ພິມ

ກຳນົດການຕັ້ງຄ່າການພິມພາຍໃນເອກະສານການແຕ້ມ ຫຼື ການນຳສະເໜີ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເປີດເອກະສານນຳສະເໜີ, ເລືອກ - LibreOffice Impress/LibreOffice Draw - ພິມ.


ກ່ອງຂໍ້ຄວາມຕົວເລືອກການພິມຂອງ Impress

ພິມ

ກຳນົດອົງປະກອບເພີ່ມເຕີມທີ່ຈະໃຫ້ພິມຢູ່ຂອບເຈ້ຍ.

ຊື່ໜ້າ

ກຳນົດວ່າຈະໃຫ້ພິມຊື່ໜ້າຫຼືບໍ່.

ວັນທີ

ກຳນົດວ່າຈະໃຫ້ພິມວັນທີປັດຈຸບັນຫຼືບໍ່.

ເວລາ

ກຳນົດວ່າຈະໃຫ້ພິມເວລາປັດຈຸບັນຫຼືບໍ່.

ໜ້າທີ່ຖືກເຊື່ອງໄວ້

ກຳນົດວ່າຈະໃຫ້ພິມໜ້າທີ່ຖືກເຊື່ອງໄວ້ຈາກການນຳສະເໜີໃນປັດຈຸບັນຫຼືບໍ່.

ຄຸນນະພາບ

ເບິ່ງເພີ່ມເຕີມທີ່ ການພິມແບບຂາວດຳ.

ຄ່າເລີ່ມຕົ້ນ

ກຳນົດວ່າທ່ານຕ້ອງການພິມເປັນສີຕົ້ນສະບັບ.

ລະດັບສີເທົາ

ກຳນົດວ່າທ່ານຕ້ອງການພິມສີໃຫ້ເປັນລະດັບສີເທົາ.

ຂາວດຳ

ກຳນົດວ່າທ່ານຕ້ອງການພິມເອກະສານເປັນສີຂາວ ແລະ ສີດຳ.

ຕົວເລືອກໜ້າ

ກຳນົດຕົວເລືອກເພີ່ມເຕີມສຳລັບການພິມໜ້າ.

ຄ່າເລີ່ມຕົ້ນ

ກຳນົດວ່າທ່ານບໍ່ຕ້ອງການປັບຂະໜາດໜ້າເພີ່ມເຕີມໃນເວລາພິມ.

ພໍດີກັບໜ້າ

ກຳນົດວ່າຈະໃຫ້ຫຼຸດຂະໜາດວັດຖຸທີ່ຢູ່ນອກຂອບຂອງເຄື່ອງພິມປັດຈຸບັນຫຼືບໍ່ ເພື່ອໃຫ້ພວກມັນພໍດີກັບເຈ້ຍໃນເຄື່ອງພິມ.

ໜ້າແບບລຽງແຜ່ນ (Tile)

ກຳນົດໃຫ້ພິມໜ້າໃນຮູບແບບລຽງແຜ່ນ. ຖ້າໜ້າ ຫຼື ສະໄລ້ມີຂະໜາດນ້ອຍກວ່າເຈ້ຍ, ຫຼາຍໆໜ້າ ຫຼື ສະໄລ້ຈະຖືກພິມລວມກັນໃນເຈ້ຍແຜ່ນດຽວ.

ແຜ່ນພັບ (Brochure)

ເລືອກຕົວເລືອກ ແຜ່ນພັບ ເພື່ອພິມເອກະສານໃນຮູບແບບແຜ່ນພັບ. ທ່ານຍັງສາມາດຕັດສິນໃຈໄດ້ວ່າຈະພິມດ້ານໜ້າ, ດ້ານຫຼັງ ຫຼື ທັງສອງດ້ານຂອງແຜ່ນພັບ.

ດ້ານໜ້າ

ເລືອກ ດ້ານໜ້າ ເພື່ອພິມດ້ານໜ້າຂອງແຜ່ນພັບ.

ດ້ານຫຼັງ

ເລືອກ ດ້ານຫຼັງ ເພື່ອພິມດ້ານຫຼັງຂອງແຜ່ນພັບ.

ຖາດເຈ້ຍຈາກການຕັ້ງຄ່າເຄື່ອງພິມ

ກຳນົດວ່າຖາດເຈ້ຍທີ່ຈະໃຊ້ແມ່ນຖາດທີ່ຖືກກຳນົດໄວ້ໃນການຕັ້ງຄ່າເຄື່ອງພິມ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!