ເຊິງອັດ/ໝາຍເຫດທ້າຍເລື່ອງ

ກຳນົດບ່ອນທີ່ຈະສະແດງເຊິງອັດ ແລະ ໝາຍເຫດທ້າຍເລື່ອງ ລວມທັງຮູບແບບການໃສ່ເລກລຳດັບຂອງພວກມັນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກແຖບ ແຊກ - ສ່ວນ - ເຊີງອັດ/ໝາຍເຫດທ້າຍເລື່ອງ.

ເລືອກປຸ່ມ ຮູບແບບ - ສ່ວນ - ຕົວເລືອກ ແຖບ ເຊີງອັດ/ໝາຍເຫດທ້າຍເລື່ອງ.


ເຊິງອັດ

ຮວບຮວມໄວ້ຢູ່ທ້າຍຂໍ້ຄວາມ

ເພີ່ມເຊິງອັດເຂົ້າຢູ່ທ້າຍເຊັກຊັນ. ຖ້າເຊັກຊັນກວມເອົາຫຼາຍກວ່າໜຶ່ງໜ້າ, ເຊິງອັດຈະຖືກເພີ່ມເຂົ້າຢູ່ທາງລຸ່ມຂອງໜ້າທີ່ມີຈຸດຍຶດເຊິງອັດປະກົດຂຶ້ນ.

ເລີ່ມຕົ້ນໃສ່ເລກລຳດັບໃໝ່

ເລີ່ມຕົ້ນການໃສ່ເລກລຳດັບເຊິງອັດໃໝ່ຢູ່ທີ່ຕົວເລກທີ່ທ່ານກຳນົດ.

ເລີ່ມຕົ້ນທີ່

ປ້ອນຕົວເລກທີ່ທ່ານຕ້ອງການກຳນົດໃຫ້ກັບເຊິງອັດ.

ຮູບແບບທີ່ກຳນົດເອງ

ກຳນົດຮູບແບບການໃສ່ເລກລຳດັບທີ່ກຳນົດເອງສຳລັບເຊິງອັດ. ຊ່ອງນີ້ຈະມີໃຫ້ໃຊ້ກໍຕໍ່ເມື່ອເລືອກຊ່ອງ ເລີ່ມຕົ້ນໃສ່ເລກລຳດັບໃໝ່ ແລ້ວເທົ່ານັ້ນ.

ກ່ອນໜ້າ

ປ້ອນຂໍ້ຄວາມທີ່ທ່ານຕ້ອງການໃຫ້ສະແດງຢູ່ທາງໜ້າຂອງເລກເຊິງອັດ.

ປຸ່ມປັບຕົວເລກຮູບແບບຂອງຕົນເອງ

ເລືອກຮູບແບບການໃສ່ເລກລຳດັບສຳລັບເຊິງອັດ.

ຫຼັງຈາກ

ປ້ອນຂໍ້ຄວາມທີ່ທ່ານຕ້ອງການໃຫ້ສະແດງຢູ່ທາງຫຼັງຂອງເລກເຊິງອັດ.

ໝາຍເຫດທ້າຍເລື່ອງ

ຮວບຮວມໄວ້ຢູ່ທ້າຍເຊັກຊັນ

ເພີ່ມໝາຍເຫດທ້າຍເລື່ອງເຂົ້າຢູ່ທ້າຍເຊັກຊັນ.

ເລີ່ມຕົ້ນໃສ່ເລກລຳດັບໃໝ່

ເລີ່ມຕົ້ນການໃສ່ເລກລຳດັບໝາຍເຫດທ້າຍເລື່ອງໃໝ່ຢູ່ທີ່ຕົວເລກທີ່ທ່ານກຳນົດ.

ເລີ່ມຕົ້ນທີ່

ປ້ອນຕົວເລກທີ່ທ່ານຕ້ອງການກຳນົດໃຫ້ກັບໝາຍເຫດທ້າຍເລື່ອງ.

ຮູບແບບທີ່ກຳນົດເອງ

ກຳນົດຮູບແບບການໃສ່ເລກລຳດັບທີ່ກຳນົດເອງສຳລັບໝາຍເຫດທ້າຍເລື່ອງ. ຊ່ອງນີ້ຈະມີໃຫ້ໃຊ້ກໍຕໍ່ເມື່ອເລືອກຊ່ອງ ເລີ່ມຕົ້ນໃສ່ເລກລຳດັບໃໝ່ ແລ້ວເທົ່ານັ້ນ.

ກ່ອນໜ້າ

ປ້ອນຂໍ້ຄວາມທີ່ທ່ານຕ້ອງການໃຫ້ສະແດງຢູ່ທາງໜ້າຂອງເລກໝາຍເຫດທ້າຍເລື່ອງ

ປຸ່ມປັບຕົວເລກຮູບແບບຂອງຕົນເອງ

ເລືອກຮູບແບບການໃສ່ເລກລຳດັບສຳລັບໝາຍເຫດທ້າຍເລື່ອງ.

ຫຼັງຈາກ

ປ້ອນຂໍ້ຄວາມທີ່ທ່ານຕ້ອງການໃຫ້ສະແດງຢູ່ທາງຫຼັງຂອງເລກໝາຍເຫດທ້າຍເລື່ອງ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!