນທີ່ເງື່ອນໄຂການຄົ້ນຫາຈະຖືກລະເວັ້ນ. ຈາກຕາຕະລາງຖານຂໍ້ມູນຕົວຢ່າງຂ້າງເທິງ ແລະ ພື້ນທີ່ເງື່ອນໄຂການຄົ້ນຫານີ້, ໃຫ້ໃສ່ສູດ =DCOUNT(A1:E10;;A12:E14) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອນັບວ່າແຂກຂອງໂຈຈັກຄົນທີ່ເດີນທາງໄປໂຮງຮຽນໄກກວ່າ 600 ແມັດ. ຄ່າ 5 ຈະຖືກສົ່ງກັບຄືນ (ນັບເບັດຕີ້, ດານີເອນ, ອີວາ, ແຮຣີ່, ແລະ ໄອຣີນ).

ໃຫ້ສັງເກດອີກວ່າສູດ =DCOUNT(A1:E10;;D12:D13) ກໍ່ຈະໃຫ້ຄ່າຄືກັນຢ່າງແນ່ນອນ, ເຊິ່ງສະແດງໃຫ້ເຫັນວ່າມັນຈຳເປັນພຽງແຕ່ໃຫ້ພື້ນທີ່ເງື່ອນໄຂການຄົ້ນຫາປະກອບດ້ວຍຫົວຂໍ້ຖັນທີ່ກ່ຽວຂ້ອງເທົ່ານັ້ນ.

ຕົວຢ່າງ ທີ 2

   A   

   B   

   C   

   D   

   E   

12

ອາຍຸ

ຫ້ອງຮຽນ

13

>7

2

14


ໃນຕົວຢ່າງນີ້, ພື້ນທີ່ເງື່ອນໄຂການຄົ້ນຫາປະກອບດ້ວຍພຽງແຕ່ສອງຫົວຂໍ້ ແລະ ຫົວຂໍ້ເຫຼົ່ານີ້ບໍ່ໄດ້ກົງກັບຫົວຂໍ້ໃນຕາຕະລາງຖານຂໍ້ມູນຕົວຢ່າງໃນແນວຕັ້ງ. ເນື່ອງຈາກມີສອງເງື່ອນໄຂໃນແຖວດຽວກັນ, ເງື່ອນໄຂເຫຼົ່ານັ້ນຈຶ່ງຖືກເຊື່ອມຕໍ່ດ້ວຍ AND. ຈາກຕາຕະລາງຖານຂໍ້ມູນຕົວຢ່າງຂ້າງເທິງ ແລະ ພື້ນທີ່ເງື່ອນໄຂການຄົ້ນຫານີ້, ໃຫ້ໃສ່ສູດ =DCOUNT(A1:E10;;B12:C13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອນັບວ່າແຂກຂອງໂຈຈັກຄົນທີ່ຮຽນຢູ່ຫ້ອງ 2 ແລະ ມີອາຍຸຫຼາຍກວ່າ 7 ປີ. ຄ່າ 2 ຈະຖືກສົ່ງກັບຄືນ (ນັບອີວາ ແລະ ໄອຣີນ).

ຕົວຢ່າງ ທີ 3

   A   

   B   

   C   

   D   

   E   

12

ອາຍຸ

13

9

14

10


ໃນຕົວຢ່າງນີ້, ພື້ນທີ່ເງື່ອນໄຂການຄົ້ນຫາປະກອບດ້ວຍພຽງແຕ່ຫົວຂໍ້ດຽວ. ເນື່ອງຈາກມີສອງເງື່ອນໄຂໃນແຖວທີ່ລຽງກັນ, ເງື່ອນໄຂເຫຼົ່ານັ້ນຈຶ່ງຖືກເຊື່ອມຕໍ່ດ້ວຍ OR. ຈາກຕາຕະລາງຖານຂໍ້ມູນຕົວຢ່າງຂ້າງເທິງ ແລະ ພື້ນທີ່ເງື່ອນໄຂການຄົ້ນຫານີ້, ໃຫ້ໃສ່ສູດ =DCOUNT(A1:E10;;B12:B14) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອນັບວ່າແຂກຂອງໂຈຈັກຄົນທີ່ມີອາຍຸ 9 ຫຼື 10 ປີ. ຄ່າ 4 ຈະຖືກສົ່ງກັບຄືນ (ນັບແອນດີ້, ເບັດຕີ້, ຊາລ, ແລະ ແຮຣີ່).

ຕົວຢ່າງ ທີ 4

   A   

   B   

   C   

   D   

   E   

12

ອາຍຸ

ອາຍຸ

13

>=8

<=10

14


ໃນຕົວຢ່າງນີ້, ພື້ນທີ່ເງື່ອນໄຂການຄົ້ນຫາປະກອບດ້ວຍຫົວຂໍ້ດຽວກັນສອງຄັ້ງ. ເນື່ອງຈາກມີສອງເງື່ອນໄຂໃນແຖວດຽວກັນ, ເງື່ອນໄຂເຫຼົ່ານັ້ນຈຶ່ງຖືກເຊື່ອມຕໍ່ດ້ວຍ AND. ຈາກຕາຕະລາງຖານຂໍ້ມູນຕົວຢ່າງຂ້າງເທິງ ແລະ ພື້ນທີ່ເງື່ອນໄຂການຄົ້ນຫານີ້, ໃຫ້ໃສ່ສູດ =DCOUNT(A1:E10;;B12:C13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອນັບວ່າແຂກຂອງໂຈຈັກຄົນທີ່ມີອາຍຸລະຫວ່າງ 8 ຫາ 10 ປີ (ລວມທັງ 8 ແລະ 10). ຄ່າ 6 ຈະຖືກສົ່ງກັບຄືນ (ນັບແອນດີ້, ເບັດຕີ້, ຊາລ, ອີວາ, ແຮຣີ່, ແລະ ໄອຣີນ).

ຕົວຢ່າງ ທີ 5

   A   

   B   

   C   

   D   

   E   

12

ຊື່

13

F*

14


ຕົວຢ່າງງ່າຍໆນີ້ສະແດງເຖິງການໃຊ້ ວາຍຄາດ (Wildcards). ເພື່ອໃຫ້ຕົວຢ່າງນີ້ເຮັດວຽກຕາມທີ່ຕ້ອງການ, ໃຫ້ເລືອກເປີດໃຊ້ວາຍຄາດທີ່ - LibreOffice Calc - ຄຳນວນ. ຈາກຕາຕະລາງຖານຂໍ້ມູນຕົວຢ່າງຂ້າງເທິງ ແລະ ພື້ນທີ່ເງື່ອນໄຂການຄົ້ນຫານີ້, ໃຫ້ໃສ່ສູດ =DCOUNT(A1:E10;;A12:A13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອນັບວ່າແຂກຂອງໂຈຈັກຄົນທີ່ມີຊື່ເລີ່ມຕົ້ນດ້ວຍຕົວອັກສອນ “F”. ຄ່າ 1 ຈະຖືກສົ່ງກັບຄືນ (ນັບແຟຣງ).

ຕົວຢ່າງ ທີ 6

   A   

   B   

   C   

   D   

   E   

12

ຊື່

13

[ABC].*

14


ຕົວຢ່າງງ່າຍໆນີ້ສະແດງເຖິງການໃຊ້ ເຣັກກູລາ ເອັກເພຣດຊັນ (Regular expressions). ເພື່ອໃຫ້ຕົວຢ່າງນີ້ເຮັດວຽກຕາມທີ່ຕ້ອງການ, ໃຫ້ເລືອກເປີດໃຊ້ເຣັກກູລາ ເອັກເພຣດຊັນທີ່ - LibreOffice Calc - ຄຳນວນ. ຈາກຕາຕະລາງຖານຂໍ້ມູນຕົວຢ່າງຂ້າງເທິງ ແລະ ພື້ນທີ່ເງື່ອນໄຂການຄົ້ນຫານີ້, ໃຫ້ໃສ່ສູດ =DCOUNT(A1:E10;;A12:A13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອນັບວ່າແຂກຂອງໂຈຈັກຄົນທີ່ມີຊື່ເລີ່ມຕົ້ນດ້ວຍຕົວອັກສອນ “A”, “B”, ຫຼື “C”. ຄ່າ 3 ຈະຖືກສົ່ງກັບຄືນ (ນັບແອນດີ້, ເບັດຕີ້, ແລະ ຊາລ).

DAVERAGE

DAVERAGE ຄຳນວນຄ່າສະເລ່ຍຂອງຄ່າຕົວເລກໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ຄ່າທີ່ບໍ່ແມ່ນຕົວເລກໃນເຊວເຫຼົ່ານັ້ນຈະຖືກລະເວັ້ນ.

ສົ່ງກັບຄືນຂໍ້ຜິດພາດ #DIV/0! ຖ້າບໍ່ມີເຣັກຄອດໃດກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DAVERAGE(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DAVERAGE(A1:E10; "Distance"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຄຳນວນໄລຍະທາງສະເລ່ຍ (ແມັດ) ທີ່ແຂກຂອງໂຈເດີນທາງໄປໂຮງຮຽນ. ຄ່າ 666.67 ຈະຖືກສົ່ງກັບຄືນມາ.

DCOUNT

DCOUNT ນັບຈຳນວນເຊວ (ຟິວ) ຂອງຖັນທີ່ລະບຸເຊິ່ງປະກອບດ້ວຍຄ່າຕົວເລກ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ໄດ້ລະບຸຖັນ, DCOUNT ຈະສົ່ງກັບຄືນຈຳນວນເຣັກຄອດທັງໝົດທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ ໂດຍບໍ່ສົນໃຈເນື້ອຫາພາຍໃນເຣັກຄອດນັ້ນ.

ໄວຍາກອນ

DCOUNT(ຖານຂໍ້ມູນ; [ຟີວຖານຂໍ້ມູນ]; ເງື່ອນໄຂການຄົ້ນຫາ)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">600" (ເງື່ອນໄຂການຄົ້ນຫານີ້ຈະກົງກັບເຣັກຄອດໃນຕາຕະລາງຖານຂໍ້ມູນທີ່ມີຄ່າຫຼາຍກວ່າ 600 ໃນຖັນ Distance).

ໃຫ້ໃສ່ສູດ =DCOUNT(A1:E10;; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຄຳນວນວ່າແຂກຂອງໂຈຈັກຄົນທີ່ເດີນທາງໄປໂຮງຮຽນໄກກວ່າ 600 ແມັດ. ຄ່າ 5 ຈະຖືກສົ່ງກັບຄືນມາ.

ທ່ານຈະໄດ້ຮັບຜົນລັບດຽວກັນຖ້າທ່ານໃຊ້ສູດ =DCOUNT(A1:E10; "Distance"; A12:E13), ເພາະວ່າຂໍ້ມູນທັງໝົດໃນຖັນ Distance ແມ່ນຕົວເລກ. ເຖິງຢ່າງໃດກໍ່ຕາມ, ຖ້າທ່ານໃຊ້ສູດ =DCOUNT(A1:E10; "Name"; A12:E13), ຄ່າ 0 ຈະຖືກສົ່ງກັບຄືນມາ ເພາະວ່າຂໍ້ມູນທັງໝົດໃນຖັນ Name ບໍ່ແມ່ນຕົວເລກ.

DCOUNTA

DCOUNTA ນັບຈຳນວນເຊວ (ຟິວ) ຂອງຖັນທີ່ລະບຸທີ່ບໍ່ແມ່ນເຊວວ່າງ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ເຊວວ່າງໃນຖັນທີ່ລະບຸຈະບໍ່ຖືກນັບ. ເຖິງຢ່າງໃດກໍ່ຕາມ, ຖ້າບໍ່ໄດ້ລະບຸຖັນ, DCOUNTA ຈະສົ່ງກັບຄືນຈຳນວນເຣັກຄອດທັງໝົດທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ ໂດຍບໍ່ສົນໃຈເນື້ອຫາພາຍໃນເຣັກຄອດນັ້ນ.

ໄວຍາກອນ

DCOUNTA(ຖານຂໍ້ມູນ; [ເຂດຂໍ້ມູນຖານຂໍ້ມູນ]; ເງື່ອນໄຂການຄົ້ນຫາ)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">600" (ເງື່ອນໄຂການຄົ້ນຫານີ້ຈະກົງກັບເຣັກຄອດໃນຕາຕະລາງຖານຂໍ້ມູນທີ່ມີຄ່າຫຼາຍກວ່າ 600 ໃນຖັນ Distance).

ໃຫ້ໃສ່ສູດ =DCOUNTA(A1:E10;; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຄຳນວນວ່າແຂກຂອງໂຈຈັກຄົນທີ່ເດີນທາງໄປໂຮງຮຽນໄກກວ່າ 600 ແມັດ. ຄ່າ 5 ຈະຖືກສົ່ງກັບຄືນມາ.

ທ່ານຈະໄດ້ຮັບຜົນລັບດຽວກັນຖ້າທ່ານໃຊ້ສູດ =DCOUNTA(A1:E10; "Distance"; A12:E13) ຫຼື ສູດ =DCOUNTA(A1:E10; "Name"; A12:E13). ໃນກໍລະນີຫຼັງນີ້ສະແດງໃຫ້ເຫັນວ່າ DCOUNTA ຕ່າງຈາກ DCOUNT ຄືມັນນັບທັງຄ່າຕົວເລກ ແລະ ຄ່າຕົວອັກສອນປະສົມຕົວເລກໃນຖັນທີ່ລະບຸໂດຍອາຄິວເມັນ DatabaseField.

DGET

DGET ສົ່ງກັບຄືນເນື້ອຫາຂອງເຊວ (ຟິວ) ໃນຖັນທີ່ລະບຸ, ສຳລັບແຖວດຽວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ.

Calc ຈະລາຍງານ Err:502 (ອາຄິວເມັນບໍ່ຖືກຕ້ອງ) ຖ້າພົບຜົນການຄົ້ນຫາທີ່ກົງກັນຫຼາຍກວ່າໜຶ່ງ, ຫຼື ລາຍງານຂໍ້ຜິດພາດ #VALUE! (ປະເພດຂໍ້ມູນບໍ່ຖືກຕ້ອງ) ຖ້າບໍ່ພົບຜົນທີ່ກົງກັນເລີຍ. ຂໍ້ຜິດພາດ #VALUE! ຍັງຈະຖືກລາຍງານຖ້າພົບຜົນທີ່ກົງກັນພຽງອັນດຽວແຕ່ເຊວທີ່ກ່ຽວຂ້ອງນັ້ນວ່າງເປົ່າ.

ໄວຍາກອນ

DGET(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ C13 ເຊິ່ງຄວນມີຄ່າ "11" (ເງື່ອນໄຂການຄົ້ນຫານີ້ຈະກົງກັບເຣັກຄອດໃນຕາຕະລາງຖານຂໍ້ມູນທີ່ມີຄ່າ 11 ໃນຖັນ Age).

ໃຫ້ໃສ່ສູດ =DGET(A1:E10; "Name"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຊອກຫາຊື່ຂອງແຂກທີ່ມາງານລ້ຽງຂອງໂຈທີ່ມີອາຍຸ 11 ປີ. ຊື່ ດານີເອນ (Daniel) ຈະຖືກສົ່ງກັບຄືນມາ.

ຖ້າທ່ານປ່ຽນຄ່າໃນເຊວ C13 ເປັນ “10”, ສູດ =DGET(A1:E10; "Name"; A12:E13) ຈະສົ່ງກັບຄືນຂໍ້ຜິດພາດອາຄິວເມັນບໍ່ຖືກຕ້ອງ (Err:502). ນີ້ສະແດງໃຫ້ເຫັນວ່າມີຫຼາຍເຣັກຄອດທີ່ກົງກັບເງື່ອນໄຂທີ່ລະບຸ (ທັງ ເບັດຕີ້ ແລະ ຊາລ ຕ່າງກໍ່ມີອາຍຸ 10 ປີ).

DMAX

DMAX ຄຳນວນຄ່າສູງສຸດໃນບັນດາເຊວ (ຟິວ) ຂອງຖັນທີ່ລະບຸເຊິ່ງປະກອບດ້ວຍຄ່າຕົວເລກ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ເຊວວ່າງ ຫຼື ເຊວທີ່ມີຕົວອັກສອນທີ່ບໍ່ແມ່ນຕົວເລກຈະບໍ່ຖືກລວມເຂົ້າ.

ສົ່ງກັບຄືນຄ່າ 0 ຖ້າບໍ່ພົບຜົນການຄົ້ນຫາທີ່ກົງກັນ, ຫຼື ຖ້າບໍ່ມີຄ່າຕົວເລກທີ່ບໍ່ແມ່ນສູນໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DMAX(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DMAX(A1:E10; "Distance"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຊອກຫາໄລຍະທາງສູງສຸດ (ແມັດ) ທີ່ແຂກຂອງໂຈເດີນທາງໄປໂຮງຮຽນ. ຄ່າ 1200 ຈະຖືກສົ່ງກັບຄືນມາ.

DMIN

DMIN ຄຳນວນຄ່າຕ່ຳສຸດໃນບັນດາເຊວ (ຟິວ) ຂອງຖັນທີ່ລະບຸເຊິ່ງປະກອບດ້ວຍຄ່າຕົວເລກ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ເຊວວ່າງ ຫຼື ເຊວທີ່ມີຕົວອັກສອນທີ່ບໍ່ແມ່ນຕົວເລກຈະບໍ່ຖືກລວມເຂົ້າ.

ສົ່ງກັບຄືນຄ່າ 0 ຖ້າບໍ່ພົບຜົນການຄົ້ນຫາທີ່ກົງກັນ, ຫຼື ຖ້າບໍ່ມີຄ່າຕົວເລກທີ່ບໍ່ແມ່ນສູນໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DMIN(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DMIN(A1:E10; "Distance"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຊອກຫາໄລຍະທາງຕ່ຳສຸດ (ແມັດ) ທີ່ແຂກຂອງໂຈເດີນທາງໄປໂຮງຮຽນ. ຄ່າ 150 ຈະຖືກສົ່ງກັບຄືນມາ.

DPRODUCT

DPRODUCT ຄຳນວນຜົນຄູນຂອງຄ່າຕົວເລກທັງໝົດໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ເຊວວ່າງ ຫຼື ເຊວທີ່ມີຕົວອັກສອນທີ່ບໍ່ແມ່ນຕົວເລກຈະບໍ່ຖືກລວມເຂົ້າ.

ສົ່ງກັບຄືນຄ່າ 0 ຖ້າບໍ່ພົບຜົນການຄົ້ນຫາທີ່ກົງກັນ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DPRODUCT(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ C13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DPRODUCT(A1:E10; "Age"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຄຳນວນຜົນຄູນຂອງອາຍຸ (ປີ) ຂອງແຂກທີ່ມາງານລ້ຽງຂອງໂຈ. ຄ່າ 279417600 ຈະຖືກສົ່ງກັບຄືນມາ.

DSTDEV

DSTDEV ຄຳນວນສ່ວນບ່ຽງເບນມາດຕະຖານຂອງຕົວຢ່າງ ໂດຍອີງໃສ່ຄ່າຕົວເລກໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ຄ່າທີ່ບໍ່ແມ່ນຕົວເລກຈະຖືກລະເວັ້ນ.

ສົ່ງກັບຄືນຂໍ້ຜິດພາດ #NUM! ຖ້າມີເຣັກຄອດພຽງອັນດຽວທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ, ຫຼື ຖ້າມີຄ່າຕົວເລກພຽງອັນດຽວໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ສົ່ງກັບຄືນຄ່າ 0 ຖ້າບໍ່ພົບຜົນການຄົ້ນຫາທີ່ກົງກັນ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DSTDEV(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:D13 ວ່າງຢູ່ ແລະ ເຊວ E13 ມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DSTDEV(A1:E10; "Weight"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຄຳນວນສ່ວນບ່ຽງເບນມາດຕະຖານຂອງຕົວຢ່າງຂອງນ້ຳໜັກ (ກິໂລກຣາມ) ຂອງແຂກທີ່ມາງານລ້ຽງຂອງໂຈ. ຄ່າ 5.5 ຈະຖືກສົ່ງກັບຄືນມາ.

DSTDEVP

DSTDEVP ຄຳນວນສ່ວນບ່ຽງເບນມາດຕະຖານຂອງປະຊາກອນ ໂດຍອີງໃສ່ຄ່າຕົວເລກໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ຄ່າທີ່ບໍ່ແມ່ນຕົວເລກຈະຖືກລະເວັ້ນ.

ສົ່ງກັບຄືນຂໍ້ຜິດພາດ #NUM! ຖ້າບໍ່ມີເຣັກຄອດໃດກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DSTDEVP(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:D13 ວ່າງຢູ່ ແລະ ເຊວ E13 ມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DSTDEVP(A1:E10; "Weight"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຄຳນວນສ່ວນບ່ຽງເບນມາດຕະຖານຂອງປະຊາກອນຂອງນ້ຳໜັກ (ກິໂລກຣາມ) ຂອງແຂກທີ່ມາງານລ້ຽງຂອງໂຈ. ຄ່າ 5.18545 ຈະຖືກສົ່ງກັບຄືນມາ.

DSUM

DSUM ຄຳນວນຜົນລວມຂອງຄ່າຕົວເລກທັງໝົດໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ເຊວວ່າງ ຫຼື ເຊວທີ່ມີຕົວອັກສອນທີ່ບໍ່ແມ່ນຕົວເລກຈະບໍ່ຖືກລວມເຂົ້າ.

ສົ່ງກັບຄືນຄ່າ 0 ຖ້າບໍ່ພົບຜົນການຄົ້ນຫາທີ່ກົງກັນ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DSUM(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ປ້ອນສູດ =DSUM(A1:E10; "Distance"; A12:E13) ລົງໃນຫ້ອງຫວ່າງບ່ອນໃດໜຶ່ງໃນແຜ່ນງານ ເພື່ອຊອກຫາໄລຍະທາງທັງໝົດເປັນແມັດ ທີ່ແຂກທີ່ມາຮ່ວມງານລ້ຽງຂອງ Joe ທັງໝົດເດີນທາງໄປໂຮງຮຽນ. ຄ່າ 6000 ຈະຖືກສົ່ງກັບຄືນມາ.

DVAR

DVAR ຄຳນວນຄວາມແປປວນຂອງຕົວຢ່າງ ໂດຍອີງໃສ່ຄ່າຕົວເລກໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ຄ່າທີ່ບໍ່ແມ່ນຕົວເລກຈະຖືກລະເວັ້ນ.

ສົ່ງກັບຄືນຂໍ້ຜິດພາດ #NUM! ຖ້າມີເຣັກຄອດພຽງອັນດຽວທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ, ຫຼື ຖ້າມີຄ່າຕົວເລກພຽງອັນດຽວໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ສົ່ງກັບຄືນຄ່າ 0 ຖ້າບໍ່ພົບຜົນການຄົ້ນຫາທີ່ກົງກັນ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DVAR(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DVAR(A1:E10; "Distance"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຊອກຫາຄວາມແປປວນຂອງຕົວຢ່າງຂອງໄລຍະທາງ (ແມັດ) ທີ່ແຂກຂອງໂຈເດີນທາງໄປໂຮງຮຽນ. ຄ່າ 193125 ຈະຖືກສົ່ງກັບຄືນມາ.

DVARP

DVARP ຄຳນວນຄວາມແປປວນຂອງປະຊາກອນ ໂດຍອີງໃສ່ຄ່າຕົວເລກໃນເຊວ (ຟິວ) ຂອງຖັນທີ່ລະບຸ, ສຳລັບທຸກແຖວ (ເຣັກຄອດຖານຂໍ້ມູນ) ທີ່ກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ. ຄ່າທີ່ບໍ່ແມ່ນຕົວເລກຈະຖືກລະເວັ້ນ.

ສົ່ງກັບຄືນຂໍ້ຜິດພາດ #NUM! ຖ້າບໍ່ມີເຣັກຄອດໃດກົງກັບເງື່ອນໄຂການຄົ້ນຫາທີ່ລະບຸ, ຫຼື ຖ້າບໍ່ມີຄ່າຕົວເລກໃນເຊວຂອງຖັນທີ່ລະບຸສຳລັບເຣັກຄອດທີ່ກົງກັນ.

ໄວຍາກອນ

DVARP(Database; DatabaseField; SearchCriteria)

ຕົວຢ່າງ

ຕາຕະລາງຖານຂໍ້ມູນຕົວຢ່າງທີ່ໃຫ້ຂໍ້ມູນກ່ຽວກັບແຂກທີ່ຖືກເຊີນມາຮ່ວມງານລ້ຽງວັນເກີດຂອງໂຈ (ທີ່ອະທິບາຍໄວ້ຂ້າງເທິງ) ຄວນຢູ່ໃນເຊວ A1:E10. ເນື້ອຫາຂອງເຊວ A12:E12 ຄວນຄືກັນກັບຫົວຂໍ້ຂອງຕາຕະລາງຖານຂໍ້ມູນໃນເຊວ A1:E1. ໃຫ້ແນ່ໃຈວ່າເຊວ A13:E13 ວ່າງຢູ່, ຍົກເວັ້ນເຊວ D13 ເຊິ່ງຄວນມີຄ່າ ">0" (ເງື່ອນໄຂການຄົ້ນຫານີ້ມີຈຸດປະສົງເພື່ອໃຫ້ກົງກັບທຸກເຣັກຄອດໃນຕາຕະລາງຖານຂໍ້ມູນ).

ໃຫ້ໃສ່ສູດ =DVARP(A1:E10; "Distance"; A12:E13) ລົງໃນເຊວວ່າງຢູ່ບ່ອນອື່ນໃນແຜ່ນງານ ເພື່ອຊອກຫາຄວາມແປປວນຂອງປະຊາກອນຂອງໄລຍະທາງ (ແມັດ) ທີ່ແຂກຂອງໂຈເດີນທາງໄປໂຮງຮຽນ. ຄ່າ 171666.67 ຈະຖືກສົ່ງກັບຄືນມາ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!