ຕົວເລືອກ (ຄຳບັນຍາຍ)

ປັບແຕ່ງລັກສະນະຂອງປ້າຍຊື່ຄຳບັນຍາຍ. ທ່ານສາມາດເລືອກເພີ່ມເລກຫົວຂໍ້ໃສ່ໜ້າເລກຄຳບັນຍາຍ, ເພີ່ມຮູບແບບຕົວອັກສອນໃຫ້ກັບໝວດໝູ່ ແລະ ເລກຄຳບັນຍາຍ, ແລະ ເລືອກລຳດັບຂອງໝວດໝູ່ ແລະ ເລກຄຳບັນຍາຍ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເລືອກ ແຊກ - ຄຳບັນຍາຍ - ຕົວເລືອກ

ເປີດເມນູລັດ - ເລືອກ ຄຳບັນຍາຍ - ຕົວເລືອກ


ໝວດໝູ່ ແລະ ເລກຄຳບັນຍາຍ

ລຳດັບຄຳບັນຍາຍ

ເລືອກລຳດັບຂອງໝວດໝູ່ຄຳບັນຍາຍ ແລະ ເລກຄຳບັນຍາຍ.

ຮູບແບບຕົວອັກສອນ

ລະບຸຮູບແບບຕົວອັກສອນຂອງໝວດໝູ່ ແລະ ເລກຄຳບັນຍາຍ.

ຮູບແບບກອບ

ໃຊ້ຂອບ ແລະ ເງົາ

ໃຊ້ຂອບ ແລະ ເງົາຂອງວັດຖຸກັບກອບຄຳບັນຍາຍ.

ເລກຫົວຂໍ້ກ່ອນເລກຄຳບັນຍາຍ

ຖ້າເປີດໃຊ້ເລກຫົວຂໍ້, ໃຫ້ໃຊ້ຕົວເລືອກນີ້ເພື່ອເພີ່ມເລກຫົວຂໍ້ໄວ້ທາງໜ້າເລກຄຳບັນຍາຍ. ໃຊ້ ເຄື່ອງມື - ການໃສ່ເລກຫົວຂໍ້ ເພື່ອເປີດໃຊ້ການໃສ່ເລກຫົວຂໍ້.

ເຖິງລະດັບ

ສຳລັບການນຳໃຊ້ຫົວຂໍ້ທົ່ວໄປ, ຕົວເລກທີ່ເລືອກຈະບົ່ງບອກວ່າຈະໃຫ້ສະແດງຕົວເລກຫົວຂໍ້ຈັກລະດັບ (ເລີ່ມຈາກລະດັບ 1). ຖ້າເລືອກ [ບໍ່ມີ], ຈະບໍ່ມີການສະແດງຕົວເລກຫົວຂໍ້.

ໄອຄອນ ບັນທຶກ

ຕົວເລກຫົວຂໍ້ທີ່ເລືອກໃຫ້ສະແດງແມ່ນຫົວຂໍ້ກ່ອນໜ້າທຳອິດທີ່ມີລະດັບໂຄງຮ່າງເທົ່າກັບ ຫຼື ຕ່ຳກວ່າລະດັບໂຄງຮ່າງທີ່ເລືອກ. ຕົວຢ່າງ: ເລືອກ “2” ເພື່ອໃຊ້ຕົວເລກຫົວຂໍ້ຂອງຫົວຂໍ້ກ່ອນໜ້າທຳອິດທີ່ມີລະດັບໂຄງຮ່າງ 1 ຫຼື ລະດັບໂຄງຮ່າງ 2.


ຕົວຂັ້ນ

ປ້ອນຕົວອັກສອນທີ່ຈະໃຫ້ສະແດງລະຫວ່າງເລກຫົວຂໍ້ ແລະ ເລກຄຳບັນຍາຍ.

ໄອຄອນ ບັນທຶກ

ການປ່ຽນແປງໃນ ເຖິງລະດັບ ຫຼື ຕົວຂັ້ນ ຈະມີຜົນຕໍ່ຄຳບັນຍາຍທີ່ມີຢູ່ແລ້ວນຳ.


ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!