ການຊ່ວຍເຫຼືອ LibreOffice 26.2
ການໃຊ້ສັນຍະລັກໜ້າຍໍ້ໜ້າ ແລະ ເລກລຳດັບແມ່ນຮອງຮັບສະເພາະໃນ Writer, Impress ແລະ Draw ເທົ່ານັ້ນ.
ສຳລັບຍໍ້ໜ້າປັດຈຸບັນ ຫຼື ຍໍ້ໜ້າທີ່ເລືອກ, ເຈົ້າສາມາດປິດການໃສ່ເລກລຳດັບ ຫຼື ລາຍການອັດຕະໂນມັດໄດ້. ໂດຍຄລິກໄອຄອນ ບໍ່ມີລາຍການ ໃນແຖບ ການຈັດຮູບແບບ.
ໄອຄອນບໍ່ມີລາຍການ
ຖ້າເຄີເຊີຢູ່ໃນລາຍການທີ່ມີເລກລຳດັບ ຫຼື ສັນຍະລັກໜ້າຍໍ້ໜ້າ, ເຈົ້າສາມາດປິດມັນໄດ້ໂດຍຄລິກໄອຄອນ ສະຫຼັບລາຍການທີ່ບໍ່ມີລຳດັບ ໃນແຖບ ການຈັດຮູບແບບຂໍ້ຄວາມ.
ໄອຄອນສະຫຼັບລາຍການທີ່ບໍ່ມີລຳດັບ
ເພື່ອເອົາເລກລຳດັບ ຫຼື ສັນຍະລັກໜ້າຍໍ້ໜ້າອອກ ແຕ່ຍັງຄົງຮັກສາໄລຍະຍໍ້ໜ້າໄວ້:
ວາງເຄີເຊີໄວ້ທີ່ຕົ້ນຍໍ້ໜ້າໃນລາຍການ ແລ້ວກົດປຸ່ມ Backspace.
ເລກລຳດັບຂອງຍໍ້ໜ້ານັ້ນຈະຫາຍໄປ ແລະ ຖືກເອົາອອກຈາກລຳດັບ. ສ່ວນລຳດັບເລກຈະໄປເລີ່ມຕົ້ນໃໝ່ໃນຍໍ້ໜ້າຖັດໄປ.
ກົດ Shift+Backspace ຢູ່ຕົ້ນຍໍ້ໜ້າລາຍການ ເພື່ອນຳເອົາເລກລຳດັບ ຫຼື ສັນຍະລັກໜ້າຍໍ້ໜ້າກັບຄືນມາ.
ກົດປຸ່ມ Enter ໃນຍໍ້ໜ້າວ່າງທີ່ມີເລກລຳດັບ ເພື່ອຢຸດການໃສ່ລຳດັບ.
