ແລກປ່ຽນຖານຂໍ້ມູນ

ປ່ຽນແຫຼ່ງຂໍ້ມູນສຳລັບເອກະສານປັດຈຸບັນ. ເພື່ອໃຫ້ສະແດງເນື້ອໃນຂອງຟິວທີ່ແຊກໄວ້ໄດ້ຢ່າງຖືກຕ້ອງ, ຖານຂໍ້ມູນທີ່ຈະນຳມາປ່ຽນແທນຕ້ອງມີຊື່ຟິວທີ່ຄືກັນ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ຈາກແຖບເມນູ:

ເລືອກ ແກ້ໄຂ - ປ່ຽນຖານຂໍ້ມູນ

ຈາກສ່ວນຕິດຕໍ່ແບບແທັບ:

ເລືອກ ເຄື່ອງມື, ເປີດປຸ່ມເມນູ ແລະ ເລືອກ ປ່ຽນຖານຂໍ້ມູນ.


ຕົວຢ່າງ, ຖ້າທ່ານແຊກຟິວທີ່ຢູ່ລົງໃນຈົດໝາຍວຽນຈາກຖານຂໍ້ມູນທີ່ຢູ່, ທ່ານສາມາດແລກປ່ຽນຖານຂໍ້ມູນນັ້ນກັບຖານຂໍ້ມູນທີ່ື່ອື່ນ ເພື່ອແຊກທີ່ຢູ່ທີ່ແຕກຕ່າງກັນໄດ້.

ແລກປ່ຽນຖານຂໍ້ມູນ

ທ່ານສາມາດປ່ຽນຖານຂໍ້ມູນໄດ້ເທື່ອລະອັນເທົ່ານັ້ນໃນປ່ອງຢ້ຽມນີ້.

ຖານຂໍ້ມູນທີ່ກຳລັງໃຊ້

ສະແດງລາຍຊື່ຖານຂໍ້ມູນທີ່ກຳລັງໃຊ້ຢູ່ໃນປັດຈຸບັນ. ເອກະສານປັດຈຸບັນມີຢ່າງໜ້ອຍໜຶ່ງຟິວຂໍ້ມູນຈາກແຕ່ລະຖານຂໍ້ມູນໃນລາຍຊື່ນີ້.

ຖານຂໍ້ມູນທີ່ມີຢູ່

ສະແດງລາຍຊື່ຖານຂໍ້ມູນທີ່ໄດ້ລົງທະບຽນໄວ້ໃນ LibreOffice.

ເລືອກເບິ່ງ

ເປີດປ່ອງຢ້ຽມ ເປີດ ເພື່ອເລືອກໄຟລ໌ຖານຂໍ້ມູນ (*.odb). ໄຟລ໌ທີ່ເລືອກຈະຖືກເພີ່ມເຂົ້າໃນລາຍຊື່ ຖານຂໍ້ມູນທີ່ມີຢູ່.

ກຳນົດ

ປ່ຽນແຫຼ່ງຂໍ້ມູນປັດຈຸບັນດ້ວຍແຫຼ່ງຂໍ້ມູນທີ່ທ່ານເລືອກໃນລາຍຊື່ ຖານຂໍ້ມູນທີ່ມີຢູ່ .

ເພື່ອແລກປ່ຽນຖານຂໍ້ມູນ:

ກວດສອບໃຫ້ແນ່ໃຈວ່າຖານຂໍ້ມູນທັງສອງມີຊື່ຟິວ ແລະ ປະເພດຟິວທີ່ກົງກັນ.

  1. ຄລິກໃນເອກະສານທີ່ທ່ານຕ້ອງການປ່ຽນແຫຼ່ງຂໍ້ມູນ.

  2. ເລືອກ ແກ້ໄຂ - ແລກປ່ຽນຖານຂໍ້ມູນ.

  3. ໃນລາຍຊື່ ຖານຂໍ້ມູນທີ່ກຳລັງໃຊ້, ໃຫ້ເລືອກຕາຕະລາງຖານຂໍ້ມູນທີ່ທ່ານຕ້ອງການປ່ຽນແທນ.

  4. ໃນລາຍຊື່ ຖານຂໍ້ມູນທີ່ມີຢູ່, ໃຫ້ເລືອກຕາຕະລາງຖານຂໍ້ມູນທີ່ຈະນຳມາປ່ຽນແທນ.

  5. ຄລິກ ກຳນົດ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!