ການຊ່ວຍເຫຼືອ LibreOffice 26.2
ກຳນົດຕົວເລືອກການຈັດວາງສຳລັບເຊິງອັດ, ລວມທັງເສັ້ນທີ່ແຍກເຊິງອັດອອກຈາກເນື້ອໃນຫຼັກຂອງເອກະສານ.
ຕັ້ງຄ່າຄວາມສູງຂອງບໍລິເວນເຊິງອັດ.
ປັບປ່ຽນຄວາມສູງຂອງບໍລິເວນເຊິງອັດໂດຍອັດຕະໂນມັດ ໂດຍຂຶ້ນກັບຈຳນວນຂອງເຊິງອັດ.
ຕັ້ງຄ່າຄວາມສູງສູງສຸດສຳລັບບໍລິເວນເຊິງອັດ. ເປີດໃຊ້ຕົວເລືອກນີ້, ແລ້ວປ້ອນຄວາມສູງເຂົ້າໄປ.
ປ້ອນຄວາມສູງສູງສຸດສຳລັບບໍລິເວນເຊິງອັດ.
ປ້ອນຈຳນວນໄລຍະຫ່າງທີ່ຈະເຫຼືອໄວ້ລະຫວ່າງຂອບໜ້າລຸ່ມ ແລະ ແຖວທຳອິດຂອງຂໍ້ຄວາມໃນບໍລິເວນເຊິງອັດ.
ກຳນົດຕຳແໜ່ງ ແລະ ຄຸນສົມບັດອື່ນໆຂອງເສັ້ນແຍກ.
ເລືອກການຈັດລຽງໃນແນວນອນສຳລັບເສັ້ນທີ່ແຍກຂໍ້ຄວາມຫຼັກອອກຈາກບໍລິເວນເຊິງອັດ.
ເລືອກຮູບແບບການຈັດຮູບແບບສຳລັບເສັ້ນແຍກ. ຖ້າທ່ານບໍ່ຕ້ອງການເສັ້ນແຍກ, ໃຫ້ເລືອກ "ບໍ່ມີ".
ເລືອກຄວາມໜາຂອງເສັ້ນແຍກ.
ເລືອກສີຂອງເສັ້ນແຍກ.
ປ້ອນຄວາມຍາວຂອງເສັ້ນແຍກເປັນເປີເຊັນຂອງບໍລິເວນຄວາມກວ້າງຂອງໜ້າ.
ປ້ອນຈຳນວນໄລຍະຫ່າງທີ່ທ່ານຕ້ອງການໃຫ້ເຫຼືອໄວ້ລະຫວ່າງເສັ້ນແຍກ ແລະ ແຖວທຳອິດຂອງບໍລິເວນເຊິງອັດ.
ເພື່ອມກຳນົດໄລຍະຫ່າງລະຫວ່າງສອງເຊິງອັດ, ໃຫ້ເລືອກ , ແລ້ວກົດໃສ່ແຖບ ການຍັບເຂົ້າ ແລະ ໄລຍະຫ່າງ.