ແຖບຂໍ້ມູນຕາຕະລາງ
ໃຊ້ແຖບຂໍ້ມູນຕາຕະລາງເພື່ອຄວບຄຸມການເບິ່ງຂໍ້ມູນ.
ການເບິ່ງຂໍ້ມູນທີ່ຖືກກັ່ນຕອງຈະມີຜົນຢູ່ຈົນກວ່າທ່ານຈະປ່ຽນ ຫຼື ຍົກເລີກເກນການຈັດລຽງ ຫຼື ການກັ່ນຕອງ. ຖ້າມີການກັ່ນຕອງເຮັດວຽກຢູ່, ໄອຄອນ ນຳໃຊ້ຕົວທົດສອບ ໃນແຖບ ຂໍ້ມູນຕາຕະລາງ ຈະຖືກເປີດໃຊ້.
ບັນທຶກລະກອດຕາຕະລາງຖານຂໍ້ມູນປັດຈຸບັນ. ໄອຄອນ ບັນທຶກລະກອດ ແມ່ນພົບຢູ່ໃນ ແຖບຂໍ້ມູນຕາຕະລາງ.
ເປີດ ຫຼື ປິດ ໂໝດແກ້ໄຂສຳລັບຕາຕະລາງຖານຂໍ້ມູນປັດຈຸບັນ.
ຍົກເລີກຄຳສັ່ງຫຼ້າສຸດ ຫຼື ລາຍການຫຼ້າສຸດທີ່ທ່ານພິມ. ເພື່ອເລືອກຄຳສັ່ງທີ່ທ່ານຕ້ອງການຍົກເລີກ, ໃຫ້ຄລິກທີ່ລູກສອນຂ້າງໄອຄອນ ກັບຄືນ ໃນແຖບ ມາດຕະຖານ.
ໃນຟອມ ຫຼື ຕາຕະລາງຖານຂໍ້ມູນ, ທ່ານສາມາດຄົ້ນຫາຜ່ານຟິລຂໍ້ມູນ, ກ່ອງລາຍຊື່ ແລະ ກ່ອງໝາຍສຳລັບຄ່າສະເພາະໃດໜຶ່ງໄດ້.
ໂຫຼດຂໍ້ມູນທີ່ສະແດງໃໝ່. ໃນສະພາບແວດລ້ອມທີ່ມີຜູ້ໃຊ້ຫຼາຍຄົນ, ການໂຫຼດຂໍ້ມູນໃໝ່ຈະຊ່ວຍໃຫ້ໝັ້ນໃຈວ່າຂໍ້ມູນຍັງເປັນປັດຈຸບັນຢູ່.
ລະບຸເກນການຮຽງລໍາດັບສຳລັບການສະແດງຂໍ້ມູນ.
ຮຽງລໍາດັບຂໍ້ມູນຂອງຟິລທີ່ເລືອກ ຫຼື ຊ່ວງຫ້ອງໃນລັກສະນະຈາກນ້ອຍຫາໃຫຍ່. ຟິລຂໍ້ຄວາມຈະຖືກຮຽງຕາມຕົວອັກສອນ, ຟິລຕົວເລກຈະຖືກຮຽງຕາມຄ່າຕົວເລກ.
ຮຽງລໍາດັບຂໍ້ມູນຂອງຟິລທີ່ເລືອກ ຫຼື ຊ່ວງຫ້ອງໃນລັກສະນະຈາກໃຫຍ່ຫານ້ອຍ. ຟິລຂໍ້ຄວາມຈະຖືກຮຽງຕາມຕົວອັກສອນ, ຟິລຕົວເລກຈະຖືກຮຽງຕາມຄ່າຕົວເລກ.
ຕອງຂໍ້ມູນລະບຽນ, ໂດຍອີງຕາມເນື້ອໃນຂອງຟິລຂໍ້ມູນທີ່ເລືອກໃນປັດຈຸບັນ.
ສະຫຼັບລະຫວ່າງມຸມມອງຕາຕະລາງທີ່ຖືກຕອງ ແລະ ບໍ່ຖືກຕອງ.
ຍົກເລີກການຕັ້ງຄ່າຕົວຕອງ ແລະ ສະແດງລະບຽນທັງໝົດໃນຕາຕະລາງປັດຈຸບັນ.
ຕັ້ງຄ່າການຕອງ/ການຮຽງລໍາດັບໃໝ່
ແຊກທຸກຟິວຂອງຣີຄອດທີ່ໝາຍໄວ້ລົງໃນເອກະສານປັດຈຸບັນທີ່ຕຳແໜ່ງເຄີເຊີ.
ອັບເດດເນື້ອໃນຂອງຟິລຖານຂໍ້ມູນທີ່ມີຢູ່ແລ້ວດ້ວຍລະບຽນທີ່ໝາຍໄວ້. ໄອຄອນ ຂໍ້ມູນເປັນຟິລ ຈະມີໃຫ້ໃຊ້ກໍຕໍ່ເມື່ອເອກະສານປັດຈຸບັນເປັນເອກະສານຂໍ້ຄວາມເທົ່ານັ້ນ.
ເລີ່ມຕົ້ນຕົວຊ່ວຍສ້າງຈົດໝາຍວຽນເພື່ອສ້າງຈົດໝາຍແບບຟອມ.
ສະແດງຕາຕະລາງທີ່ເຊື່ອມຕໍ່ກັບເອກະສານປັດຈຸບັນໃນຕົວສຳຫຼວດແຫຼ່ງຂໍ້ມູນ.
ແຫຼ່ງຂໍ້ມູນຂອງເອກະສານປັດຈຸບັນ
ເປີດ ແລະ ປິດມຸມມອງຂອງຕົວສຳຫຼວດແຫຼ່ງຂໍ້ມູນ. ໄອຄອນ ເປີດ/ປິດ ຕົວສຳຫຼວດ ຈະສະແດງຢູ່ໃນ ແຖບຂໍ້ມູນຕາຕະລາງ.