ໄມ້ບັນທັດ

ໄມ້ບັນທັດສະແດງຂະໜາດຂອງໜ້າ, ແລະ ຕຳແໜ່ງຂອງແທັບ, ການຍໍ້ໜ້າ, ຂອບ ແລະ ຄໍລຳ. ທ່ານສາມາດປັບແຕ່ງສິ່ງເຫຼົ່ານີ້ທັງໝົດໃນໄມ້ບັນທັດໂດຍການໃຊ້ເມົາສ໌.

ໂດຍການດັບເບິນຄລິກໃສ່ໄມ້ບັນທັດ, ທ່ານສາມາດເປີດກ່ອງໂຕ້ຕອບ ຫຍໍ້ໜ້າ ແລະ ກຳນົດ ການຈັດຮູບແບບຫຍໍ້ໜ້າໂດຍກົງ ສຳລັບຫຍໍ້ໜ້າປັດຈຸບັນ ຫຼື ຫຍໍ້ໜ້າທັງໝົດທີ່ເລືອກ.

ການຕັ້ງຄ່າແທັບ

ໃນໄມ້ບັນທັດ, ໃຫ້ຕັ້ງຄ່າແທັບສຳລັບຫຍໍ້ໜ້າປັດຈຸບັນ, ຫຼື ທຸກຫຍໍ້ໜ້າທີ່ເລືອກໄວ້ ໂດຍການໃຊ້ເມົາສ໌.

ການຕັ້ງຄ່າການຍໍ້ໜ້າ, ຂອບໜ້າ ແລະ ຄໍລຳ

ທ່ານສາມາດກຳນົດການຍໍ້ໜ້າ ແລະ ຂອບໜ້າສຳລັບຫຍໍ້ໜ້າປັດຈຸບັນ ຫຼື ທຸກຫຍໍ້ໜ້າທີ່ເລືອກໄວ້ ໂດຍການໃຊ້ເມົາສ໌.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!