ການຊ່ວຍເຫຼືອ LibreOffice 26.2
ກ່ອງເລືອກ ນຳທາງໂດຍ ຊ່ວຍໃຫ້ທ່ານເລືອກໝວດໝູ່ເພື່ອການນຳທາງໃນເອກະສານ, ລວມທັງ ໜ້າ, ຫົວຂໍ້, ສ່ວນ, ວັດຖຸ, ຟິວ, ຄຳເຫັນ, ຜົນການຄົ້ນຫາຫຼ້າສຸດ ແລະ ຕຳແໜ່ງເຄີເຊີຫຼ້າສຸດ. ຈາກນັ້ນທ່ານສາມາດໃຊ້ໄອຄອນລູກສອນ ກ່ອນໜ້າ ແລະ ຖັດໄປ ເພື່ອວາງຕຳແໜ່ງເຄີເຊີໃນເອກະສານໄປຫາເປົ້າໝາຍກ່ອນໜ້າ ຫຼື ຖັດໄປ.
ໂດຍຄ່າເລີ່ມຕົ້ນ, ຕາບໃດທີ່ທ່ານຍັງບໍ່ໄດ້ເລືອກໝວດໝູ່ອື່ນ, ໝວດໝູ່ ໜ້າ ຈະຖືກເລືອກໄວ້, ແລະ ລູກສອນຈະຖືກແທນທີ່ດ້ວຍຟິວຕົວເລກທີ່ສາມາດໃຊ້ເພື່ອໄປຫາໜ້າກ່ອນໜ້າ ຫຼື ຖັດໄປ, ຫຼື ໂດດໄປຫາໜ້າໃດໜຶ່ງໂດຍສະເພາະ.
ເມື່ອທ່ານເລືອກໝວດໝູ່ອື່ນແລ້ວ, ທ່ານສາມາດໃຊ້ປຸ່ມລູກສອນ "ກ່ອນໜ້າ" ຫຼື "ຖັດໄປ". ປ້າຍຊື່ຂອງປຸ່ມເຫຼົ່ານີ້ຈະບອກເຖິງປະເພດຂອງວັດຖຸທີ່ທ່ານໄດ້ເລືອກ. ຈາກນັ້ນເຄີເຊີຂໍ້ຄວາມຈະຖືກວາງໄວ້ໃນວັດຖຸໃດກໍຕາມທີ່ທ່ານເລືອກ.
ທ່ານສາມາດຕັ້ງຄ່າ LibreOffice ຕາມຄວາມມັກສະເພາະຂອງທ່ານສຳລັບການນຳທາງພາຍໃນເອກະສານ. ເພື່ອເຮັດສິ່ງນີ້, ໃຫ້ເລືອກ ເຄື່ອງມື - ປັບແຕ່ງ. ຕາຕະລາງຕ່າງໆສຳລັບການປັບແຕ່ງ ເມນູ, ການປ້ອນຂໍ້ມູນຜ່ານຄີບອດ ຫຼື ແຖບເຄື່ອງມື ຈະມີຟັງຊັນຕ່າງໆສຳລັບການນຳທາງພາຍໃນເອກະສານພາຍໃຕ້ໝວດໝູ່ "ນຳທາງ". ຕົວຢ່າງ: ທ່ານສາມາດເພີ່ມປຸ່ມໃສ່ແຖບເຄື່ອງມືເພື່ອໂດດໄປຫາແທັກສານບານໃນເອກະສານດ້ວຍຄຳສັ່ງ "ໄປຫາລາຍການສານບານ ຖັດໄປ/ກ່ອນໜ້າ".
ໝວດໝູ່ທີ່ມີຢູ່ສ່ວນໃຫຍ່ແມ່ນກົງກັບໝວດໝູ່ໃນກ່ອງເລືອກຂອງ ຕົວນຳທາງ. ຢ່າງໃດກໍຕາມ, ທ່ານສາມາດເລືອກຈຸດໝາຍປາຍທາງການໂດດອື່ນໆທີ່ບໍ່ແມ່ນໝວດໝູ່ຕົວນຳທາງແບບດັ້ງເດີມ: ຕົວຢ່າງ: ການເຕືອນຄວາມຈຳ, ຄົ້ນຫາຊໍ້າ ຫຼື ຕຳແໜ່ງຫຼ້າສຸດ.
ເລືອກຈາກຕົວເລືອກຕໍ່ໄປນີ້: ລາຍການໝາຍໜ້າ, ຄຳເຫັນ, ຕົວຄວບຄຸມ, ວັດຖຸຮູບແຕ້ມ, ຟິວຕາມປະເພດ, ຟິວ, ເຊິງອັດ, ກອບ, ຫົວຂໍ້, ຮູບພາບ, ສານບານ, ວັດຖຸ OLE, ໜ້າ, ຕຳແໜ່ງຫຼ້າສຸດ, ການເຕືອນຄວາມຈຳ, ຄົ້ນຫາຊໍ້າ, ສ່ວນ, ສິ່ງທີ່ເລືອກ, ສູດຕາຕະລາງ, ຕາຕະລາງ, ສູດຕາຕະລາງທີ່ຜິດພາດ.
ເລືອກໝວດໝູ່ ເຊິງອັດ ເພື່ອໂດດສະຫຼັບລະຫວ່າງເຊິງອັດ ແລະ ໝາຍເຫດທ້າຍບົດ. ອັນນີ້ສາມາດໃຊ້ຮ່ວມກັບປຸ່ມ ຈຸດຢຶດ ↔ ຂໍ້ຄວາມ ໃນຕົວນຳທາງ ເພື່ອໂດດໄປຫາຂໍ້ຄວາມຂອງເຊິງອັດ/ໝາຍເຫດທ້າຍບົດ ແລະ ຈຸດຢຶດຂອງມັນໃນເນື້ອໃນໄດ້ຢ່າງວ່ອງໄວ.
ເມື່ອເລືອກໝວດໝູ່ ຕຳແໜ່ງຫຼ້າສຸດ, ປຸ່ມ ກັບຄືນ ແລະ ໄປຂ້າງໜ້າ ສາມາດໃຊ້ເພື່ອໂດດໄປຫາຕຳແໜ່ງເຄີເຊີຫຼ້າສຸດໃນເອກະສານ.
ສາມາດຕັ້ງ ການເຕືອນຄວາມຈຳ ໄດ້ສູງສຸດ 5 ອັນ (ເຊິ່ງຈະບໍ່ຖືກບັນທຶກເມື່ອປິດເອກະສານ) ຢູ່ຕາມຈຸດຕ່າງໆໃນເອກະສານ. ຕັ້ງການເຕືອນຄວາມຈຳດ້ວຍປຸ່ມ ຕັ້ງການເຕືອນຄວາມຈຳ ໃນຕົວນຳທາງ.
ດ້ວຍໝວດໝູ່ , ທ່ານສາມາດຄົ້ນຫາຊໍ້າທີ່ທ່ານເລີ່ມຕົ້ນດ້ວຍໄດອະລັອກ ຄົ້ນຫາ ແລະ ແທນທີ່ ຫຼື ແຖບເຄື່ອງມື ຊອກຫາ. ຖ້າທ່ານຄລິກທີ່ລູກສອນອັນໃດອັນໜຶ່ງ, ການຄົ້ນຫາຈະຖືກດຳເນີນການຕໍ່ສຳລັບຄຳທີ່ຄົ້ນຫາຫຼ້າສຸດ.
ຖ້າການເລືອກຫຼາຍອັນຖືກເປີດໃຊ້ (ຕົວຢ່າງ: ເມື່ອໃຊ້ Ctrl + ຄລິກ ແລະ ລາກ ຫຼື ໂໝດການເລືອກ ແບບເພີ່ມ, ຫຼື ຫຼັງຈາກການຄົ້ນຫາທັງໝົດ), ສິ່ງທີ່ເລືອກ ຈະຊ່ວຍໃຫ້ໂດດຈາກອັນໜຶ່ງໄປຫາອີກອັນໜຶ່ງ.
ສຳລັບສູດຕາຕະລາງ, ທ່ານສາມາດໂດດໄປຫາທຸກສູດຕາຕະລາງທີ່ມີຢູ່ໃນເອກະສານຂອງທ່ານດ້ວຍ ສູດຕາຕະລາງ ຫຼື ໄປຫາສະເພາະອັນທີ່ບໍ່ຖືກຕ້ອງດ້ວຍ ສູດຕາຕະລາງທີ່ຜິດພາດ. ສຳລັບສູດທີ່ບໍ່ຖືກຕ້ອງ, ທ່ານຈະໂດດໄປຫາສະເພາະສູດທີ່ເກີດຂໍ້ຜິດພາດເທົ່ານັ້ນ. ໂປຣແກຣມຈະຂ້າມສູດທີ່ມີຜົນຂໍ້ຜິດພາດ (ອັນທີ່ອ້າງອີງໃສ່ສູດທີ່ບໍ່ຖືກຕ້ອງ).