ການກຳນົດຮູບແບບລູກສອນ

ທ່ານສາມາດກຳນົດຮູບຊົງໃດໆກໍໄດ້ເພື່ອເພີ່ມເຂົ້າໃນລາຍການຮູບແບບລູກສອນທີ່ມີໃຫ້. ພຽງແຕ່ຮູບຮ່າງຂອງຮູບຊົງນັ້ນຈະຖືກເພີ່ມເປັນຫົວລູກສອນສີດຳ.

  1. ໃຊ້ຟັງຊັນການແຕ້ມເພື່ອສ້າງຮູບຊົງທີ່ຈະໃຊ້ເປັນຮູບແບບລູກສອນ.

  2. ເລືອກຮູບຊົງ ແລະ ເລືອກ ຮູບແບບ - ເສັ້ນ.

  3. ໃນກ່ອງໂຕ້ຕອບ, ຄລິກແຖບ ຮູບແບບລູກສອນ.

  4. ຄລິກ ເພີ່ມ ແລະ ຕັ້ງຊື່ໃຫ້ກັບຮູບແບບລູກສອນໃໝ່.

  5. ຄລິກ ຕົກລົງ ເພື່ອປິດກ່ອງໂຕ້ຕອບ.

ກະລຸນາສະໜັບສະໜູນພວກເຮົາ!

ກະລຸນາສະໜັບສະໜູນພວກເຮົາ!