ການຊ່ວຍເຫຼືອ LibreOffice 26.2
ທ່ານສາມາດໃຊ້ໜ້າຈໍນີ້ເພື່ອເພີ່ມໂຟນເດີ ແລະ ໄຟລ໌ຈັດເກັບ (archives) ເຂົ້າໃນ Java class path. ເສັ້ນທາງເຫຼົ່ານີ້ຈະມີຜົນກັບທຸກ JRE ທີ່ທ່ານເລີ່ມໃຊ້.
ກໍານົດຕຳແໜ່ງທີ່ຢູ່ຂອງ Java classes ຫຼື ຫ້ອງສະໝຸດ Java class. classpath ໃໝ່ຈະມີຜົນຫຼັງຈາກທີ່ທ່ານເລີ່ມ LibreOffice ໃໝ່.
Java classes ທີ່ຖືກເຂົ້າເຖິງຜ່ານ classpath ຈະບໍ່ຜ່ານການກວດສອບຄວາມປອດໄພ.
ເລືອກໄຟລ໌ຈັດເກັບໃນຮູບແບບ jar ຫຼື zip ແລະ ເພີ່ມໄຟລ໌ນັ້ນເຂົ້າໃນ class path.
ເລືອກໂຟນເດີ ແລະ ເພີ່ມໂຟນເດີນັ້ນເຂົ້າໃນ class path.
ເລືອກໄຟລ໌ຈັດເກັບ ຫຼື ໂຟນເດີໃນລາຍຊື່ ແລ້ວຄລິກ ລຶບອອກ ເພື່ອເອົາວັດຖຸດັ່ງກ່າວອອກຈາກ class path.