ແບບຟອມ

ປະກອບມີຄຳສັ່ງສຳລັບການເປີດໃຊ້ໂໝດອອກແບບແບບຟອມ, ເປີດ/ປິດໃຊ້ງານຕົວຊ່ວຍສ້າງການຄວບຄຸມ ແລະ ແຊກຕົວຄວບຄຸມແບບຟອມໃນເອກະສານຂອງທ່ານ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຟອມ.


ໂໝດການອອກແບບ

ສະຫຼັບການເປີດ ຫຼື ປິດໂໝດການອອກແບບ. ຟັງຊັນນີ້ໃຊ້ເພື່ອສະຫຼັບລະຫວ່າງໂໝດ ການອອກແບບ ແລະ ໂໝດຜູ້ໃຊ້ໄດ້ຢ່າງວ່ອງໄວ. ເປີດໃຊ້ເພື່ອແກ້ໄຂຕົວຄວບຄຸມຟອມ, ປິດໃຊ້ເພື່ອໃຊ້ງານຕົວຄວບຄຸມຟອມ.

ຕົວຊ່ວຍສ້າງຕົວຄວບຄຸມ

ລະບຸວ່າຈະໃຫ້ຕົວຊ່ວຍສ້າງເລີ່ມຕົ້ນໂດຍອັດຕະໂນມັດ ຫຼື ບໍ່ ເມື່ອແຊກຕົວຄວບຄຸມໃໝ່. ການຕັ້ງຄ່ານີ້ມີຜົນກັບເອກະສານທັງໝົດ.

ຊ່ອງຂໍ້ມູນປ້າຍຊື່

ໄອຄອນຊ່ອງຂໍ້ມູນປ້າຍຊື່

ສ້າງຊ່ອງຂໍ້ມູນສຳລັບສະແດງຂໍ້ຄວາມ. ປ້າຍຊື່ເຫຼົ່ານີ້ມີໄວ້ເພື່ອສະແດງຂໍ້ຄວາມທີ່ກຳນົດໄວ້ລ່ວງໜ້າເທົ່ານັ້ນ. ບໍ່ສາມາດປ້ອນຂໍ້ມູນລົງໃນຊ່ອງເຫຼົ່ານີ້ໄດ້.

ກ່ອງຂໍ້ຄວາມ

ໄອຄອນກ່ອງຂໍ້ຄວາມ

ສ້າງກ່ອງຂໍ້ຄວາມ. ກ່ອງຂໍ້ຄວາມແມ່ນຊ່ອງຂໍ້ມູນທີ່ຜູ້ໃຊ້ສາມາດພິມຂໍ້ຄວາມໃສ່ໄດ້. ໃນຟອມ, ກ່ອງຂໍ້ຄວາມຈະສະແດງຂໍ້ມູນ ຫຼື ອະນຸຍາດໃຫ້ປ້ອນຂໍ້ມູນໃໝ່.

ຊ່ອງໝາຍ

ໄອຄອນຊ່ອງໝາຍ

ສ້າງຊ່ອງໝາຍ. ຊ່ອງໝາຍຊ່ວຍໃຫ້ທ່ານສາມາດເປີດ ຫຼື ປິດການໃຊ້ງານຟັງຊັນໃດໜຶ່ງໃນຟອມ.

ປຸ່ມຕົວເລືອກ

ໄອຄອນປຸ່ມຕົວເລືອກ

ສ້າງປຸ່ມຕົວເລືອກ. ປຸ່ມຕົວເລືອກຊ່ວຍໃຫ້ຜູ້ໃຊ້ສາມາດເລືອກເອົາພຽງຢ່າງດຽວຈາກຫຼາຍຕົວເລືອກ. ປຸ່ມຕົວເລືອກທີ່ຢູ່ໃນກຸ່ມດຽວກັນຕ້ອງມີຊື່ຄືກັນ (ຄຸນສົມບັດຊື່). ໂດຍປົກກະຕິແລ້ວພວກມັນຈະຖືກຈັດໄວ້ໃນ ກ່ອງກຸ່ມ.

ກ່ອງລາຍການ

ໄອຄອນກ່ອງລາຍການ

ສ້າງກ່ອງລາຍການ. ກ່ອງລາຍການຊ່ວຍໃຫ້ຜູ້ໃຊ້ເລືອກລາຍການຈາກລາຍການທີ່ມີໃຫ້. ຖ້າຟອມເຊື່ອມຕໍ່ກັບຖານຂໍ້ມູນ, ຕົວຊ່ວຍສ້າງກ່ອງລາຍການ ຈະປະກົດຂຶ້ນໂດຍອັດຕະໂນມັດ.

ກ່ອງຄອມໂບ

ໄອຄອນກ່ອງຄອມໂບ

ສ້າງກ່ອງຄອມໂບ. ກ່ອງຄອມໂບແມ່ນກ່ອງລາຍການແຖວດຽວທີ່ມີລາຍການເລື່ອນລົງໃຫ້ເລືອກ. ທ່ານສາມາດກຳນົດຄຸນສົມບັດ "ອ່ານຢ່າງດຽວ" ເພື່ອບໍ່ໃຫ້ຜູ້ໃຊ້ພິມຂໍ້ມູນອື່ນນອກຈາກທີ່ມີໃນລາຍການ.

ປຸ່ມກົດ

ໄອຄອນປຸ່ມກົດ

ສ້າງປຸ່ມກົດ. ຟັງຊັນນີ້ສາມາດໃຊ້ເພື່ອສັ່ງໃຫ້ເຮັດວຽກໃດໜຶ່ງຕາມເຫດການທີ່ກຳນົດໄວ້ ເຊັ່ນ: ເມື່ອມີການຄລິກເມົ້າ.

ທ່ານສາມາດໃສ່ຂໍ້ຄວາມ ແລະ ຮູບພາບໃສ່ປຸ່ມເຫຼົ່ານີ້ໄດ້.

ປຸ່ມຮູບພາບ

ໄອຄອນປຸ່ມຮູບພາບ

ສ້າງປຸ່ມທີ່ສະແດງເປັນຮູບພາບ. ນອກຈາກການສະແດງຜົນເປັນຮູບພາບແລ້ວ, ປຸ່ມຮູບພາບກໍມີຄຸນສົມບັດຄືກັນກັບປຸ່ມ "ປົກກະຕິ".

ຊ່ອງຂໍ້ມູນກຳນົດຮູບແບບ

ໄອຄອນຊ່ອງຂໍ້ມູນກຳນົດຮູບແບບ

ສ້າງຊ່ອງຂໍ້ມູນກຳນົດຮູບແບບ. ມັນຄືກ່ອງຂໍ້ຄວາມທີ່ທ່ານສາມາດກຳນົດຮູບແບບການປ້ອນຂໍ້ມູນ ແລະ ການສະແດງຜົນ ພ້ອມທັງກຳນົດຄ່າຈຳກັດຕ່າງໆໄດ້.

ຊ່ອງຂໍ້ມູນກຳນົດຮູບແບບມີ ຄຸນສົມບັດການຄວບຄຸມພິເສດ (ເລືອກ ຮູບແບບ - ການຄວບຄຸມ).

ຟີວເພີ່ມເຕີມ

ຟີວແບບຟອມ ວັນທີ, ເວລາ, ຕົວເລກ, ສະກຸນເງິນ ແລະ ຮູບແບບ.

ກ່ອງກຸ່ມ

ໄອຄອນກ່ອງກຸ່ມ

ສ້າງກອບເພື່ອຈັດກຸ່ມການຄວບຄຸມຕ່າງໆເຂົ້າກັນ. ກ່ອງກຸ່ມ ຊ່ວຍໃຫ້ທ່ານຈັດກຸ່ມປຸ່ມຕົວເລືອກໄວ້ໃນກອບດຽວກັນ.

ຖ້າທ່ານແຊກກອບກຸ່ມ, ຕົວຊ່ວຍສ້າງອົງປະກອບກຸ່ມ ຈະເລີ່ມເຮັດວຽກ.

ໝາຍເຫດ: ເມື່ອທ່ານລາກກ່ອງກຸ່ມທັບການຄວບຄຸມທີ່ມີຢູ່ແລ້ວ, ທ່ານຕ້ອງຕັ້ງຄ່າ ຈັດລຽງ - ໄວ້ທາງຫຼັງສຸດ ກ່ອນ ຈຶ່ງຈະສາມາດເລືອກການຄວບຄຸມທາງຫຼັງໄດ້.

ໄອຄອນ ບັນທຶກ

ກ່ອງກຸ່ມ ໃຊ້ເພື່ອຄວາມສວຍງາມເທົ່ານັ້ນ. ການຈັດກຸ່ມປຸ່ມຕົວເລືອກໃຫ້ເຮັດວຽກຮ່ວມກັນແມ່ນເຮັດໄດ້ໂດຍການຕັ້ງ ຊື່ ໃຫ້ຄືກັນ.


ການຄວບຄຸມຮູບພາບ

ໄອຄອນການຄວບຄຸມຮູບພາບ

ສ້າງການຄວບຄຸມຮູບພາບ. ໃຊ້ສຳລັບເພີ່ມຮູບພາບຈາກຖານຂໍ້ມູນເທົ່ານັ້ນ. ດັບເບິນຄລິກເພື່ອແຊກຮູບພາບ.

ຮູບພາບຈາກຖານຂໍ້ມູນສາມາດສະແດງໃນຟອມໄດ້ ແລະ ສາມາດແຊກຮູບໃໝ່ລົງໃນຖານຂໍ້ມູນໄດ້ ຖ້າບໍ່ໄດ້ຕັ້ງຄ່າປ້ອງກັນການຂຽນ.

ການເລືອກໄຟລ໌

ໄອຄອນການເລືອກໄຟລ໌

ສ້າງປຸ່ມທີ່ຊ່ວຍໃຫ້ສາມາດເລືອກໄຟລ໌ໄດ້.

ການຄວບຄຸມຕາຕະລາງ

ໄອຄອນການຄວບຄຸມຕາຕະລາງ

ສ້າງ ການຄວບຄຸມຕາຕະລາງ ເພື່ອສະແດງຕາຕະລາງຖານຂໍ້ມູນ. ຕົວຊ່ວຍສ້າງອົງປະກອບຕາຕະລາງ ຈະປະກົດຂຶ້ນ.

ຂໍ້ມູນພິເສດກ່ຽວກັບການຄວບຄຸມຕາຕະລາງ.

ແຖບນຳທາງ

ໄອຄອນແຖບນຳທາງ

ສ້າງ ແຖບນຳທາງ.

ແຖບນຳທາງ ຊ່ວຍໃຫ້ທ່ານເຄື່ອນຍ້າຍຜ່ານຂໍ້ມູນຕ່າງໆໃນຖານຂໍ້ມູນ ຫຼື ຟອມຖານຂໍ້ມູນ.

ຄຸນສົມບັດການຄວບຄຸມ

ເປີດກ່ອງໂຕ້ຕອບສຳລັບແກ້ໄຂຄຸນສົມບັດຂອງການຄວບຄຸມທີ່ເລືອກ.

ຄຸນສົມບັດຟອມ

ໃນກ່ອງໂຕ້ຕອບນີ້ ທ່ານສາມາດກຳນົດແຫຼ່ງຂໍ້ມູນ ແລະ ເຫດການສຳລັບຟອມທັງໝົດໄດ້.

ຕົວນຳທາງຟອມ

ເປີດ ຕົວນຳທາງຟອມ. ຕົວນຳທາງຟອມ ຈະສະແດງຟອມ ແລະ ຟອມຍ່ອຍທັງໝົດຂອງເອກະສານປັດຈຸບັນ ພ້ອມກັບຕົວຄວບຄຸມທີ່ກ່ຽວຂ້ອງ.

ລຳດັບການເປີດໃຊ້

ເປີດກ່ອງຂໍ້ຄວາມ ລຳດັບແທັບ (Tab Order) ເພື່ອໃຫ້ທ່ານສາມາດແກ້ໄຂລຳດັບທີ່ຟິວຕົວຄວບຄຸມຈະໄດ້ຮັບໂຟກັສເມື່ອຜູ້ໃຊ້ກົດປຸ່ມ Tab.

ເປີດໃນໂໝດການອອກແບບ

ເປີດຟອມໃນ ໂໝດການອອກແບບ ເພື່ອໃຫ້ສາມາດແກ້ໄຂຟອມໄດ້.

ໂຟກັດການຄວບຄຸມອັດຕະໂນມັດ

ການຄວບຄຸມເນື້ອໃນ

ການຄວບຄຸມເນື້ອໃນແມ່ນຂໍ້ຄວາມບ່ອນວາງແທນ ເຊິ່ງເນື້ອໃນປັດຈຸບັນຈະຖືກປ່ຽນແທນເມື່ອຄລິກໃສ່ສ່ວນຄວບຄຸມ. ການຄວບຄຸມເນື້ອໃນແມ່ນສ່ວນຄວບຄຸມແຍກຕ່າງຫາກເພື່ອເພີ່ມ ແລະ ປັບແຕ່ງສຳລັບໃຊ້ໃນແມ່ແບບ, ແບບຟອມ ແລະ ເອກະສານ. ການຄວບຄຸມເນື້ອໃນສາມາດສະໜອງຂໍ້ຄວາມແນະນຳ ແລະ ຕັ້ງຄ່າໃຫ້ສ່ວນຄວບຄຸມຫາຍໄປເມື່ອຜູ້ໃຊ້ພິມຂໍ້ຄວາມຂອງຕົນເອງລົງໄປ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!