ການຊ່ວຍເຫຼືອ LibreOffice 26.2
ທ່ານສາມາດຕັດສິນໃຈຫຼຸດຜ່ອນຂໍ້ມູນທີ່ຈຳເປັນໃນການພິມເອກະສານຂອງທ່ານໄດ້. ການຕັ້ງຄ່າສາມາດກຳນົດໃຫ້ແຕກຕ່າງກັນໄດ້ລະຫວ່າງການພິມໄປທີ່ເຄື່ອງພິມໂດຍກົງ ຫຼື ການພິມລົງເປັນໄຟລ໌.
ເລືອກ - LibreOffice - ພິມ.
ຄລິກທີ່ຕົວເລືອກການຕັ້ງຄ່າໃດໜຶ່ງຕໍ່ໄປນີ້:
ເຄື່ອງພິມ - ເເພື່ອກຳນົດຕົວເລືອກໃນການຫຼຸດຜ່ອນຂໍ້ມູນໃນຂະນະທີ່ພິມໄປທີ່ເຄື່ອງພິມໂດຍກົງ
ພິມລົງໄຟລ໌ - ເເພື່ອກຳນົດຕົວເລືອກໃນການຫຼຸດຜ່ອນຂໍ້ມູນໃນຂະນະທີ່ພິມລົງເປັນໄຟລ໌
ເລືອກການປະສົມປະສານໃດໜຶ່ງຂອງທັງສີ່ຕົວເລືອກ, ຈາກນັ້ນຄລິກ ຕົກລົງ.
ທຸກເອກະສານທີ່ທ່ານພິມຕໍ່ຈາກນີ້ຈະໃຊ້ຕົວເລືອກທີ່ໄດ້ປ່ຽນແປງແລ້ວ.
ພິມເອກະສານຂອງທ່ານ.
ທ່ານສາມາດຫຼຸດຜ່ອນຂໍ້ມູນສຳລັບຄວາມໂປ່ງໃສ, ການໄລ່ສີ ຫຼື ບິດແມັບໄດ້. ເມື່ອທ່ານຫຼຸດຜ່ອນຂໍ້ມູນ, ໃນເຄື່ອງພິມຫຼາຍລຸ້ນທ່ານຈະບໍ່ເຫັນຄວາມແຕກຕ່າງຂອງຄຸນນະພາບການພິມ. ແຕ່ເວລາໃນການພິມຈະສັ້ນລົງຢ່າງຫຼວງຫຼາຍ ແລະ ເມື່ອທ່ານພິມລົງເປັນໄຟລ໌, ຂະໜາດຂອງໄຟລ໌ກໍຈະນ້ອຍລົງຫຼາຍ.