ທົ່ວໄປ

ລະບຸການຕັ້ງຄ່າທົ່ວໄປສຳລັບເອກະສານຂໍ້ຄວາມ.

ເພື່ອເຂົ້າເຖິງຄຳສັ່ງນີ້...

ເປີດເອກະສານຂໍ້ຄວາມ, ເລືອກ - LibreOffice Writer - ທົ່ວໄປ.


ອັບເດດ

ອັບເດດລິ້ງເມື່ອໂຫລດ

ໄອຄອນ ຄຳເຕືອນ

ການຕັ້ງຄ່າສຳລັບການອັບເດດລິ້ງແບບອັດຕະໂນມັດທີ່ຈັດເກັບໄວ້ໃນເອກະສານ ຈະຖືກລະເວັ້ນຍ້ອນເຫດຜົນດ້ານຄວາມປອດໄພ. ການອັບເດດລິ້ງຈະຖືກຄວບຄຸມໂດຍການຕັ້ງຄ່າຄວາມປອດໄພຂອງ LibreOffice ຢູ່ໃນ - LibreOffice – ຄວາມປອດໄພ ສະເໝີ.


ສະເໝີ

ອັບເດດລິ້ງທຸກຄັ້ງໃນຂະນະທີ່ໂຫລດເອກະສານ, ແລະ ຈະເຮັດກໍຕໍ່ເມື່ອເອກະສານຢູ່ໃນຕຳແໜ່ງໄຟລ໌ທີ່ເຊື່ອຖືໄດ້ ຫຼື ລະດັບຄວາມປອດໄພທົ່ວໂລກຖືກຕັ້ງເປັນ ຕ່ຳ (ບໍ່ແນະນຳ).

ໄອຄອນ ຄຳເຕືອນ

ການຕັ້ງຄ່ານີ້ຈະຖືກຖືວ່າເປັນ ເມື່ອມີການຮ້ອງຂໍ ເວັ້ນເສຍແຕ່ລະດັບຄວາມປອດໄພຂອງມາກໂຄທົ່ວໂລກຈະຖືກຕັ້ງເປັນ ຕ່ຳ ໃນ - LibreOffice - ຄວາມປອດໄພ - ຄວາມປອດໄພຂອງມາກໂຄ... - ລະດັບຄວາມປອດໄພ - ຕ່ຳ (ບໍ່ແນະນຳ) ຫຼື ເອກະສານຕັ້ງຢູ່ໃນບ່ອນທີ່ເຊື່ອຖືໄດ້ທີ່ກຳນົດໂດຍ - LibreOffice - ຄວາມປອດໄພ - ຄວາມປອດໄພຂອງມາກໂຄ... - ແຫຼ່ງທີ່ເຊື່ອຖືໄດ້ - ຕຳແໜ່ງໄຟລ໌ທີ່ເຊື່ອຖືໄດ້.


ເມື່ອມີການຮ້ອງຂໍ

ອັບເດດລິ້ງກໍຕໍ່ເມື່ອມີການຮ້ອງຂໍໃນຂະນະທີ່ໂຫລດເອກະສານ.

ບໍ່ເລີຍ

ລິ້ງຈະບໍ່ຖືກອັບເດດເລີຍໃນຂະນະທີ່ໂຫລດເອກະສານ.

ແບບອັດຕະໂນມັດ

ຟີວ (Fields)

ເນື້ອຫາຂອງຟີວທັງໝົດຈະຖືກອັບເດດໂດຍອັດຕະໂນມັດທຸກຄັ້ງທີ່ເນື້ອຫາໃນໜ້າຈໍຖືກສະແດງໃໝ່. ເຖິງແມ່ນວ່າຈະບໍ່ໄດ້ເລືອກຊ່ອງນີ້, ບາງຟີວກໍຍັງຈະຖືກອັບເດດທຸກຄັ້ງທີ່ມີເງື່ອນໄຂພິເສດເກີດຂຶ້ນ. ຕາຕະລາງຕໍ່ໄປນີ້ສະແດງລາຍຊື່ຟີວທີ່ຖືກອັບເດດໂດຍບໍ່ຄຳນຶງເຖິງຊ່ອງເລືອກນີ້.

ເງື່ອນໄຂ

ຟີວທີ່ອັບເດດແບບອັດຕະໂນມັດ

ການພິມເອກະສານ (ລວມທັງການສົ່ງອອກເປັນ PDF)

ຜູ້ຂຽນ, ຜູ້ສົ່ງ, ຫົວຂໍ້, ວັນທີ, ເວລາ, ການອ້າງອີງ, ພິມຄັ້ງລ້າສຸດ

ການໂຫລດເອກະສານໃໝ່

ຜູ້ຂຽນ, ຜູ້ສົ່ງ, ຫົວຂໍ້, ວັນທີ, ເວລາ

ການບັນທຶກເອກະສານ

ຊື່ໄຟລ໌, ສະຖິຕິ, ເລກທີເອກະສານ, ເວລາແກ້ໄຂ, ຖືກແກ້ໄຂເມື່ອ

ການແກ້ໄຂແຖວຂໍ້ຄວາມທີ່ມີຟີວຕັ້ງຢູ່

ຜູ້ຂຽນ, ຜູ້ສົ່ງ, ຫົວຂໍ້, ວັນທີ, ເວລາ

ການປ່ຽນແປງຕົວປ່ຽນດ້ວຍຕົນເອງ

ຂໍ້ຄວາມແບບມີເງື່ອນໄຂ, ຂໍ້ຄວາມທີ່ເຊື່ອງໄວ້, ຫຍໍ້ໜ້າທີ່ເຊື່ອງໄວ້, ຕົວປ່ຽນ, ຟີວ DDE

ການປິດ "ເນື້ອຫາຄົງທີ່"

ຜູ້ຂຽນ, ຜູ້ສົ່ງ, ຟີວຂໍ້ມູນເອກະສານທັງໝົດ

ການປ່ຽນແປງການນັບໜ້າ

ໜ້າ


ແຜນພູມ

ລະບຸວ່າຈະໃຫ້ອັບເດດແຜນພູມແບບອັດຕະໂນມັດ ຫຼື ບໍ່. ທຸກຄັ້ງທີ່ຄ່າໃນຫ້ອງຕາຕະລາງ Writer ປ່ຽນແປງ ແລະ ເຄີເຊີອອກຈາກຫ້ອງນັ້ນ, ແຜນພູມທີ່ສະແດງຄ່າຂອງຫ້ອງນັ້ນຈະຖືກອັບເດດໂດຍອັດຕະໂນມັດ.

ການຕັ້ງຄ່າ

ຫົວໜ່ວຍວັດແທກ

ລະບຸ ຫົວໜ່ວຍວັດແທກ ສຳລັບເອກະສານຂໍ້ຄວາມ.

ຈຸດແທັບ

ລະບຸໄລຍະຫ່າງລະຫວ່າງແຕ່ລະຈຸດແທັບ. ໄມ້ບັນທັດແນວນອນຈະສະແດງໄລຍະຫ່າງທີ່ເລືອກ.

ເປີດໃຊ້ຫົວໜ່ວຍຕົວອັກສອນ

ເມື່ອເປີດໃຊ້ການຕັ້ງຄ່ານີ້, ຫົວໜ່ວຍວັດແທກຂອງການຫຍໍ້ໜ້າ ແລະ ໄລຍະຫ່າງໃນແທັບ ຮູບແບບ - ຫຍໍ້ໜ້າ - ການຫຍໍ້ໜ້າ ແລະ ໄລຍະຫ່າງ ຈະເປັນຕົວອັກສອນ (ch) ແລະ ແຖວ.

ໃຊ້ໂໝດໜ້າແບບສີ່ຫຼ່ຽມສຳລັບເສັ້ນຕາໜ່າງຂໍ້ຄວາມ

ເມື່ອເປີດໃຊ້ການຕັ້ງຄ່ານີ້, ເສັ້ນຕາໜ່າງຂໍ້ຄວາມຈະເບິ່ງຄືກັບໜ້າແບບສີ່ຫຼ່ຽມ. ໜ້າແບບສີ່ຫຼ່ຽມແມ່ນຮູບແບບການຈັດໜ້າຊະນິດໜຶ່ງທີ່ໃຊ້ໃນການເຝິກອົບຮົມນັກຮຽນຂຽນບົດຄວາມໃນປະເທດຈີນ ແລະ ຍີ່ປຸ່ນ.

ການນັບຄຳ

ຕົວແບ່ງເພີ່ມເຕີມ

ລະບຸຕົວອັກສອນທີ່ຖືວ່າເປັນຕົວແບ່ງຄຳໃນເວລາທີ່ນັບຄຳ, ນອກເໜືອຈາກການຍະວ່າງ, ແທັບ ແລະ ການຂຶ້ນແຖວໃໝ່ ຫຼື ຂຶ້ນຫຍໍ້ໜ້າໃໝ່.

ສະແດງການນັບໜ້າແບບມາດຕະຖານ

ບັນນາທິການ ແລະ ຜູ້ຈັດພິມມັກຈະກຳນົດໜ້າ "ມາດຕະຖານ" ວ່າປະກອບດ້ວຍຈຳນວນຕົວອັກສອນ ຫຼື ຄຳ ທີ່ກຳນົດໄວ້. ໝາຍເອົາຊ່ອງນີ້ເພື່ອອະນຸຍາດໃຫ້ຄຳນວນຈຳນວນໜ້າເຫຼົ່ານີ້ໄດ້ໄວຂຶ້ນ.

ຕົວອັກສອນຕໍ່ໜ້າມາດຕະຖານ

ຕັ້ງຄ່າຈຳນວນຕົວອັກສອນສຳລັບໜ້າມາດຕະຖານ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!