ຟັງຊັນ Sgn

ສົ່ງຄືນຕົວເລກຖ້ວນລະຫວ່າງ -1 ແລະ 1 ເພື່ອບອກວ່າຕົວເລກທີ່ສົ່ງໃຫ້ຟັງຊັນນັ້ນເປັນຄ່າບວກ, ຄ່າລົບ ຫຼື ສູນ.

ໄວຍາກອນ:


Sgn (ຕົວເລກ)

ຄ່າທີ່ສົ່ງຄືນ:

Integer

ພາລາມິເຕີ:

ຕົວເລກ: ນິພົດຕົວເລກທີ່ກຳນົດຄ່າທີ່ຈະຖືກສົ່ງຄືນໂດຍຟັງຊັນ.

ຕົວເລກ

ຄ່າທີ່ສົ່ງຄືນ

ຄ່າລົບ

Sgn ສົ່ງຄືນ -1.

0

Sgn ສົ່ງຄືນ 0.

ຄ່າບວກ

Sgn ສົ່ງຄືນ 1.


ລະຫັດຂໍ້ຜິດພາດ:

5 ການເອີ້ນໃຊ້ໂປຣຊີເຈີບໍ່ຖືກຕ້ອງ

ຕົວຢ່າງ:


Sub ExampleSgn
    Print sgn(-10) ' ສົ່ງຄືນ -1
    Print sgn(0) ' ສົ່ງຄືນ 0
    Print sgn(10) ' ສົ່ງຄືນ 1
End Sub
ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!