ການໃຊ້ໜ້າປົກ

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກເມນູ ຮູບແບບ - ໜ້າຫົວເລື່ອງ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ແຊກ - ໜ້າຫົວເລື່ອງ.

ເລືອກ ໂຄງຮ່າງ - ໜ້າຫົວເລື່ອງ.

ຈາກແຖບເຄື່ອງມື:

ໄອຄອນໜ້າຫົວເລື່ອງ

ໜ້າຫົວເລື່ອງ


ໜ້າປົກແມ່ນໜ້າທີ່ຢູ່ຕອນຕົ້ນຂອງເອກະສານເຊິ່ງລະບຸຂໍ້ມູນການພິມ ເຊັ່ນ: ຊື່ຂອງສິ່ງພິມ, ຊື່ຜູ້ຂຽນ ແລະ ອື່ນໆ. ໜ້າເຫຼົ່ານີ້ຈະມີການຈັດວາງທີ່ແຕກຕ່າງຈາກໜ້າເນື້ອໃນຂອງເອກະສານ ຍ້ອນວ່າພວກມັນອາດຈະບໍ່ມີເລກໜ້າ, ບາງຄັ້ງມີຫົວເຈ້ຍ ແລະ ທ້າຍເຈ້ຍທີ່ຕ່າງອອກໄປ ຫຼື ແມ່ນແຕ່ມີການຕັ້ງຄ່າຂອບເຈ້ຍ ແລະ ພື້ນຫຼັງທີ່ແຕກຕ່າງ.

ເອກະສານຫຼາຍຊະນິດ ເຊັ່ນ: ຈົດໝາຍ ແລະ ບົດລາຍງານ ມັກຈະມີໜ້າທຳອິດທີ່ແຕກຕ່າງຈາກໜ້າອື່ນໆ. ຕົວຢ່າງ: ໜ້າທຳອິດຂອງຫົວຈົດໝາຍມັກຈະມີຫົວເຈ້ຍທີ່ຕ່າງໄປ ຫຼື ໜ້າທຳອິດຂອງບົດລາຍງານອາດຈະບໍ່ມີຫົວເຈ້ຍ ແລະ ທ້າຍເຈ້ຍ ເຂິ່ງໜ້າອື່ນໆມີ. ເຈົ້າສາມາດເຮັດສິ່ງນີ້ໄດ້ງ່າຍໆດ້ວຍ LibreOffice Writer.

ຫົວເຈ້ຍ ແລະ ທ້າຍເຈ້ຍ, ການໃສ່ເລກໜ້າ, ຂອບເຈ້ຍ ແລະ ການກຳນົດທິດທາງ ແມ່ນສ່ວນໜຶ່ງຂອງຄຸນສົມບັດໃນຮູບແບບໜ້າ. LibreOffice Writer ຊ່ວຍໃຫ້ເຈົ້າແຊກໜ້າປົກຫວ່າງໄດ້ທຸກບ່ອນໃນເອກະສານ ຫຼື ຈັດຮູບແບບໜ້າທີ່ມີຢູ່ແລ້ວໃຫ້ເປັນໜ້າປົກ ໂດຍການແຊກການຕັດໜ້າ (Page break) ແລ້ວຕາມດ້ວຍຮູບແບບໜ້າທີ່ເຈົ້າເລືອກ ຫຼື ປ່ຽນຮູບແບບໜ້າຢູ່ຕຳແໜ່ງເຄີເຊີ.

ໄອຄອນ ບັນທຶກ

ໂດຍການໃຊ້ຮູບແບບໜ້າເລີ່ມຕົ້ນ (ຫຼື ຮູບແບບອື່ນໆ) ສຳລັບເອກະສານ, ເຈົ້າສາມາດເພີ່ມຫົວເຈ້ຍ ຫຼື ທ້າຍເຈ້ຍໃສ່ໜ້າທຳອິດຕາມຕ້ອງການ ໂດຍການຍົກເລີກການເລືອກຕົວເລືອກ ເນື້ອໃນຄືກັນໃນໜ້າທຳອິດ ໃນແທັບຫົວເຈ້ຍ/ທ້າຍເຈ້ຍ ຂອງກ່ອງໂຕ້ຕອບ ຮູບແບບໜ້າ. ຈາກນັ້ນເຈົ້າສາມາດເພີ່ມຫົວເຈ້ຍ ຫຼື ທ້າຍເຈ້ຍທີ່ແຕກຕ່າງໃຫ້ກັບໜ້າອື່ນໆ ຂອງເອກະສານໄດ້.


ວິທີປ່ຽນໜ້າທຳອິດຂອງເອກະສານໃຫ້ເປັນໜ້າປົກ

  1. ວາງເຄີເຊີໄວ້ໃນໜ້າທຳອິດ,

  2. ຈາກແຖບເມນູ, ເລືອກ ຮູບແບບ - ໜ້າປົກ

  3. ເລືອກ ປ່ຽນໜ້າທີ່ມີຢູ່ໃຫ້ເປັນໜ້າປົກ

  4. ເລືອກຮູບແບບຂອງໜ້າປົກໃນສ່ວນ ແກ້ໄຂຄຸນສົມບັດໜ້າ

ໄອຄອນ ບັນທຶກ

ໂດຍເລີ່ມຕົ້ນ, LibreOffice ຈະເລືອກຮູບແບບໜ້າເປັນ ໜ້າທຳອິດ (First Page).


  1. ຕັ້ງຄ່າຕົວເລືອກການເລີ່ມຕົ້ນເລກໜ້າໃໝ່.

  2. ຄລິກ ຕົກລົງ.

ສິ່ງນີ້ຈະປ່ຽນຮູບແບບໜ້າປັດຈຸບັນໃຫ້ເປັນ ໜ້າທຳອິດ ແລະ ໜ້າຖັດໆ ໄປຈະມີ ຮູບແບບເລີ່ມຕົ້ນ.

ວິທີແຊກໜ້າປົກໃສ່ບ່ອນໃດກໍໄດ້ໃນເອກະສານ

ວາງເຄີເຊີບ່ອນທີ່ເຈົ້າຕ້ອງການແຊກໜ້າປົກໃໝ່.

  1. ຈາກແຖບເມນູ ເລືອກ ຮູບແບບ - ໜ້າປົກ.

  2. ເລືອກ ແຊກໜ້າປົກໃໝ່

  3. ກຳນົດຈຳນວນໜ້າປົກທີ່ຈະເພີ່ມ ແລະ

  4. ກຳນົດຕຳແໜ່ງໜ້າປົກໂດຍການຕັ້ງຄ່າເລກໜ້າໃນກ່ອງຕົວເລກ.

  5. ຕັ້ງຄ່າຕົວເລືອກການເລີ່ມຕົ້ນເລກໜ້າໃໝ່.

  6. ຄລິກ ຕົກລົງ

ສິ່ງນີ້ຈະແຊກການຕັດໜ້າ ແລະ ປ່ຽນຮູບແບບໜ້າປັດຈຸບັນໃຫ້ເປັນ ໜ້າທຳອິດ. ສ່ວນໜ້າຖັດໆ ໄປຈະມີຮູບແບບໜ້າເປັນ ຮູບແບບເລີ່ມຕົ້ນ.

ວິທີລຶບໜ້າປົກ:

ເຈົ້າບໍ່ສາມາດລຶບໜ້າປົກອອກໄດ້ໂດຍກົງ. ເຈົ້າຕ້ອງປ່ຽນຮູບແບບໜ້າຈາກ ໜ້າທຳອິດ ໃຫ້ເປັນຮູບແບບໜ້າອື່ນໆ ທີ່ເຈົ້າຕ້ອງການ.

  1. ວາງເຄີເຊີໃນໜ້າທີ່ເຈົ້າຕ້ອງການປ່ຽນຮູບແບບ

  2. ເປີດແຖບ ຮູບແບບ ຢູ່ແຖບຂ້າງ ແລະ ເລືອກ ຮູບແບບໜ້າ.

  3. ຈາກລາຍການຮູບແບບໜ້າ, ໃຫ້ເລືອກຮູບແບບໜ້າທີ່ຕ້ອງການນຳໃຊ້.

  4. ຄລິກສອງບາດທີ່ຮູບແບບໜ້າເພື່ອເລີ່ມນຳໃຊ້.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!