ການຊ່ວຍເຫຼືອ LibreOffice 26.2
ກໍານົດຕົວເລືອກການຮອງຮັບສຳລັບແອັບພລິເຄຊັນ Java ໃນ LibreOffice, ລວມທັງການເລືອກໃຊ້ Java Runtime Environment (JRE). ນອກຈາກນີ້ຍັງກໍານົດວ່າຈະໃຊ້ຄຸນສົມບັດທົດລອງ (ທີ່ບໍ່ສະຖຽນ) ເຊັ່ນ ການບັນທຶກມັກໂຄ ແລະ ການເຂົ້າເຖິງການຕັ້ງຄ່າແບບຊ່ຽວຊານຫຼືບໍ່.
ລາຍຊື່ໂມດູນ ແລະ ຊັບພະຍາກອນຂອງ LibreOffice ທີ່ຕ້ອງໃຊ້ Java ໃນປັດຈຸບັນແມ່ນມີໃຫ້ເບິ່ງ ໃນ wiki.
ອະນຸຍາດໃຫ້ທ່ານລັນແອັບພລິເຄຊັນ Java ໃນ LibreOffice ໄດ້. ເມື່ອແອັບ Java ພະຍາຍາມເຂົ້າເຖິງຮາດດິດຂອງທ່ານ, ຈະມີຂໍ້ຄວາມເຕືອນປະກົດຂຶ້ນ.
ເລືອກ JRE ທີ່ທ່ານຕ້ອງການໃຊ້. ໃນບາງລະບົບ, ທ່ານອາດຕ້ອງລໍຖ້າຈັກບຶດໜຶ່ງເພື່ອໃຫ້ລາຍຊື່ປະກົດຂຶ້ນ. ໃນບາງລະບົບ, ທ່ານຕ້ອງເລີ່ມ LibreOffice ໃໝ່ເພື່ອໃຫ້ການຕັ້ງຄ່າທີ່ປ່ຽນແປງມີຜົນ. ເສັ້ນທາງ (path) ໄປຫາ JRE ຈະສະແດງຢູ່ກຸ່ມລຸ່ມລາຍການ.
ທ່ານສາມາດປ່ຽນແທນ JRE ເລີ່ມຕົ້ນຂອງລະບົບປະຕິບັດການດ້ວຍທາງເລືອກໃດໜຶ່ງດັ່ງນີ້:
ໂດຍການຕັ້ງຄ່າຕົວປ່ຽນສະພາບແວດລ້ອມ (environment variable) JAVA_HOME,
ໂດຍການເພີ່ມ JRE ເຂົ້າໃນຕົວປ່ຽນ $PATH,
ໂດຍການລະບຸໄຟລ໌ການຕັ້ງຄ່າ ໃນໂຟນເດີ <instdir>/presets/config.
ເພີ່ມເສັ້ນທາງໄປຫາໂຟນເດີຫຼັກ (root folder) ຂອງ JRE ໃນຄອມພິວເຕີຂອງທ່ານ. ເສັ້ນທາງຈະຖືກຕັ້ງຄ່າໃນໜ້າຈໍຖັດໄປ.
ເປີດໜ້າຈໍ ພາຣາມິເຕີການເລີ່ມ Java.
ເປີດໜ້າຈໍ Class Path.
ເປີດໃຊ້ຄຸນສົມບັດທີ່ຍັງບໍ່ທັນສົມບູນ ຫຼື ອາດມີຂໍ້ຜິດພາດ. ລາຍຊື່ຄຸນສົມບັດເຫຼົ່ານີ້ຈະແຕກຕ່າງກັນໄປຕາມແຕ່ລະເວີຊັນ ຫຼື ບາງຄັ້ງອາດຈະບໍ່ມີເລີຍ.
ເປີດໃຊ້ການບັນທຶກມັກໂຄ. ເມນູ ຈະສາມາດໃຊ້ງານໄດ້.
ເປີດໜ້າຈໍການຕັ້ງຄ່າແບບຊ່ຽວຊານສຳລັບການຕັ້ງຄ່າຂັ້ນສູງຂອງ LibreOffice.