ລາຍນ້ຳ

ແຊກຂໍ້ຄວາມລາຍນ້ຳໃສ່ໃນພື້ນຫຼັງຂອງຮູບແບບໜ້າປັດຈຸບັນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ຮູບແບບ - ລາຍນ້ຳ.

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ເຄົ້າໂຄງ - ລາຍນ້ຳ.

ໃນເມນູ ເຄົ້າໂຄງ ຂອງແທັບ ເຄົ້າໂຄງ, ໃຫ້ເລືອກ ລາຍນ້ຳ.

ຈາກແຖບເຄື່ອງມື:

ໄອຄອນລາຍນ້ຳ

ລາຍນ້ຳ


ລາຍນ້ຳຄືຮູບພາບ ຫຼື ລວດລາຍທີ່ລະບຸຕົວຕົນໃນເຈ້ຍ ເຊິ່ງຈະປາກົດເປັນລະດັບຄວາມສະຫວ່າງຕ່າງໆເມື່ອເບິ່ງຜ່ານແສງ. ໃນເບື້ອງຕົ້ນລາຍນ້ຳຖືກສ້າງຂຶ້ນໃນລະຫວ່າງຂະບວນການຜະລິດເຈ້ຍເພື່ອປ້ອງກັນການປອມແປງເອກະສານ, ທະນະບັດ, ສະແຕັມ ແລະ ອື່ນໆ.

ໃຊ້ລາຍນ້ຳໃນ LibreOffice Writer ເພື່ອຈຳລອງລາຍນ້ຳເທິງໜ້າເອກະສານ.

ຕື່ມຂໍ້ມູນການຕັ້ງຄ່າໃນໜ້າຕ່າງດ້ານລຸ່ມ.

ໄອຄອນ ບັນທຶກ

ຄ່າທີ່ປ້ອນເຂົ້າຈະຖືກນຳໃຊ້ກັບຮູບແບບໜ້າປັດຈຸບັນ.


ກ່ອງຂໍ້ຄວາມລາຍນ້ຳ

ຂໍ້ຄວາມ

ປ້ອນຂໍ້ຄວາມລາຍນ້ຳທີ່ຈະສະແດງເປັນຮູບພາບໃນພື້ນຫຼັງຂອງໜ້າ.

ຟອນ

ເລືອກຟອນຈາກລາຍການ.

ໄອຄອນ ບັນທຶກ

ທ່ານບໍ່ສາມາດເລືອກຂະໜາດຟອນ ຫຼື ຮູບແບບຟອນສຳລັບຂໍ້ຄວາມລາຍນ້ຳໄດ້. ຂະໜາດຂໍ້ຄວາມຈະຖືກປັບໃຫ້ພໍດີກັບໜຶ່ງແຖວໃນພື້ນຫຼັງຂອງໜ້າ.


ມຸມ

ເລືອກມຸມໝູນສຳລັບລາຍນ້ຳ. ຂໍ້ຄວາມຈະຖືກໝູນຕາມມຸມນີ້ໃນທິດທາງທວນເຂັມໂມງ.

ຄວາມໂປ່ງໃສ

ເລືອກລະດັບຄວາມໂປ່ງໃສສຳລັບລາຍນ້ຳ. ຄ່າ 0% ຈະເຮັດໃຫ້ລາຍນ້ຳທຶບແສງ ແລະ ຄ່າ 100% ຈະເຮັດໃຫ້ໂປ່ງໃສທັງໝົດ (ເບິ່ງບໍ່ເຫັນ).

ສີ

ເລືອກສີຈາກກ່ອງລາຍການເລືອກ.

ວິທີການປ່ຽນເນື້ອໃນ ຫຼື ການຕັ້ງຄ່າລາຍນ້ຳ.

ຖ້າລາຍນ້ຳທີ່ໃຊ້ຢູ່ແມ່ນຂໍ້ຄວາມທີ່ແຊກໂດຍຄຳສັ່ງເມນູ ຮູບແບບ - ລາຍນ້ຳ ຫຼື ໂດຍ ການຕັ້ງຄ່າການຈັດປະເພດເອກະສານ, ທ່ານສາມາດແກ້ໄຂເນື້ອໃນ ແລະ ການຕັ້ງຄ່າໄດ້ເມື່ອເປີດໜ້າຕ່າງລາຍນ້ຳ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!