ຄຸນສົມບັດຂອງການຄວບຄຸມ ແລະ ໄດອາລັອກ

ກຳນົດຄຸນສົມບັດຂອງໄດອາລັອກ ຫຼື ການຄວບຄຸມທີ່ເລືອກ. ທ່ານຕ້ອງຢູ່ໃນໂໝດອອກແບບ (Design mode) ຈຶ່ງຈະສາມາດໃຊ້ຄຳສັ່ງນີ້ໄດ້.

ການປ້ອນຂໍ້ມູນໃນໄດອາລັອກຄຸນສົມບັດ

ການປະສົມປຸ່ມຕໍ່ໄປນີ້ແມ່ນໃຊ້ສຳລັບການປ້ອນຂໍ້ມູນໃນຟີວຫຼາຍບັນທັດ ຫຼື ຄອມໂບ້ບັອກ (Combo box) ຂອງໄດອາລັອກ ຄຸນສົມບັດ:

ປຸ່ມ

ຜົນທີ່ໄດ້

Alt+ລູກສອນລົງ

ເປີດຄອມໂບ້ບັອກ (Combo box)

Alt+ລູກສອນຂຶ້ນ

ປິດຄອມໂບ້ບັອກ (Combo box)

Shift+Enter

ແຊກການຂຶ້ນບັນທັດໃໝ່ໃນຟີວທີ່ມີຫຼາຍບັນທັດ.

(ລູກສອນຂຶ້ນ)

ໄປຍັງບັນທັດກ່ອນໜ້າ.

(ລູກສອນລົງ)

ໄປຍັງບັນທັດຖັດໄປ.

Enter

ນຳໃຊ້ການປ່ຽນແປງທີ່ເກີດຂຶ້ນກັບຟີວ ແລະ ຍ້າຍເຄີເຊີ (Cursor) ໄປຍັງຟີວຖັດໄປ.


ທົ່ວໄປ

ກຳນົດຄຸນສົມບັດສຳລັບການຄວບຄຸມ ຫຼື ໄດອາລັອກທີ່ເລືອກ. ຄຸນສົມບັດທີ່ມີໃຫ້ນັ້ນແມ່ນຂຶ້ນກັບປະເພດຂອງການຄວບຄຸມທີ່ເລືອກ. ດັ່ງນັ້ນ, ຄຸນສົມບັດຕໍ່ໄປນີ້ອາດຈະບໍ່ມີໃຫ້ໃຊ້ໃນທຸກປະເພດຂອງການຄວບຄຸມ.

ເຫດການ

ກຳນົດການມອບໝາຍເຫດການສຳລັບການຄວບຄຸມ ຫຼື ໄດອາລັອກທີ່ເລືອກ. ເຫດການທີ່ມີໃຫ້ນັ້ນແມ່ນຂຶ້ນກັບປະເພດຂອງການຄວບຄຸມທີ່ເລືອກ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!