ຮູບແບບ

ເມນູນີ້ປະກອບມີຄຳສັ່ງທີ່ຈຳເປັນເພື່ອຈັດຮູບແບບສູດ.

ຕົວອັກສອນ

ກຳນົດຕົວອັກສອນທີ່ສາມາດນຳໃຊ້ກັບອົງປະກອບຂອງສູດ.

ຂະໜາດຕົວອັກສອນ

ໃຊ້ກ່ອງໂຕ້ຕອບນີ້ເພື່ອລະບຸຂະໜາດຕົວອັກສອນສຳລັບສູດຂອງທ່ານ. ເມື່ອເລືອກຂະໜາດພື້ນຖານແລ້ວ ທຸກອົງປະກອບຂອງສູດຈະຖືກປັບຂະໜາດຕາມອັດຕາສ່ວນຂອງພື້ນຖານນີ້.

ໄລຍະຫ່າງ

ໃຊ້ກ່ອງໂຕ້ຕອບນີ້ເພື່ອທຳນົດໄລຍະຫ່າງລະຫວ່າງອົງປະກອບຂອງສູດ. ໄລຍະຫ່າງຖືກລະບຸເປັນເປີເຊັນທຽບກັບຂະໜາດພື້ນຖານທີ່ກຳນົດໄວ້ໃນ ຮູບແບບ - ຂະໜາດຕົວອັກສອນ.

ການຈັດວາງ

ທ່ານສາມາດກຳນົດການຈັດວາງຂອງສູດທີ່ມີຫຼາຍແຖວ ລວມທັງສູດທີ່ມີຫຼາຍອົງປະກອບໃນແຖວດຽວກັນ. ສ້າງສູດຫຼາຍແຖວໄດ້ໂດຍການປ້ອນຄຳສັ່ງ NEWLINE ໃນປ່ອງຢ້ຽມ ຄຳສັ່ງ.

ໂໝດຂໍ້ຄວາມ

ເປີດ ຫຼື ປິດໂໝດຂໍ້ຄວາມ. ໃນໂໝດຂໍ້ຄວາມ, ສູດຈະຖືກສະແດງໃຫ້ມີຄວາມສູງເທົ່າກັບແຖວຂອງຂໍ້ຄວາມ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!